Ad

Ad

9 February 2015

ຝຶກອົບຮົມວຽກງານການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໃສ ລະດັບຊາດ ໃຫ້ສື່ມວນຊົນ



     ໃນວັນທີ 6 ກຸມພານີ້, ຢູ່ກະຊວງແຜນການ ແລະ ການລົງທຶນ, ນະຄອນ ຫລວງວຽງຈັນໄດ້ຈັດຊຸດຝຶກອົບຮົມວຽກງານ ໂຄສະນາກ່ຽວກັບການສຳພາດພົນ ລະເມືອງ ແລະ ທີ່ຢູ່ອາ​ໄສລະດັບຊາດ ຄັ້ງທີ IV ໃຫ້ແກ່ສື່ມວນຊົນລາວ , ໂດຍ ການເຂົ້າຮ່ວມຂອງທ່ານ ສະຫວັນຄອນ ລາຊມົນຕີ ລັດຖະມົນຕີຊ່ວຍວ່າ ການ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ, ຄະນະຊີ້ນຳສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາ​ໄສ ລະດັບຊາດ, ທ່ານ ດຣ ສະໄໝຈັນ ບຸບຜາຫົວໜ້າ ສູນສະຖິຕິ ແຫ່ງຊາດ, ຮອງຫົວໜ້າຄະນະຊີ້ນຳສຳຫລວດພົນລະເມືອງ ແລະ ທີ່ຢູ່ອາ​ໄສລະດັບຊາດພ້ອມດ້ວຍບັນ ດາສື່ມວນຊົນທຸກ ຂະແໜງການເຂົ້າຮ່ວມ.
     ທ່ານ ສະຫວັນຄອນ ລາຊມົນຕີ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຄະນະຊີ້ນຳສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາ​ໄສລະດັບຊາດ ກ່າວວ່າ: ການ​ເຝິກອົບຮົມການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາ​ໄສ ໃນຄັ້ງນີ້ ບັນດາສື່ມວນຊົນຈະໄດ້ຮຽນຮູ້ ແລະ ຮັບ ຟັງການສະເໜີກ່ຽວກັບຂໍ້ມູນ, ຫລັກການ, ຄວາມຈຳ ເປັນ ແລະ ຜົນຂອງການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາ​ໄສ ຄັ້ງທີ IV ຢ່າງເລິກເຊິ່ງ ແລະ ກວ້າງຂວາງເພື່ອຈະໄດ້
ນຳເອົາເນື້ອໃນຈິດໃຈຂອງການສຳຫລວດດັ່ງກ່າວ ໄປໂຄສະນາໄດ້ຢ່າງຖືກຕ້ອງຈະ​ແຈ້ງ, ໄປຮອດໄປເຖິງເປົ້າໝາຍ ຕ່າງໆຢ່າງທົ່ວເຖິງ ເຮັດໃຫ້ປະຊາຊົນໃນສັງຄົມໄດ້ປະກອບສ່ວນຢ່າງຕັ້ງໜ້າ. ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ບັນດາສື່ມວນ ຊົນທຸກຂະແໜງການ ໃຫ້ປຶກສາຫາລື ແລະ ແລກປ່ຽນບົດຮຽນກັນຢ່າງກົງໄປກົງມ ເພື່ອຈະສາມາດກຳໄດ້ເນື້ອໃນ, ຂັ້ນ ຕອນ, ບາດກ້າວການປະຕິບັດວຽກງານໂຄສະນາໄດ້ຢ່າງເປັນຮູບປະທຳ ເຮັດໃຫ້ຂໍ້ມູນຂ່າວສານຂອງການສຳຫລວດ ຄັ້ງນີ້ມີຫລາຍຮູບແບບ, ຫລາຍຫົວຂໍ້ ແລະ ສາມາດເຂົ້າເຖິງປະຊາຊົນທຸກຊັ້ນຄົນໃນສັງຄົມເຮັດໃຫ້ເຂົ້າເຈົ້າມີຄວາມ ເຂົ້າ ໃຈ, ເຫັນໄດ້ຄວາມສຳຄັນ, ຜົນປະໂຫຍດຢ່າງຖືກຕ້ອງ ແລະ ໃຫ້ການຮ່ວມມືເຮັດໃຫ້ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາ​ໄສຄັ້ງທີ IV ນີ້ ໃຫ້ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
