Ad

Ad

20 November 2015

ກອງປະຊຸມຄັ້ງທີ 6 ຂອງຄູ່ຮ່ວມງານໂຄງການລະບົບອາຫານກະສິກຳແບບຍືນຍົງຂອງອາຊຽນ

ວັນທີ 19 ພະຈິກນີ້, ໂຄງການຮ່ວມມືພາກພື້ນຂອງເຢຍລະມັນລະບົບອາຫານກະສິກຳແບບຍືນຍົງຂອງອາຊຽນ ( ASEAN SAS ), ຮ່ວມກັບກົມປູກຝັ່ງກະຊວງກະສິກຳ ແລະ ປ່າໄມ້ ແລະ ກອງເລຂາອາຊຽນຈັດກອງປະຊຸມຄັ້ງທີ່ 6 ຂອງຄູ່ຮ່ວມງານໂຄງການລະບົບອາຫານກະສິກຳແບບຍືນ ຍົງຂອງອາຊຽນຂຶ້ນທີ່ນະຄອນ ຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານຫົວໜ້າໂຄງການ ດັ່ງກ່າວ, ຫົວໜ້າກົມແຜນການ ແລະ ການລົງທືນກະຊວງກະສິກຳ ແລະ ປ່າໄມ້, ພ້ອມດ້ວຍຜູ້ຕາງໜ້າ ຈາກບັນດາປະເທດອາຊຽນເຂົ້າ ຮ່ວມນຳດ້ວຍ.
ຫົວໜ້າໂຄງການASEAN SAS ກ່າວວ່າ: ເພື່ອເປີດເວທີ ສົນທະນາສຳລັບຄູ່ຮ່ວມງານຈາກປະເທດອາຊຽນແລະພາກເອກະ ຊົນເຖິງສິ່ງທ້າທາຍຂອງຮູບແບບ ແຜນວຽກ ແລະ ຍຸດທະສາດການ ຈັດຕັ້ງປະຕິບັດໂຄງການໃນປີຕໍ່ໄປ,ເພື່ອສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວິໄສທັດໃໝ່ ແລະ
ແຜນຍຸດທະສາດສຳລັບການຮ່ວມມືທາງດ້ານອາຫານຂອງອາຊຽນ,ໂດຍສະເພາະວຽກງານກະສິກຳ ແລະປ່າໄມ້ນັບແຕ່ປີ 2016 - 2025, ກໍຄືກນຄ້ຳປະກັນສະບຽງ ອາຫານຂອງອາຊຽນພາຍຫຼັງເຂົ້າເປັນປະຊາຄົມອາຊຽນໃນທ້າຍປີນີ້,ມັນໄດ້ຮຽກຮ້ອງໃຫ້ລະບົບອາຫານກະສິກຳແບບຍືນຍົງແຫ່ງຊາດ, ສ້າງຄວາມຍືນຍົງໃຫ້ແກ່ຊີວິດການເປັນຢູ່ ແລະ ການແຂ່ງຂັນໃນຂົງ ເຂດກະສິກຳ ແລະ ການສະໜອງ ອາຫານລັກທີ່ພຽງພໍໃນພາກພື້ນ, ຊຶ່ງໂຄງການ ASEAN SAS ຈະເຮັດໜ້າທີ່ສະໜັບສະໜູນການ ພັດທະນາດ້ານນະໂຍບາຍການປະສານງານ, ຍຸດທະສາດ ແລະ ການ ປຶກສາຫາລືແນວຄວາມຄິດລະດັບພາກພື້ນ, ໃນຂະແໜງອາຫານກະ ສິກຳແບບຍືນຍົງ ແລະ ສົ່ງເສີມປັດ ໃຈການຜະລິດແບບຍືນຍົງ ແລະ ການຈັດການພືດໂດຍຜ່ານການພັດທະນາຂີດຄວາມສາມາດ, ເພື່ອ ຕອບສະໜອງຕໍ່ການປ່ຽນແປງ ຂອງສະພາບດິນຟ້າອາກາດ.

ຫົວໜ້າໂຄງການ ASEAN SAS ກ່າວວ່າ: ໂຄງການຮ່ວມມື ພາກພື້ນຂອງເຢຍລະມັນລະບົບ ອາຫານກະສິກຳແບບຍືນຍົງຂອງອາຊຽນໄດ້ເນັ້ນໜັກໃສ່ການສົ່ງ ເສີມການຄ້ຳປະກັນສະບຽງອາ ຫານ ແລະ ໂພຊະນາການ.ໂດຍ ຜ່ານການສົ່ງເສີມຂອງລະບົບອາ ຫານກະສິກຳແບບຍືນຍົງໃນລະ ດັບຊາດ ແລະ ພາກພື້ນ, ພາຍໃຕ້ ແຜນງານຄ້ຳປະກັນສະບຽງອາ ຫານຂອງ AIFS ໂດຍຜ່ານການ ຮ່ວມມືຈາກປະຊາຄົມ, ພາກສ່ວນ ເອກະຊົນ ແລະ ສະຖາບັນຄົ້ນຄວ້າ ຕ່າງໆ ແລະ ກອງປະຊຸມຄັ້ງນີ້ຈະ ເປັນບາດກ້າວທີ່ສຳຄັນໜຶ່ງໂຄງ ການໃນການພັດທະນາຍຸດທະສາດສຳລັບກິດຈະກຳຂອງໂຄງການ ພາຍຫຼັງປີ 2015 ເພື່ອຮອງຮັບສິ່ງ ທ້າທາຍທີ່ເກີດຂື້ນໃໝ່, ເພື່ອ ຄວາມໜັ້ນຄົງຂອງອາຫານລວມ ເຖິງສະພາບແວດລ້ອມ ແລະ ການ ປ່ຽນແປງຂອງດິນຟ້າອາກາດ ແລະ ເພື່ອຮັກສາຄວາມປອດໄພ ໃນການຜະລິດອາຫານແບບຍືນ ຍົງໃນພາກພື້ນອາຊີ, ໂດຍກອງ ປະຊຸມຈະດຳເນີນໄປເປັນເວລາ 4 ວັນ.

No comments:

Post a Comment