Ad

Ad

19 November 2015

ປະທານ ສຕລ ປະຕິ​ເສດ​ຂໍ້​ກ່າວ​ຫາຮັບສິນບົນການເລືອກຕັ້ງປະທານ AFC ຈາກ​ FIFA

ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດອອກມາຊີ້ແຈງຕໍ່ກໍລະນີທີ່ FIFA ຫລື ສະຫະພັນບານເຕະນາໆຊາດ ລົງໂທດໃຫ້ຢຸດການປະຕິບັດຫນ້າທີ່ຊົ່ວຄາວໃນຄະດີຮັບສິນບົນໃນການເລືອກຕັ້ງຄະນະບໍລິຫານລະດັບສູງຂອງສະຫະພັນບານເຕະອາຊີ ຫລື AFC ໃນປີ 2011 ແມ່ນບໍ່ເປັນຄວາມຈິງ.
ໃນວັນທີ 18 ພະຈິກນີ້ ຢູ່ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ຈັນທະບູລີ ນະຄອນຫລວງວຽງຈັນ ປະທານສະຫະພັນເຕະແຫ່ງຊາດລາວໄດ້ອອກມາຊີ້ແຈງຂໍ້ກ່າວຫາຂອງ FIFA ວ່າ : ໃນເດືອນກັນຍາປີ 2010 ຂ້າພະເຈົ້າໄດ້ຖືກເລືອກໃຫ້ເປັນປະທານສະຫະພັນບານເຕະແຫ່ງປະທານລາວ ແລະ ກໍມີແຜນທີ່ຈະພັດທະນາກິລາບານເຕະໃນປະເທດໃຫ້ກາວຫນ້າ ໂດຍໄດ້ທຸ່ມເທທຸກສະຕິປັນຍາ ແລະ ເຫື່ອແຮງເພື່ອຊອກທຶນຊ່ວຍເຫລືອທັງພາຍໃນ ແລະ ຈາກຕ່າງປະເທດເຂົ້າມາພັດທະນາໃນວຽກງານນີ້. ຕົ້ນປີ 2011 ໄດ້ມີກອງປະຊຸມຄະນະບໍລິຫານລະດັບສູງຂອງສະຫະພັນບານເຕະອາຊີ ຫລື AFC ແລະ ນັ້ນເປັນໂອກາດທຳອິດທີ່ຂ້າພະເຈົ້າໄດ້ຂໍທຶນຊ່ວຍເຫລືອຈາກ AFC ເຊິ່ງກໍໄດ້ຮັບການຊ່ວຍເຫລືອ ແລະ ກໍເປັນສາເຫດທີ່ເຮັດໃຫ້ FIFA  ເຂົ້າໃຈວ່າ ປະທານ ສຕລ ຮັບເງິນຈຳນວນດັ່ງກ່າວເປັນສິນບົນ ແຕ່ຄວາມຈິງຫລັງຈາກນັ້ນ ຂ້າພະ​ເຈົ້າໄດ້ຮັບເງິນຊ່ວຍເຫລືອແລ້ວ ກໍໄດ້ໂອນເງິນຈຳນວນດ່ັງ
ກ່າວຈາກບັນຊີຂອງຕົນເຂົ້າມາບັນຊີ ສຕລ ໂດຍມີເອກະສານຢັ້ງຢືນຈາກທະນາຄານ ແລະ ທາງບັນຊີ ແລະ ກໍໄດ້ການຢັ້ງຢືນຈາກຜູ້ກວດສອບບັນຊີພາຍນອກ.

ຕໍ່ຄະດີດັ່ງກ່າວ ຟີຟາ ໄດ້ລົງໂທດທ່ານປະທານ ສຕລ ຫ້າມເຄື່ອນໄຫວກິດຈະກຳທາງບານເຕະທັງພາຍໃນ ແລະ ຕ່າງປະເທດເປັນເວລາປີ ແລະ ປັບໄຫມເງິນ 40.000 ຟຣັງສະວິດ ຫລື ປະມານ 300 ກວ່າລ້ານກີບ. ໂດຍຈະມີເວລາ 10 ວັນໃນການຍື່ນອຸທອນ ໂດຍທ່ານ​ປະ​ທານ ສຕລ ກຽມທະນາຍຄວາມສ່ວນໂຕທັງພາຍໃນ ແລະ ທີ່ປະເທດສະວິດ ເພື່ອເປັນການປົກປ້ອງສິດ ແລະ ຄວາມເປັນທຳຂອງຕົນເອງ.

No comments:

Post a Comment