Ad

Ad

20 November 2015

ແຂ່ງຂັນລະຄອນເວທີຜົນຮ້າຍຈາກເຄື່ອງດື່ມທີ່ມີທາດເຫລົ້າ

ໃນວັນ 19 ພະຈິກນີ້, ຢູ່ສະ ໂມສອນມະຫາວິທະຍາໄລແຫ່ງ ຊາດ, ກະຊວງສາທາລະນະສຸກ,    ໄດ້ຈັດງານແຂ່ງຂັນສະແດງລະ ຄອນເວທີໃນຫົວຂໍ້ ຜົນຮ້າຍຂອງ ເຄື່ອງດື່ມທີ່ມີທາດເຫລົ້າເພື່ອເປັນ ການສ່ອງແສງໃຫ້ເຫັນຜົນຮ້າຍ ແລະ ໄພອັນຕະຫລາຍຂອງເຄື່ອງ ດື່ມທີ່ມີທາດເຫລົ້າໃຫ້ນັກສຶກສາປັນຍາຊົນ, ສັງຄົມໄດ້ຮັບຮູ້ ແລະ ເຂົ້າ ໃຈຫລາຍຂຶ້ນ, ໂດຍມີທີມນັກສະ ແດງຈາກໂຮງຮຽນມັດ ທະຍົມ, ມະຫາວິທະຍາໄລເຂົ້າຮ່ວມ 30 ທີມ, ແຕ່ຄັດເອົາພຽງ 7 ທີມ ເພື່ອ ໄປຊິງຂະນະເລີດໃນວັນທີ 19 ທັນ ວາ 2015 ແລະ ການແຂ່ງຂັນໃນ ຄັ້ງນີ້ກໍເພື່ອຄັດເລືອກເອົາທິມນັກສະແດງໄປສະແດງໃນຮອບຊີງຊະນະເລີດໃນງານສະເຫລີມສະຫລອງ ວັນງົດດື່ມເຄື່ອງດື່ມທີ່ມີທາດເຫລົ້າແຫ່ງຊາດ, ການແຂ່ງຂັນດັ່ງກ່າວ ທິມນັກສະແດງໄດ້ມີຫລາຍຫົວຂໍ້ທີ່ສໍາຄັນນໍາມາສະແດງ, ເຊິ່ງກ່ຽວພັນກັບຜົນຮ້າຍຂອງເຄື່ອງດື່ມທີ່ມີ ທາດເຫລົ້າເປັນຕົ້ນ: ຜົນຮ້າຍ ເຄື່ອງດື່ມທີ່ມີທາດເຫລົ້າຕໍ່ການເກີດອຸປະຕິເຫດ, ການໃຊ້ຄວາມຮຸນ ແຮງ ແລະ ປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ.

No comments:

Post a Comment