ກົມອຸຕຸນິຍົມ ແລະ ອຸທຸກກະສາດ ກະຊວງຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ນັບແຕ່ວັນທີ 18-21 ກຸມພານີ້, ບໍລິເວນຄວາມກົດດັນສູງຂອງອາກາດໜາວເຢັນ
ຍັງຈະມີກຳລັງອ່ອນ ຫາ ປານກາງປົກຄຸມຢູ່ທົ່ວທຸກ ພາກຂອງລາວ, ສົມທົບກັບສອງກະແສລົມຕາເວັນອອກສ່ຽງໃຕ້
ແລະ ລົມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຮັດໃຫ້ອຸນ ຫະພູມອາກາດຍັງຈະເຢັນໜາວ ໃນຕອນກາງຄືນ
ຫາ ຕອນ ເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໝອກໜາ ປົກຫຸ້ມຢູ່ບາງທ້ອງຖິ່ນ, ໂດຍສະເພາະຢູ່ເຂດພູສູງ,
ພູດອຍ, ເຂດພູພຽງບໍລະເວນປາກຊ່ອງ, ນິຄົມ 34, ເມືອງທ່າແດງ ແລະ ເມືອງດາກຈຶງ ແລະ ອາກາດຍັງຈະໜາວອີກ
ພ້ອມມີລົມພັດແຮງເປັນບາງໂອກາດ. ຈາກນັ້ນທ້າຍອາທິດນີ້ ຫາ ຕົ້ນ ອາທິດໜ້າ, ບໍລິເວນຄວາມກົດດັນສູງຂອງອາກາດເຢັນຈະອ່ອນກຳລັງລົງເລັກນ້ອຍປົກຄຸມຢູ່ທົ່ວທຸກພາກຂອງລາວ,
ກະ ແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຮັດໃຫ້ອຸນຫະພູມອາກາດອຸ່ນຂຶ້ນ ແລະ ຈະມີຝົນຕົກຟ້າຄະນອງ
ຫລາຍຂຶ້ນພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ນັບທັງນະຄອນຫລວງວຽງຈັນ.
ສະພາບອາກາດ ໃນໄລຍະນີ້ ໂດຍທົ່ວໄປແລ້ວຍັງຈະເຢັນໃນຕອນກາງຄືນຫາຕອນເຊົ້າ
ພ້ອມມີ ໝອກໜາປົກຫຸ້ມຢູ່ ບາງທ້ອງຖິ່ນເຂດພາກເໜືອດ້ານຕາເວັນອອກ, ໄຊສົມບູນ, ພູພຽງບໍລະເວນປາກ
ຊ່ອງ, ນິຄົມ 34, ເມືອງທ່າແຕງ ແລະ ເມືອງດາກຈຶງ ແລະ ອາກາດຈະໜາວຫລາຍ. ຈາກນັ້ນທ້າຍອາທິດນີ້
ຫາ ຕົ້ນອາທິດໜ້າອຸນຫະພູມອາກາດຈະອຸ່ນຂຶ້ນ ເລັກຫນ້ອຍໃນແຕ່ລະພາກ ແລະ ອາກາດຈະຮ້ອນໃນຕອນກາງເວັນ,
ໂດຍສະເພາະແຂວງພາກເໜືອດ້ານຕາເວັນຕົກລົງ ຫາພາກກາງ ແລະ ພາກໃຕ້.
ໃນໄລຍະນີ້ຈະມີຝົນຕົກຟ້າຄະນອງກະຈາຍຢູ່ບາງທ້ອງຖິ່ນແຂວງພາກກາງຫາພາກໃຕ້.
ຈາກນັ້ນ ທ້າຍອາທິດນີ້ ຫາ ຕົ້ນອາທິດໜ້າ, ຈະມີຝົນຕົກຟ້າຄະນອງ, ລົມພັດແຮງເປັນບາງໂອກາດຢູ່ທ້ອງຖິ່ນໃນແຕ່ລະພາກ,
ນັບທັງນະຄອນ ຫລວງວຽງຈັນ, ຍ້ອນກະແສລົມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງເພີ້ມຂຶ້ນພັດປົກຄຸມ.
No comments:
Post a Comment