Ad

Ad

20 November 2015

ຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ເນັ້ນໃຫ້ກວດກາຄືນລະບົບຊົນລະປະທານຢູ່ບັນດາແຂວງຈຸດສຸມເພື່ອຮັບປະກັນການພັດທະນາ

ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ຜູ້ຊີ້ນຳວຽກງານຂົງເຂດການຜະລິດ ແລະ ຈະລາຈອນເນັ້ນໃນຄະນະຈັດຕັ້ງປະຕິບັດໂຄງການຄ້ຳປະກັນສະບຽງອາຫານ, ໂດຍສະເພາະແມ່ນ ກົມຊົນລະປະທານ, ກະຊວງກະສິກຳ ແລະ ປ່າໄມ້ເລັ່ງກວດກາຄືນ ຢ່າງສະອຽດລະບົບຊົນລະປະທານຢູ່ 10 ແຂວງຈຸດສຸມ, ນອກຈາກ ຄຳມ່ວນ ແລະ ສະຫວັດນະເຂດ, ເພື່ອໃຫ້ຮູ້ລະອຽດວ່າແຂວງໃດມີລະບົບຊົນລະປະທານແລ້ວເປັນຕົ້ນແມ່ນຊົນລະປະທານທີ່ນ້ຳໄຫຼ່ເຂົ້າ ເອງມີຈັກແຫ່ງ ແລະ ເຂດໃດທີ່ຍັງບໍ່ທັນມີລະບົບຊົນລະປະທານ, ເພື່ອຈະໄດ້ລາຍງານຕໍ່ສະພາແຫ່ງ ຊາດ, ໃນການຮັບຮອງເອົາການກໍ່ສ້າງລະບົບຊົນລະປະທານໃນ ເຂດທີ່ມີຄວາມຈຳເປັນຈະຕ້ອງໄດ້ນຳໃຊ້ຊົນລະປະທານໃຫ້ເກີດຜົນປະໂຫຍດ, ແນ່ໃສ່ຫຼຸດຜ່ອນງົບປະ ມານຂອງລັດ, ເນື່ອງຈາກວ່າການລາຍງານການກໍ່ສ້າງລະບົບຊົນລະປະທານຢູ່ແຂວງຈຸດສຸມໃນ ເບື້ອງຕົ້ນແມ່ນຫຼາຍເກີນຄວາມເປັນຈິ່ງ, ເນື່ອງຈາກເຂດທີ່ມີລະບົບຊົນ ລະປະທານແລ້ວ ແລະ
ສາມາດສະໜອງນ້ຳໄດ້ພຽງພໍກໍບໍ່ຈຳເປັນ ຕ້ອງສ້າງລະບົບຊົນລະປະທານ ໃໝ່ອີກ, ພ້ອມນັ້ນກົມປູກຝັ່ງກໍຕ້ອງມີການກວດກາຄືນໃຫ້ລະ ອຽດເນື້ອທີ່ນາໃນເຂດຈຸດສຸມ, ໂດຍສະເພາະໃນນະຄອນຫຼວງ ວຽງຈັນ ແລະ ບັນດາແຂວງວ່າ ເນື້ອທີ່ນາໃນເຂດທີ່ມີລະບົບຊົນລະປະທານຖາວອນແລ້ວແມ່ນຫ້າມບໍ່ໃຫ້ມີການປຸກສ້າງໃດໆ, ເພາະ ນອກຈາກຈະເປັນການຫຼຸດເນື້ອທີ່ການຜະລິດແລ້ວຍັງເຮັດໃຫ້ລະບົບຊົນລະປະທານທີ່ລົງທຶນສ້າງມາ ນັ້ນເສຍລ້າ, ພ້ອມນັ້ນກະຊວງຊັບ ພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມສົມທັບກັບກະຊວງກະສິກຳ ແລະ ປ່າໄມ້ວາງແຜນປູກປ່າຢູ່ຍອດນ້ຳ, ໂດຍສະເພາະແມ່ນ້ຳ ທີ່ມີການສ້າງເຂື່ອນ, ຊົນລະປະທານ, ເພື່ອປົກປັກຮັກສາແຫ່ງນ້ຳ ມະຊາດໃຫ້ຍືນຍົງ, ທັງເປັນການຕ້ານແລ້ງ, ຕ້ານຖ້ວມ ແລະ ມີນ້ຳສະໜອງໃຫ້ເນື້ອທີ່ການຜະລິດໄດ້ພຽງພໍ, ກໍຄືເຮັດໃຫ້ການຈັດຕັ້ງປະ ຕິບັດໂຄງການຄ້ຳປະກັນສະບຽງ ອາຫານບັນລຸໄດ້ຕາມແຜນການວາງໄວ້ .

No comments:

Post a Comment