Ad

Ad

20 November 2015

ຮອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເນັ້ນໃຫ້ກໍາລັງ ປກສ ເພີ່ມທະວີມາດຕະການຮັກສາຄວາມສະຫງົບ

ໃນໂອກາດໂອ້ລົມຕໍ່ການນໍາກະຊວງປ້ອງກັນຄວາມສະຫງົບຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ທອງລຸນ ສີສຸລິດ ເມື່ອມໍ່ໆມານີ້, ທ່ານໄດ້ເນັ້ນໃຫ້ຄະນະນໍາ-ຄະນະບັນຊາທຸກຂັ້ນເພີ່ມທະວີການເອົາໃຈໃສ່ຊີ້ນໍາກໍາລັງໃຫ້ມີສະຕິຫລາຍຂຶ້ນໃນການປ້ອງກັນຄວາມສະຫງົບ, ເນື່ອງຈາກວ່າປັດຈຸບັນສະພາບການຂອງໂລກແມ່ນພວມມີການຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ໂດຍສະເພາະບັນດາກຸ່ມກໍ່ການຮ້າຍເພື່ອຕໍ່ຕ້ານລັດຖະບານ, ການຍາດແຍ່ງເຂດອຳນາດອະທິປະໄຕ ແລະການລ່ວງລ້ຳຊາຍແດນຂອງກັນ ແລະ ກັນທີ່ພວມເກີດຂຶ້ນຈົນເປັນສະນວນກໍ່ໃຫ້ເກີດສົງຄາມ ແລະ ອັນທີ່ພົ້ນເດັ່ນເກີດຂຶ້ນເມື່ອບໍ່ດົນນີ້, ກໍແມ່ນມີກຸ່ມກໍ່ການຮ້າຍໄດ້ວາງລະເບີດທີ່ປະເທດຝຣັ່ງ, ເຮັດໃຫ້ປະຊາຊົນຜູ້ບໍລິສຸດເສຍຊີວິດຫລາຍກວ່າຮ້ອຍຄົນ.

ແນວໃດກໍຕາມ, ສໍາລັບຢູ່ປະເທດພວກເຮົານັບແຕ່ທ້າຍປີ 2015 ຮອດປີ 2016 ແມ່ນຈະໄດ້ເປັນເຈົ້າພາບຈັດກອງປະຊຸມສຳຄັນລະດັບຊາດ ແລະ ສາກົນຫລາຍກອງປະຊຸມ. ດັ່ງນັ້ ນກຳ ລັງປ້ອງກັນຄວາມສະຫງົບຕ້ອງມີສະຕິລະວັງຕົວສູງໃນການເປັນເຈົ້າການວາງແຜນບັນຈຸກຳລັງເຮັດ ໜ້າທີ່ໃຫ້ມີປະ
ສິດທິຜົນ, ໂດຍສະເພາະການຫັນລົງກໍ່ສ້າງຮາກຖານ,ເກັບກຳການເຂົ້າ-ອອກຂອງພົນ ລະເມືອງພາຍໃນ ແລະ ຕ່າງປະເທດ, ເລັ່ງແກ້ໄຂບັນຫາກຸ່ມຄົນບໍ່ ດີເຊັ່ນ: ຄ້າຂາຍເຖື່ອນ, ຢາເສບ ຕິດ, ກຸ່ມແກ໊ງກວນເມືອງ ແລະ ບັນດາອິດທິກຳລັງປໍລະປັກທີ່ໃສ່ຮ້າຍ ປ້າຍສີພັກ-ລັດເພື່ອຫວັງມ້າງເພທຳລາຍລະບອບເຮົາແມ່ນຕ້ອງຫາວິທີແກ້ໄຂໃຫ້ທັນເວລາ, ເພື່ອຮັບປະ ກັນບໍ່ໃຫ້ມີເຫດການທີ່ບໍ່ດີໃດໆເກີດຂຶ້ນ.

No comments:

Post a Comment