Ad

Ad

20 November 2015

ລາວເປັນໜຶ່ງໃນບັນດາປະເທດທີ່ສະຫະລັດອາເມລິກາປະກາດຈະຊ່ວຍປັບປຸງວຽກງານສາທາລະນະສຸກ

ທ່ານປະທານາທິບໍດີສະຫະລັດອາເມລິກາ ບາຣັກ ໂອບາມາ ໄດ້ປະກາດໃນກອງປະຊຸມສຸດຍອດຜູ້ນໍາກຸ່ມ 20 ປະເທດ(G-20) ທີ່ຈັດຂຶ້ນຢູ່ເມືອງອັນທຣາຍາ, ປະ ເທດຕວກກີເມື່ອມໍ່ໆມານີ້ວ່າ: ສະຫະລັດອາເມລິກາຈະໃຫ້ການຊ່ວຍເຫລືອຫລາຍປະເທດເພື່ອບັນລຸຄາດໝາຍແຜນງານຄໍ້າປະກັນສຸຂະ ພາບໃນທົ່ວໂລກ (GHSA), ເຊິ່ງ ໃນນັ້ນລວມມີສປປລາວເພື່ອເພີ່ມ ຂີດຄວາມສາມາດໃນການປ້ອງ ກັນ, ກວດສອບ ແລະ ຕອບໂຕ້ກັບ ພະຍາດລະບາດຕ່າງໆທີ່ອາດຈະ ເກີດຂຶ້ນໃນອານາຄົດ.

ທ່ານເອກອັກຄະລັດຖະທູດ ສະຫະລັດອາເມລິກາປະຈໍາລາວ ໃຫ້ຮູ້ວ່າ: ການລະບາດຂອງພະ ຍາດຕິດຕໍ່ກໍ່ໃຫ້ເກີດໄພຄຸກຄາມໃນທົ່ວໂລກແລະນໍາໄປສູ່ບັນຫາທີ່ຮ້າຍ ແຮງໃຫ້ແກ່ຂະແໜງສາທາລະນະສຸກ, ລວມທັງດ້ານເສດຖະກິດ ແລະຄວາມກັງວົນໃນການພັດທະນາປະເທດ, ສະຫະລັດອາເມ ລິກາຍິນດີທີ່ຈະຮ່ວມມືກັບລັດຖະບານລາວໃນການສ້າງແຜນງານລະດັບຊາດໃນໄລຍະ 5 ປີເພື່ອກໍານົດຈຸດສາຄັນ, ຂັ້ນຕອນເພື່ອການປ້ອງກັນ, ກວດສອບ ແລະ ຕອບໂຕ້ຢ່າງໄວວາຕໍ່ກັບໄພຄຸກຄາມຈາກພະຍາດລະບາດ ແລະ ໃນເດືອນກໍລະກົດ 2015 ລັດຖະບານອາເມລິກາ ໄດ້ປະກາດການຊ່ວຍ ເຫລືອຈໍານວນໜຶ່ງຕື້ໂດລາສະຫະລັດເພື່ອເລີ່ມຈັດຕັ້ງປະຕິບັດແຜນງານຄໍ້າປະກັນສຸຂະພາບໃນໂລກ ແລະ ໃນວັນທີ 16 ພະຈິກ 2015 ສະຫະລັດ ອາເມລິກາໄດ້ປະກາດລາຍຊື່ 13 ປະເທດທີ່ຈະໄດ້ຮ່ວມມືຈັດຕັ້ງປະຕິບັດແຜນງານດັ່ງກ່າວ, ເຊິ່ງປະກອບມີສປປລາວລວມນໍາດ້ວຍ.

No comments:

Post a Comment