Ad

Ad

20 November 2015

ເກີດເຫດຍິງກັນຕາຍ 8 ຄົນຢູ່ເມືອງເຊໂປນ

ເກີດເຫດເສົ້າສະຫລົດ ໃນເມື່ອທ້າວ ປາ ອາຍຸ 30 ປີ ຢູ່ບ້ານ ໃໝ່ທ່າແດງ ເມືອງເຊໂປນ ແຂວງ ສະຫວັນນະເຂດ ໃຊ້ປຶນເຊກາເຊ ຍິງຄົນໃນຄອບຄົວ ແລະ ເພື່ອນ ບ້ານເສຍຊີວິດຄາທີ່ 8 ຄົນ ແລະ ໄດ້ຮັບບາດເຈັບສາຫັດ 1 ຄົນ.
ຫົວໜ້າຫ້ອງຕໍາຫລວດ ປກສ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ເວລາ 4:00 ໂມງເຊົ້າຂອງວັນທີ 18 ພະຈິກຜ່ານມານີ້, ໄດ້ເກີດເຫດ ຍິງກັນເສຍຊີວິດ 8 ຄົນ ແລະ ໄດ້ ຮັບບາດເຈັບສາຫັດ 1 ຄົນ, ໃນນັ້ນ ປະກອບມີ ນາງ ດວງ (ຜູ້ເປັນ ເມຍ) ອາຍຸ 25 ປີ ຖືກຍິງ ຈຳ ນວນ 2 ນັດ ເສຍຊີວິດ; ນາງ ອາ ດົງ ອາຍຸ 12 ປີ ຖືກຍິງ 1 ນັດ ເສຍ ຊີວິດ; ທ້າວ ປົງ ອາຍຸ 9 ປີ ຖືກຍິງ 1 ນັດ ເສຍຊີວິດ; ນາງ ໝ້ວຍ ອາຍຸ 6 ປີ, ຖືກຍິງ 1 ນັດ ເສຍຊີວິດ; ນາງ ສ້ວຍ ອາຍຸ 3 ປີ ຖືກຍິງ 1 ນັດ ເສຍ ຊີວິດ ທັງ 4 ຄົນເປັນລູກຂອງ ຜູ້ກໍ່ເຫດເອງ ແລະ ທ້າວ ທັນ ອາຍຸ 50 ປີ ອາຊີບເຮັດໄຮ່, ເພື່ອນບ້ານຖືກຍິງ 1 ນັດ ເສຍຊີວິດ; ທ້າວ ລີ ຊອນ ອາຍຸ 35 ປີ, ອາຊີບຄ້າຂາຍ, ນ້າບ່າວຜູ້ກໍ່ເຫດ ຖືກຍິງ 2 ນັດ ເສຍ ຊີວິດ ແລະ ທ້າວ ໜູ ອາຍຸ 38 ປີ ອາຊີບເຮັດໄຮ່ຜູ້ຢູ່ເຮືອນໃກ້ຄຽງ ເຂົ້າໄປຫ້າມຖືກຍິງ 1 ນັດ ໄດ້ຮັບ ບາດເຈັບສາຫັດ. ຫລັງຈາກນັ້ນ ທ້າວ ປາ ຜູ້ກໍ່ເຫດໄດ້ໃຊ້ປຶນກະ ບອກດຽວກັນຍິງຕົນເອງເສຍຊີ ວິດ.
ເຈົ້າໜ້າທີ່ ໃຫ້ຮູ້ຕື່ມວ່າ: ອາວຸດທີ່ໃຊ້ກໍ່ເຫດຄັ້ງນີ້ ແມ່ນປືນ CKC ກະບອກຍາວ, ທີ່ຜູ້ກ່ຽວຖືປະຈຳ ຕົວໃນຖານະເປັນກອງຫລອນບ້ານ ແລະ ຕາມການສືບສວນຂອງເຈົ້າໜ້າທີ່ຮູ້ວ່າ: ທ້າວ ປາ ເປັນພະຍາດເຈັບໂຊມາດົນ ແລ້ວ, ມີອາການຊຶມເສົ້າ, ໃຈໂມໂຫ, ຊຶ່ງອາດຈະເປັນຕົ້ນເຫດພາ ໃຫ້ເກີດເຫດການເສົ້າດັ່ງກ່າວ. ປັດຈຸບັນເຈົ້າໜ້າທີ່ໄດ້ເຂົ້າກວດສອບ ແລະ ດຳເນີນການຕາມກົດ ໝາຍຂອງບ້ານເມືອງແລ້ວ.




No comments:

Post a Comment