Ad

Ad

20 November 2015

ລັດຖະມົນຕີ ຖວທ ແນະນຳທຸກພະແນກການໃຫ້ສຸມໃສ່ການສະເຫລີມສະຫລອງວັນຊາດທີ 2 ທັນວາຄົບຮອບ 40 ປີໃຫ້ຟົດຟື້ນ

ເຊົ້າວັນທີ 19 ພະຈິກນີ້, ເຊິ່ງຍັງອີກພຽງ 10 ກວ່າມື້, ວັນສະ ຖາປະນາ ສປປ ລາວ ຄົບຮອບ 40 ປີ (2/12/1975-2/12/2015) ກໍຈະໝູນວຽນມາເຖິງແລ້ວ ແລະ ເພື່ອເຮັດໃຫ້ການສະເຫລີມສະ ຫລອງວັນດັ່ງກ່າວໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ສາມາດສ່ອງແສງໃຫ້ທົ່ວປວງຊົນລາວທັງຊາດ ແລະ ຊາວໂລກໄດ້ຮັບຮູ້ໝາກຜົນແຫ່ງການສ້າງສາພັດທະນາປະເທດເຮົາຕະຫລອດ ໄລຍະປະ ຫວັດສາດດັ່ງກ່າວເຊິ່ງບໍ່ມີໄລຍະ ແລະ ຍຸກສະໄໝໃດທີ່ປະເທດລາວຈະໄດ້ຮັບການພັດທະ ນາຢ່າງໂດດເດັ່ນທໍ່ກັບຍຸກສະໄໝໃໝ່ ນີ້. ດັ່ງນັ້ນ, ທ່ານສຈ. ດຣ. ບໍ່ແສງ ຄຳວົງດາລາ ກຳມະການສູນກາງພັກ, ເລຂາພັກ, ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະທຳແລະທ່ອງທ່ຽວ (ຖວທ) ຈຶ່ງໄດ້ຍາດເວລາພົບປະໂອ້ລົມສະມາຊິກພັກ, ພະນັກງານຫລັກແຫລ່ງພະແນກການຕ່າງໆໃນກະຊວງຂອງຕົນໃຫ້ສຸມໃສ່ການສະ ເຫລີມສະຫລອງວັນປະຫວັດສາດສຳຄັນນີ້ຟົດຟື້ນຍິ່ງຂຶ້ນ.
ທ່ານລັດຖະມົນຕີໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳກະຊວງ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຂະແໜງການຕ່າງໆຂອງກະຊວງ ຖວທ ໄດ້ສຸມໃສ່ເຮັດວຽກງານ ຂອງຕົນເພື່ອການສະເຫລີມສະຫລອງວັນປະຫວັດສາດສຳຄັນດັ່ງກ່າວໂດຍສະເພາະຂະແໜງສື່ມວນຊົນກໍໄດ້ອອກແຮງໂຄສະນາເຜີຍ ແຜ່
ຜົນສຳເລັດ ແລະ ໄຊຊະນະ ຕ່າງໆແຫ່ງການຈັດຕັ້ງປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງຕົນຕະຫລອດໄລຍະ 40 ປີຜ່ານມາດ້ວຍຫລາຍ ຮູບຫລາຍສີສາມາດເຮັດໃຫ້ມວນ ຊົນທັງພາຍໃນ ແລະ ຕ່າງປະເທດ ເຫັນໄດ້ຜົນສຳເລັດອັນຍິ່ງໃຫຍ່ດັ່ງກ່າວສາມາດປົກປັກຮັກສາປະເທດຊາດໄວ້ຢ່າງໝັ້ນຄົງ, ເສດຖະກິດ ຂະຫຍາຍຕົວຮອບດ້ານ, ວຽກງານວັດທະນະທຳ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີຂຶ້ນເປັນລຳດັບ, ສາມາດຮັບ ປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ, ສັງຄົມມີ ຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍດີ, ບົດບາດ ແລະ ຊື່ສຽງ ລາວເຮົານັບມື້ສູງເດັ່ນຂຶ້ນໃນເວທີ ສາກົນ ແລະ ພາກພື້ນ. ພ້ອມນັ້ນຂະແໜງວັດທະນະທຳກໍໄດ້ເປັນເຈົ້າ ການໃນຄວາມຮັບຜິດຊອບຂະ ບວນການສະແດງສິລະປະວັນນະຄະດີ, ກ້ອນກຳລັງຂອງຂະບວນ ການສວນສະໜາມໃນມື້ວັນທີ 2 ທັນວາຢ່າງຮັບປະກັນ, ສ່ວນຂະ ແໜງການທ່ອງທ່ຽວກໍໄດ້ກະກຽມຂະບວນຄາລະວານກັບສູ່ວຽງໄຊ ເຂດທີ່ໝັ້ນຂອງການປະຕິວັດໃນ ເມື່ອກ່ອນເພື່ອຮ່ວມສະເຫລີມສະ ຫລອງວັນຊາດທີ 2 ທັນວາ ແລະ ອັນຄ້າຍວັນເກີດປະທານໄກສອນ ພົມວິຫານຜູ້ນຳທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າຄົບຮອບ 95 ປີ (13/12/1950-13/12/2015) ຢູ່ເມືອງປະຫວັດສາດດັ່ງກ່າວໃຫ້ມີບັນຍາກາດຟົດຟື້ນ.

ແຕ່ຄຽງຄູ່ກັນນີ້, ທ່ານລັດຖະມົນຕີ ສຈ. ດຣ. ບໍ່ແສງຄຳ ວົງດາ ລາ ຍັງໄດ້ແນະນຳໃຫ້ພາກ ສ່ວນ ຕ່າງໆເຫລົ່ານັ້ນເພີ່ມທະວີຄວາມ ຮັບຜິດຊອບແລະເປັນເຈົ້າການໃນວຽກງານຂອງຕົນເພື່ອສຸມໃສ່ເຮັດໃຫ້ບັ້ນລະນຶກວັນປະຫວັດສາດສຳຄັນນີ້ບັນລຸຜົນສຳເລັດຢ່າງຈົບງາມແລະມີບັນຍາກາດຟົດ ຟື້ນ ແລະ ຖືເອົາໂອກາດນີ້ເປັນການເສີມຂະຫຍາຍມູນເຊື້ອປະຕິວັດອັນເລີດລ້ຳດັ່ງກ່າວນຳມາພັດທະ ນາວຽກງານຕົນເອງໃຫ້ກ້າວໜ້າຂະຫຍາຍຕົວສົມກັບ 40 ປີທີ່ພັກ ແລະ ລັດຖະບານເຮົາສ້າງໄວ້.

No comments:

Post a Comment