Ad

Ad

20 November 2015

ເປີດນໍາໃຊ້ສູນຄົ້ນຄວ້າຈີນຢູ່ມະຫາວິທະຍາໄລແຫ່ງຊາດ

ໃນວັນທີ 19 ພະຈິກນີ້, ທີ່ມະ ຫາວິທະຍາໄລແຫ່ງຊາດ, ໄດ້ຈັດ ພິທີເປີດສູນຄົ້ນຄວ້າຈີນຢ່າງເປັນ ທາງການເພື່ອການຄົ້ນຄວ້າທາງ ດ້ານຕ່າງໆ, ໃຫ້ກຽດເຂົ້າຮ່ວມ ໂດຍທ່ານ ສຈ.ດຣ. ສຸກກົງແສງ ໄຊຍະເລີດ ອະທິການບໍດີມະຫາວິ ທະຍາໄລແຫ່ງຊາດ, ທ່ານ ກວນ ຮວາ ປິ່ງ ເອກອັກຄະລັດ ຖະທູດ ວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາລາວ ແລະ ພະນັກງານກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມເປັນຈໍານວນຫລາຍ.
ສູນຄົ້ນຄວ້າຈີນ, ແມ່ນໜ່ວຍງານໜຶ່ງເຊິ່ງດໍາເນີນງານພາຍໃຕ້ ການຊີ້ນໍາຂອງຫ້ອງການຄົ້ນ ຄວ້າວິທະຍາສາດ ແລະ ບໍລິການວິຊາການເປັນເສນາທິການໃຫ້ແກ່ອະທິການບໍດີເພື່ອສົ່ງເສີມການຄົ້ນຄວ້າວິທະຍາສາດຂອງມະຫາວິທະຍາໄລແຫ່ງຊາດ, ເປັນສູນຄົ້ນຄວ້າ ບົດຮຽນຈາກ ສປ ຈີນ ເພື່ອການ ພັດທະນາ, ເຊິ່ງສູນດັ່ງກ່າວຈະຄົ້ນຄວ້າໃນທຸກຂົງເຂດເປັນຕົ້ນ: ດ້ານການເມືອງ-ການປົກຄອງ, ວັດ ທະນະທໍາ-ສັງຄົມ, ເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຊີ. ນອກນີ້ຍັງມີໜ້າທີ່ພົວພັນກັບສະຖາບັນຄົ້ນຄວ້າຂອງຈີນນໍາດ້ວຍ.


No comments:

Post a Comment