Ad

Ad

19 March 2015

ນະຄອນຫລວງເຜີຍແຜ່ລະບຽບການຊື້-ຂາຍແຮ່ທາດໃຫ້ພະນັກງານກ່ຽວຂ້ອງ



    ພະນັກງານຈາກຫ້ອງການພະລັງງານ-ບໍ່ແຮ່ 9 ຕົວເມືອງອ້ອມຂ້າງນະຄອນຫລວງວຽງຈັນ, ໄດ້ເຂົ້າຮ່ວມຮັບຟັງ ການເຜີຍແຜ່ດ້ານລະບຽບຫລັກການຂອງການຊື້-ຂາຍແຮ່ທາດ, ເພື່ອຮັບປະກັນໃຫ້ພະນັກງານດັ່ງກ່າວ ມີຄວາມຮັບຮູ້ ແລະ ເຂົ້າໃຈເປັນເອກກະພາບຕໍ່ກັບລະບຽບຫລັກການຂອງວຽກງານດັ່ງກ່າວ ແລະ ສາມາດຈັດຕັ້ງປະຕິບັດດ້ວຍຄວາມຖືກ ຕ້ອງບົນພື້ນຖານຮັບປະກັນຜົນປະໂຫຍດຂອງຊາດ, ເຊິ່ງເນື້ອໃນສຳຄັນທີ່ນຳມາເຜີຍແຜ່ຄັ້ງນີ້ປະກອບມີ: ການຊື້-ຂາຍ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ, ປະເພດການດຳເນີນກິດຈະການຊື້-ຂາຍແຮ່ ແລະ ຜະລິດຕະພັນແຮ່ທາດ, ເງື່ອນໄຂການຂໍ ແລະ ການອອກໃບອະນຸຍາດຊື້-ຂາຍແຮ່,ການກວດກາແຮ່ທາດ ແລະ ອື່ນໆ.
    ທ່ານ ສາຍເພັດ ວິໄລປະເສີດ ຫົວໜ້າພະແນກຂໍ້ມູນຂ່າວສານ ແລະ ປະເມີນຜົນ, ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ວ່າ: ສຳລັບລາຄາການຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດປະເພດໂລຫະທີ່ຈະຂາຍຢູ່ພາຍໃນປະເທດ ຫລື ສົ່ງໄປຂາຍຕ່າງປະເທດແມ່ນອີງຕາມການຊື້-ຂາຍ ຂອງຕະຫລາດສາກົນ, ສ່ວນແຮ່ທາດປະເພດອະໂລຫະ ແມ່ນອີງໃສ່ລາຄາ ຊື້-ຂາຍຂອງຕະຫລາດຂົງເຂດ ຫລື ພາກພື້ນໃນມື້ຂາຍ ຫລື ມື້ສົ່ງອອກເປັນບ່ອນອີງໃນການຄິດໄລ່ຄ່າຊັບພະ ຍາກອນແຮ່ທາດ
ແລະ ຜະລິດຕະພັນແຮ່ທາດ ແລະ ຕ້ອງໄດ້ຮັບຮອງຈາກກະຊວງພະລັງງານ ແລະ ບໍ່ແຮ່, ສ່ວນຄ່າຊັບພະ ຍາກອນແມ່ນຈະ ຄິດໄລ່ບົນພື້ນຖານສັນຍາ ແລະ ລັດຖະບັນຍັດຂອງປະທານປະເທດວ່າດ້ວຍຄ່າຊັບພະຍາກອນ ແລະ ສຳລັບຂໍ້ຫ້າມ ໃນການ ຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດນັ້ນແມ່ນຫ້າມບຸກຄົນ ຫລື ນິຕິບຸກຄົນ ຊື້-ຂາຍ ເຄື່ອນຍ້າຍແຮ່ ທາດທີ່ມີຜົນກະ ທົບຕໍ່ຄວາມໝັ້ນຄົງຂອງຊາດ, ແຮ່ທາດກຳມະຕະພາບລັງສີ, ແຮ່ທາດເບື່ອ ແລະ ມີຜົນກະທົບຕໍ່ສິ່ງແວດລ້ອມໂດຍບໍ່ໄດ້ຮັບ ອະນຸຍາດຈາກພາກສ່ວນກ່ຽວຂ້ອງ, ຫ້າມໃຫ້ຜູ້ອື່ນນຳໃຊ້ໃບອະນຸຍາດ,ໂອນ ຫລື ຈຳນອງໃບອະນຸຍາດ ແລະ ເກັບຊື້ແຮ່ທາດ ຈາກປະຊາຊົນ ຫລື ການຂຸດຄົ້ນທີ່ບໍ່ຖືກກົດໝາຍ. ຊຶ່ງປັດຈຸບັນບັນດານິຕິ ກຳທີ່ໃຊ້ຄຸ້ມຄອງການເຄື່ອນໄຫວວຽກງານດັ່ງ ກ່າວປະກອບມີ: ດຳລັດວ່າດ້ວຍການສົ່ງອອກຜະລິດຕະພັນແຮ່ທາດ, ຂໍ້ຕົກລົງວ່າດ້ວຍລະບຽບການນຳເຂົ້າ-ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດ, ຂໍ້ຕົກລົງຂອງລັດຖະມົນຕີວ່າການ ກະຊວງພະລັງງານ ແລະ ບໍ່ແຮ່ ວ່າດ້ວຍການຊື້-ຂາຍ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ແລະ ແຈ້ງການກ່ຽວກັບຂັ້ນ ຕອນການອະນຸຍາດສົ່ງອອກແຮ່ທາດສຳເລັດຮູບ ແລະ ເຄິ່ງສຳເລັດຮູບອອກໄປຈຳໜ່າຍຢູ່ພາຍໃນ ແລະ ຕ່າງປະ ເທດ.
ການຈັດຕັ້ງເຜີຍແຜ່ລະບຽບດັ່ງກ່າວມີຂຶ້ນໃນວັນທີ 18 ມີນານີ້, ຢູ່ພະແນກພະລັງງານ ແລະ ບໍ່ແຮ່ ນະຄອນ
ຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ຄຳພິມ ວົງຈັນມີ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ນະ ຄອນຫລວງ.

No comments:

Post a Comment