Ad

Ad

20 February 2015

ສານແຂວງຄຳມ່ວນຕັດສີນຜູ້ຄ້າຢາເສບຕິດຈຳຄຸກຕະຫລອດຊີວິດ



    ເມື່ອບໍ່ດົນມານີ້, ສານປະຊາຊົນແຂວງຄຳມ່ວນ ໄດ້ຕັດສີນລົງໂທດທ້າວ ຄອນ ສະຫວັນ ອາຍຸ 43 ປີຢູ່ບ້ານນາວາງ, ເມືອງໜອງບົກ,ແຂວງຄຳມ່ວນ ໃຫ້ຈຳຄຸກ ຕະຫລອດຊີວິດ, ພ້ອມປັບໃໝເງິນ 700 ລ້ານກີບໃນຂໍ້ຫາຄ້າຢາເສບຕິດ. ໂດຍຜູ້ກ່ຽວຖືກເຈົ້າໜ້າທີ່ຈັບຕົວໄດ້ໃນຂະນະສົ່ງຢາບ້າໃຫ້ລູກຄ້າຢູ່ເສັ້ນ ທາງເຂດເມືອງຫີນ ບູນແຂວງຄຳມ່ວນ ເມື່ອທ້າຍເດືອນກໍລະກົດ 2014 ພ້ອມຂອງກາງຢາບ້າ 7.900 ກວ່າເມັດ. ສ່ວນລູກຄ້າທີ່ມາຊື້ຢາບ້ານນັ້ນສາມາດ ເອົາຕົວຫລົບໜີໄດ້ ໂດຍເຈົ້າໜ້າທີ່ພວມດຳເນີນການຕິດຕາມເພື່ອຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment