Ad

Ad

19 November 2015

ຈະບໍ່ມີການຖ່າຍທອດສົດພິທີສົ່ງດາວທຽມລາວແຊັດວັນ

ດາວທຽມໜ່ວຍທໍາອິດຂອງ ສປປ ລາວ ທີ່ມີຊື່ວ່າ: ລາວແຊັດວັນ (laosat-1) ຈະຖືກສົ່ງຂຶ້ນວົງໂຄຈອນໂລກໃນຕໍາແໜ່ງ 128,5 ອົງສາຕາເວັນອອກ, ໃນວັນທີ 21 ພະຈິກທີ່ຈະເຖິງນີ້, ທີ່ເມືອງຊີຊາງ ແຂວງສີສວນ ສປ ຈີນ. ນີ້ແມ່ນຄໍາຢືນຢັນຂອງທ່ານລັດຖະມົນຕີວ່າການກະຊວງໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານ ຫຽມ ພົມມະຈັນ ທີ່ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 18 ພະຈິກນີ້.
           ທ່ານລັດຖະມົນຕີກະຊວງດັ່ງກ່າວ ໃຫ້ຮູ້ວ່າ: ໂຄງການດາວທຽມລາວໄດ້ເລີ່ມຕົ້ນມາແຕ່ປີ 2006, ໂດຍລັດຖະບານໄດ້ຢືນໜັງສືຈອງ ແລະ ນໍາໃຊ້ຕໍາແໜ່ງວົງໂຄຈອນດັ່ງກ່າວ ແລະ ດໍາເນີນການຊອກຫາແຫລ່ງທຶນເພື່ອມາພັດທະນາໂຄງການນີ້ ແລະ ຮອດປີ 2012 ຈຶ່ງໄດ້ກູ້ຢືມນໍາ ສປ ຈີນ ໃນມູນຄ່າ 258 ລ້ານໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດໂຄງການກໍ່ສ້າງດາວທຽມລາວທີ່ປະກອບດ້ວຍ: ສະຖານີບັນຊາພາກພື້ນດິນ, ລູກສອນໄຟເພື່ອສົ່ງດາວທຽມ, ໜ່ວຍດາວທຽມ ແລະ ພັດທະນາບຸກຄະລາກອນເພື່ອຄຸ້ມຄອງ, ເຊິ່ງມາຮອດປັດຈຸບັນໜ້າວຽກທັງໝົດແມ່ນມີຄວາມພ້ອມແລ້ວ 100%, ໂດຍສະເພາະລູກສອນໄຟເພື່ອສົ່ງດາວທຽມແມ່ນເຂົ້າປະຈໍາທີ່ຢູ່ຖານປ່ອຍເປັນ
ທີ່ຮຽບຮ້ອຍ ແລະ ໜ່ວຍດາວທຽມກໍເຂົ້າປະຈໍາທີ່ແລ້ວ, ສ່ວນສະຖານີບັນຊາພາກພື້ນດິນທີ່ຕັ້ງຢູ່ຫລັກ 14 ຖະໜົນທ່າເດື່ອ ເມືອງຫາດຊາຍຟອງນະຄອນຫລວງວຽງຈັນ ໂດຍບັນຊາດ້ວຍລະບົບໂທລະພາບ ແລະ ໂທລະຄົມເຄືອຂ່າຍການສື່ສານທີ່ບໍ່ໃຊ້ສາຍຄວາມໄວສູງກໍມີຄວາມພ້ອມແລ້ວ.

     ທ່ານລັດຖະມົນຕີກະຊວງດັ່ງກ່າວ ໃຫ້ຮູ້ວ່າ: ດາວທຽມໜ່ວຍນີ້ແມ່ນມີໜ້າທີ່ບໍລິການລະບົບໂທລະຄົມມະນາຄົມ ແລະ ການກະຈາຍໂທລະພາບລະບົບ ເຄຢູແບນ (Ku band) ແລະ ຊີແບນ (C band) ມີທັງໝົດ 22 ຊ່ອງ, ໂດຍຈະຖືກນໍາໃຊ້ເຂົ້າໃນວຽກງານການສື່ສານຂອງພາກລັດ ແລະ ສັງຄົມທົ່ວໄປ, ໃຫ້ເຊົ່າຊ່ອງສັນຍານແກ່ຕ່າງປະເທດ, ບໍລິການໂທລະພາບຜ່ານດາວທຽມ ແລະ ການສື່ສານຕ່າງໆ, ໂດຍມີອາຍຸການນໍາໃຊ້ງານ 15ປີ, ປັດຈຸບັນແມ່ນສໍາເລັດການລົງນາມຮ່ວມທຶນເພື່ອບໍລິຫານດາວທຽມໜ່ວຍນີຄື: ລັດຖະບານລາວຖືຮຸ້ນ 45%, ບໍລິສັດໂທລະຄົມຈີນ 35%, ບໍລິສັດກຸ່ມອາວະກາດຈີນ 15% ແລະ ບໍລິສັດເຕັກໂນໂລຊີດາວທຽມຮົງກົງ 5%. ຜົນສໍາເລັດຈາກໂຄງການນີ້ ແມ່ນຈະສ້າງຜົນປະໂຫຍດຫລວງຫລາຍໃຫ້ແກ່ປະເທດຊາດ ເປັນຕົ້ນ: ຈະເປັນພື້ນຖານສໍາຄັນສໍາລັບວຽກງານໂທລະຄົມມະນາຄົມ ແລະ ການສື່ສານ, ການກະຈາຍສຽງ-ໂທລະພາບ ແລະ ຈະກະຕຸກຊຸກຍູ້ໃຫ້ເສດຖະກິດແຫ່ງຊາດມີການເຕີບໃຫຍ່ຂະຫຍາຍຕົວດີຂຶ້ນ.

No comments:

Post a Comment