Ad

Ad

20 November 2015

ຮືຮາຫລາຍໃນສື່ອອນລາຍຄລບກຸ່ມໄວລຸ້ນບິດລົດສຽງດັ່ງສົ່ງສະການໝູ່

ນັບວ່າເປັນກະແສຮືຮາ ແລະ ເປັນທີ່ສົນໃຈຂອງສັງຄົມບໍ່ໜ້ອຍ ໃນສື່ອອນລາຍ, ໃນກໍລະນີທີ່ມີ ຄລິບວີດີໂອຂອງກຸ່ມໄວລຸ້ນຈໍາ ນວນຫລາຍພາກັນເອົາລົດໃຫຍ່, ລົດຈັກເຂົ້າໄປໃນວັດແຫ່ງໜຶ່ງກາງຕົວເມືອງແລ້ວພາກັນບິດຄັນເລັ່ງ ສົ່ງສຽງເນື່ອງນັນ ແລະ ຂັບອ້ອມ ກອງຟອນຂອງໝູ່ຄົນໜຶ່ງທີ່ເສຍຊີ ວິດຈາກອຸປະຕິເຫດຍ້ອນຂັບຂີ່ປະໝາດ, ເຊິ່ງຄລິບດັ່ງກ່າວຖືກເຜີຍ ແຜ່ຢູ່ໃນສື່ສັງຄົມອອນລາຍເມື່ອບໍ່ ດົນນີ້ ແລະ ກໍມີຜູ້ໃຊ້ສື່ປະເພດດັ່ງ ກ່າວເປັນຈໍານວນຫລາຍໄດ້ເຂົ້າໄປຊົມວີດີໂອນັ້ນ, ເຊິ່ງມີທັງຜູ້ທີ່ສະ ແດງຄວາມເສຍໃຈຕໍ່ການຈາກໄປກ່ອນໄວອັນຄວນຂອງໄວລຸ້ນຄົນ ດັ່ງກ່າວ, ແຕ່ຂະນະດຽວກັນກໍມີ ຫລາຍຄົນສົນໃຈວ່າເປັນຫຍັງກຸ່ມ ໄວລຸ້ນຜູ້ທີ່ໄປຮ່ວມພິທີງານອັນໂສກເສົ້າດັ່ງກ່າວຈຶ່ງຕ້ອງພາກັນຂັບຂີ່ ລົດສົ່ງສຽງດັງເນື່ອງນັນຢູ່ໃນວັດ, ເຊິ່ງແມ່ນສະຖານທີ່ສະຫງົບງຽບ,ດັ່ງນັ້ນ ຈຶ່ງມີຫລາຍຄົນໃຫ້ຂໍ້ສັງ ເກດວ່າການກະທໍາຂອງໄວລຸ້ນ ເຫລົ່ານັ້ນເໝາະສົມຫລືບໍ່ ? ເພາະ ການກະທໍາດັ່ງກ່າວເຖິງວ່າອາດ ຈະເກີດຂຶ້ນຈາກຄວາມ
ຄຶກຄະນອງຮູ້ເທົ້າບໍ່ເຖິງການກໍຕາມ, ແຕ່ເຫັນວ່າມັນຂັດຕໍ່ລະບຽບການບ້ານ ເມືອງເຊັ່ນ: ຂັບຂີ່ລົດເປັນພຶງເປັນ ແພໃນທີ່ສາທາລະນະ ແລະ ສົ່ງສຽງດັງລົບກວນບ້ານເມືອງ, ສ້າງຄວາມບໍ່ເປັນລະບຽບໃນສັງ ຄົມ ແລະ ບໍ່ເກງກົວຕໍ່ລະບຽບກົດ ໝາຍ. ທັງໆພວກເຮົາກໍຮູ້ນໍາກັນແລ້ວວ່າໃນຊ່ວງໄລຍະນີ້, ບ້ານເມືອງເຮົາພວມກະກຽມໃສ່ການສະເຫລີມສະຫລອງວັນປະຫວັດສາດສຳຄັນຂອງຊາດ, ເຊິ່ງບັນຫາຕົ້ນຕໍແມ່ນທຸກພາກສ່ວນຕ້ອງໄດ້ພ້ອມກັນເຮັດໃຫ້ສັງຄົມມີເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບປອດໄພດີ, ສະນັ້ນ ເມື່ອຈະເຮັດຫລືກະທໍາໃນສິ່ງໃດກໍຄວນໄດ້ມີການຄົ້ນຄິດພິຈາລະນະໃຫ້ດີເສຍກ່ອນວ່າສິ່ງທີ່ເຮັດລົງໄປນັ້ນມັນຖືກຕ້ອງເໝາະສົມຫລືບໍ່ ? ແລະ ເບື້ອງເຈົ້າໜ້າທີ່ກໍຄວນມີມາດຕະການເຊັ່ນກັນ.

No comments:

Post a Comment