     ທທ່ານ ດຣ ສະໄໝຈັນ ບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ, ຮອງຫົວໜ້າຄະນະຊີ້ນຳສຳຫລວດພົນລະເມືອງ ແລະ ທີ່ຢູ່ອາ​ໄສລະດັບຊາດ ກ່າວວ່າ: ລັດຖະບານໄດ້ກຳນົດເອົາວັນທີ 1 ມີນາ 2015 ນີ້ ເປັນມື້ສຳພາດຕົວຈິງຢູ່ໃນ ແຕ່ລະ ຄົວເຮືອນໃນຂອບເຂດທົ່ວປະເທດ, ໂດຍແຕ່ງຕັ້ງເອົາ 4 ຫ້ອງການກອງເລຂາຄື:ສູນສະຖິຕິແຫ່ງຊາດເປັນຫ້ອງການ ສຳຫລວດຂັ້ນສູງກາງ ແລະ 3 ກະຊວງຄື: ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງ ການຕ່າງປະເທດເປັນຫ້ອງການເລຂາສະເພາະ ເພື່ອກະກຽມວຽກງານຕ່າງໆໃຫ້ແກ່ການສຳຫລວດ. ມາຮອດປັດຈຸບັນ ວຽກງານການກະກຽມກໍໄດ້ສ້າງ ແລະ ຈັດຕາຕະລາງເວລາໃຫ້ເປັນລະບົບສົມຄວນໜຶ່ງໃນນັ້ນກໍຄືວຽກງານໂຄສະນາ ໃຫ້ສາມາດກວມລວມເອົາໝົດທຸກເນື້ອໃນຂອບເຂດເປົ້າໝາຍຂອງການສຳຫລວດ ແລະ ນຳເອົາເນື້ອ ໃນຈິດໃຈຂອງຄະ ນະຊີ້ນຳລະດັບຊາດໄປສູ່ພໍ່ແມ່ປະຊາຊົນທຸກຊົນຊາດຊົນເຜົ່າ, ທຸກຊົນຊັ້ນລວມທັງພະນັກງານ, ທະຫານຕຳຫລວດເຂົ້າ ໃຈແຈ້ງຕໍ່ເນື້ອໃນ, ພັນທະສິດໜ້າທີ່ຂອງຕົນເພື່ອໃຫ້ເຂົາເຈົ້າເຫລົ່ານັ້ນປະກອບສ່ວນເຂົ້າໃນການສຳຫລວດດ້ວຍຄວາມ ຈິງໃຈ. ດ້ານການໂຄສະນາກໍແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນຫລາຍເພື່ອຈະເຮັດແນວໃດໃຫ້ຂໍ້ມູນຂ່າວສານທີ່ຖືກ ຕ້ອງຂອງການສຳຫລວດນີ້ໃຫ້ໄປຮອດໄປເຖິງພະນັກງານ, ທະຫານ, ຕຳຫລວດ, ຕະຫລອດຮອດພໍ່ແມ່ປະຊາຊົນທຸກ ຊົນຊາດຊົນເຜົ່າ ແລະ ບັນດານັກທຸລະກິດ, ພໍ່ຄ້າຊາວຂາຍ, ເຊິ່ງໃນໄລຍະຜ່ານມາກໍໄດ້ຈັດຕັ້ງປະຕິບັດໄປໄດ້ ຫລາຍອັນ ທີ່ເຫັນວ່າ ມີຜົນປະໂຫຍດຢ່າງຫລວງຫລາຍໃຫ້ແກ່ບັ້ນກະກຽມການສຳຫລວດນີ້ເປັນຕົ້ນແມ່ນການອອກຂ່າວການ ເຄື່ອນ ໄຫວບັນດາກອງປະຊຸມຄະນະນຳແຕ່ລະຂັ້ນ, ການສຳພາດຂອງບັນດາການນຳແຕ່ລະຂັ້ນ, ພ້ອມທັງບັນດາພາບການ ເຄື່ອນໄຫວ, ການ​ເຝິກອົບຮົມ ແລະ ອື່ນໆ.

No comments:

Post a Comment