Ad

Ad

18 March 2015

ນາຍົກລັດຖະມົນຕີເນັ້ນກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານເພີ່ມທະວີບົດບາດການ ຄຸ້ມຄອງໄປສູ່ຄຸນນະພາບໃໝ່



ໃນໂອກາດໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມປະຈຳປີ 2014 ວຽກ ງານໄປສະນີ, ໂທລະ ຄົມມະນາຄົມ ແລະ ການສື່ສານ ແລະ ກອງປະຊຸມວຽກງານໄອ ທີຊີປີ 2015 ຂອງທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໃນວັນທີ 17 ມີນານີ້, ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ໂດຍທ່ານນາຍົກ ລັດຖະມົນຕີ ໄດ້ເນັ້ນ ໃຫ້ຄະນະນຳຂອງກະຊວງໄປ ສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເພີ່ມທະວີ ບົດບາດການຄຸ້ມຄອງໂຄງລ່າງເຕັກນິກມະຫາພາກໃຫ້ກາຍເປັນ ເຄື່ອງມືສຳຄັນປະກອບ ສ່ວນ​ເຂົ້າໃນການຫັນເປັນອຸດສະຫະກຳ ແລະ ທັນສະໄໝ​ເທື່ອ​ລະ​ກ້າວ, ໂດຍສະເພາະ ຕ້ອງສົ່ງເສີມ ຢ່າງແຂງແຮງໃນການພັດທະນາໃຫ້ເປັນລະບົບດີຈີຕອນໃນທຸກຂະແໜງການ ແລະ ທ້ອງຖິ່ນ, ເຊິ່ງມັນແມ່ນຄວາມຮຽກຮ້ອງ ຕ້ອງການລວມຂອງສັງຄົມກໍຄືທ່າອ່ຽງລວມຂອງໂລກ. ນອກຈາກນີ້, ຕ້ອງ ປັບປຸງຄືນນະໂຍບາຍແຫ່ງ ຊາດດ້ານໄອຊີທີ  ແລະ ສ້າງນະໂຍບາຍແຫ່ງຊາດດ້ານການສື່ສານຄວາມໄວສູງໃຫ້ແທດເໝາະກັບ ສະພາບການໃໝ່, ເລັ່ງສ້າງກົດໝາຍ, ນິຕິກຳລຸ່ມກົດ ໝາຍດ້ານວຽກງານດັ່ງກ່າວໃຫ້ຮັດກຸ່ມຄົບຖ້ວນດີ ເພື່ອຫັນການຄຸ້ມຄອງ ຂອງລັດໃນວຽກງານນີ້ດ້ວຍກົດໝາຍຢ່າງແທ້ຈິງ, ຄຽງຄູ່ກັນນັ້ນ, ກໍສືບຕໍ່ເຜີຍແຜ່ ແລະ ສ້າງຄວາມເຂົ້າໃຈໃຫ້ສັງຄົມຕໍ່ ການ ນຳໃຊ້ສື່ສັງຄົມອອນລາຍຢ່າງຖືກຕ້ອງ, ມີຈັນຍາ ບັນ, ມີຄວາມຮັບພິຊອບ, ມີປະໂຫຍດ ແລະ ຈຳກັດດ້ານຫຍໍ້ທໍ້ຕ່າງໆ,
ສຳລັບພາກສ່ວນທຸລະກິດໃນຂົງເຂດວຽກງານນີ້, ກໍໃຫ້ສືບຕໍ່ຍົກສູງການບໍລິການທີ່ມີຄຸນນະພາບ, ທັນສະໄໝ, ມີຜົນປະ ກອບການທີ່ດີ ແລະ ມີຄວາມສະເໝີພາບ ພາຍໃຕ້ກົດ ໝາຍ, ຕ້ອງຊຸກຍູ້ໃຫ້ບັນດາວິສາຫະກິດປະຕິບັດພັນທະຄ່າທຳນຽມ ແລະ ອາກອນທຸກປະເພດຕາມລະບຽບການຢ່າງເຄັ່ງຄັດ ເພື່ອໃຫ້ກາຍເປັນຂະແໜງການແຖວໜ້າໃນການສ້າງລາຍຮັບເຂົ້າງົບ ປະມານແຫ່ງຊາດໄປຄຽງຄູ່ກັບການພັດທະນາບຸກຂະລະກອນດ້ານໄອຊີທີ ໃຫ້ເປັນລະບົບທັງປະລິມານ ແລະ ຄຸນນະພາບ, ສ່ວນການຈັດຕັ້ງປະຕິບັດໂຄງການດາວທຽມດວງທຳອິດ ຂອງ ສປປ ລາວ ໃຫ້ສາມາດສົ່ງຂຶ້ນວົງໂຄຈອນຕາມແຜນ ການທີ່ ໄດ້ກຳນົດໄວ້ຄື: ໃນເດືອນພະຈິກ 2015 ນີ້, ນັບວ່າເປັນບາດກ້າວກະໂດດໃໝ່ຂອງຂະແໜງການເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານຂອງລາວເຮົາ, ຊຶ່ງຈະເປັນຂອງຂວັນ ເອກອ້າງທະນົງໃຈໃຫ້ແກ່ປະຊາຊົນ ແລະ ປະເທດຊາດຂອງ ພວກເຮົາໃນໂອກາດຄົບຮອບ 60 ປີຂອງພັກ ແລະ 40 ປີຂອງ ການສະຖາປະນາສາທາລະນະລັດປະຊາທິປະ ໄຕປະຊາຊົນ ລາວ. ສ່ວນອີກບັນຫາສຳຄັນໜຶ່ງຂອງການບໍລິຫານລັດທີ່ດີແມ່ນ ຕ້ອງມີລະບຽບ, ໂປ່ງໃສ, ກວດສອບໄດ້ ແລະ ທັນສະໄໝ ຊຶ່ງກໍໝາຍເຖິງການບໍລິຫານລັດອີເລັກໂຕຼນິກ ຫລື ອີໂກເວີນເມັນ ນັ້ນຄືສິ່ງຈຳເປັນຕ້ອງບຸກທະລຸ, ບັນດາກະຊວງ, ຂະແໜງ ການຕ້ອງເລັ່ງຂົນຂວາຍ, ຈັດຫາ ແລະສ້າງລະບົບດັ່ງກ່າວໃນຂະແໜງ ການຂອງຕົນ ໂດຍໃຫ້ປະສານສົມທົບກັບກັບ ພາກສ່ວນກ່ຽວຂ້ອງ ເພື່ອຫລີກເວັ້ນການລົງທຶນຊ້ຳຊ້ອນບໍ່ລວມສູນ, ດັ່ງນັ້ນກະ ຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຄວນສ້າງເງື່ອນໄຂໃຫ້ມີພື້ນຖານ ແລະ ສິ່ງອຳນວຍຄວາມສະດວກທີ່ສາ ມາດຮອງຮັບຄວາມຕ້ອງການຂອງ ບັນດາກະຊວງ, ຂະແໜງການອື່ນໆຢ່າງມີປະສິດທິຜົນ.

No comments:

Post a Comment