Ad

Ad

20 November 2015

ຈະເລີ່ມກໍ່ສາງເຂື່ອນໄຟຟ້ານໍ້າບີທີ່ແຂວງເຊກອງ

ພິທີລົງນາມກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າບີ ເມືອງດາກຈຶງ ແຂວງເຊກອງລະຫວ່າງທ່ານ ດຣ ບຸນສະຫລອງ ສຸດທິດາຣາ ປະທານສະພາບໍລິຫານບໍລິສັດນໍ້າບີ ພາວເວີຈໍາກັດ ແລະ ທ່ານ ຈາງ ຈ້ຽນເຢວ ປະທານຜູ້ອໍານວຍການບໍລິສັດພາວເວີໄຊນາ ເສີນຕູ່ ເອັນຈິເນຍຣິງ ຄໍເປີເຣຊັນ ຈໍາກັດ, ໄດ້ ຈັດຂຶ້ນໃນຕອນແລງວັນທີ 18 ພະ ຈິກນີ້, ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ໂດຍການ ເຂົ້າຮ່ວມຂອງທ່ານລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ ແຮ່ ດຣ ຄໍາມະນີ ອິນທິລາດ.

ເຂື່ອນດັ່ງກ່າວມີກໍາລັງຕິດຕັ້ງ 135 ເມກາວັດ, ສາມາດຜະລິດກະ ແສໄຟຟ້າໄດ້ 680 ລ້ານກິໂລວັດ ໂມງຕໍ່ປີ ແລະ ມີມູນຄ່າການກໍ່ສ້າງ ທັງໝົດ 272 ລ້ານໂດລາສະຫະລັດ, ໂດຍແມ່ນບໍລິສັດນໍ້າບີພາວ ເວີຈໍາກັດເປັນເຈົ້າຂອງໂຄງການ ພາຍໃຕ້ການຮ່ວມທຶນລະຫວ່າງບໍລິສັດຜະລິດ-ໄຟຟ້າລາວມະຫາຊົນ 80% ແລະ ບໍລິສັດຈັນຖາວອນກໍ່ ສ້າງ ແລະ ສ້ອມແປງຂົວທາງຈໍາ ກັດ 20% ແລະ ບໍລິສັດພາວເວີ ໄຊນາເສີນຕູ່ເອັນເຈຍເນຍຣິງຄໍເປ ເຣຊັນຈໍາກັດເປັນຜູ້ຮັບເໝົາກໍ່ສ້າງ ໃນໄລຍະເວລາ 5 ປີ. ໂດຍຮູບແບບ ການບໍລິຫານຄຸ້ມຄອງເຂື່ອນມີລັກສະນະ (BOT) ພາຍຫລັງໝົດ ອາຍຸການສໍາປະທານແລ້ວແມ່ນ ຈະມອບໂອນໃຫ້ລັດຖະບານຄຸ້ມ ຄອງຕໍ່ໄປ ແລະ ຄາດວ່າເຂື່ອນ ແຫ່ງນີ້ຈະປະ ກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ນັບມື້ເຕີບໃຫຍ່ ເຂັ້ມແຂງ.

No comments:

Post a Comment