Ad

Ad

19 March 2015

ລາວ-ຫວຽດນາມ ເພີ່ມການຮ່ວມມືດ້ານທະນາຄານສະເພາະກິດ



              ທະນາຄານນະໂຍບາຍ ສປປ ລາວ ແລະ ທະນາຄານນະໂຍບາຍ ສັງຄົມ ສສ ຫວຽດນາມ ໄດ້ຈັດກອງປະ ຊຸມພົບປະຫາລື  ແລກປ່ຽນບົດຮຽນ ຂຶ້ນໃນວັນທີ 18 ມີນາ ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ພາຍໃຕ້ການ ເປັນປະທານຂອງທ່ານ ບົວເງິນ ພົງສະຫວັດ ຜູ້ອຳນວຍການທະນາຄານນະໂຍບາຍຂອງລາວ ແລະ ທ່ານ ບຸຍກວາງວິງ ຮອງຜູ້ອຳນວຍການທະນາຄານນະໂຍບາຍສັງຄົມຫວຽດນາມ.
           ເພື່ອທົບທວນຄືນຜົນການພົວພັນຮ່ວມມືແບບພິເສດລະຫວ່າງສອງທະນາຄານໃນ 4 ປີຜ່ານມາ ໂດຍທັງສອງຝ່າຍ ໄດ້ມີການພົວພັນ ແລະ ຮ່ວມມືກັນຢ່າງຕັ້ງໜ້າ ເລິກເຊິ່ງ ແລະ ນຳຜົນປະໂຫຍດອັນຫຼວງຫຼາຍເຂົ້າໃນການພັດທະນາລະ ບົບທະນາຄານນະໂຍບາຍ,ພ້ອມນັ້ນທາງຝ່າຍຫວຽດນາມກໍໄດ້ໃຫ້ການຈັດຕັ້ງການຝຶກອົບຮົມ ແລະ ສຳມະນາທາງດ້ານວຽກ ງານວິຊາສະເພາະ-ວິຊາການໃຫ້ພະນັກງານຫຼັກແຫຼ່ງຂອງທະນາຄານນະໂຍບາຍລາວ, ອັນພົ້ນເດັ່ນ ທັງສອງຝ່າຍໄດ້ບັນລຸການ ລົງນາມບົດບັນທຶກຄວາມເຂົ້າໃຈແຮກສ່ຽວຂັ້ນສາຂາໄດ້ 3 ແຫ່ງ, ຂະນະດຽວກັນກອງປະຊຸມຍັງໄດ້ຕີລາຄາປະເມີນ ການ ຮ່ວມມືລະຫວ່າງສອງທະນາຄານໃນໄລຍະປີ 2014-2015 ດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ຊຶ່ງບັນດາຜູ້ແທນ ຂອງທັງສອງຝ່າຍກໍໄດ້ຈິງໃຈສະເໜີບັນດາບົດຮຽນອັນລ້ຳຄ່າທີ່ຖອດຖອນໄດ້ຈາກພຶດຕິກຳໃນໄລຍະຜ່ານມາໃຫ້ກັນຊາບ, ໂດຍສະເພາະ ແມ່ນໄດ້ຮັບຟັງການລາຍງານທີ່ສັງລວມໂດຍຫຍໍ້ຜົນການເຄື່ອນໄຫວວຽກງານຮອບດ້ານປີ 2014 ແລະ ການຕີລາຄາປະເມີນຜົນການຮ່ວມມືໄລຍະປີ 2014-2015 ຂອງສອງທະນາຄານ, ພ້ອມທັງຄົ້ນຄວ້າຢ່າງເລິກເຊິ່ງ ແລະ ເປັນເອກະພາບບາງວຽກງານທີ່ຈະສືບຕໍ່ຈັດຕັ້ງປະຕິບັດຮ່ວມກັນໃນຕໍ່ໜ້າ.

           ທ່ານ ບົວເງິນ ພົງສະຫວັດ ຜູ້ອຳນວຍການທະນາຄານນະໂຍບາຍຂອງລາວກ່າວວ່າ: ເຖິງວ່າພວກເຮົາໄດ້ພະຍາ ຍາມຈັດຕັ້ງປະຕິບັດໂຄງການຮ່ວມມືຢ່າງເປັນເຈົ້າການແລ້ວກໍຕາມ, ແຕ່ຄວາມຮຽກຮ້ອງຕ້ອງການຂອງການພົວພັນ ຮ່ວມ ມືໃນເງື່ອນໄຂໃໝ່ນີ້ ແມ່ນເປັນສິ່ງຈຳເປັນສຳຄັນຢ່າງຍິ່ງຕໍ່ພວກເຮົາທີ່ພວມກະກຽມຄວາມພ້ອມ ດ້ານຕ່າງໆເຂົ້າເປັນສະມາ ຄົມເສດຖະ ກິດ ອາຊຽນໃນທ້າຍປີ 2015, ເພື່ອເຊີດຊູບົດບາດ, ບົນຈິດໃຈຄວາມຮັບຜິດຊອບສູງ ຈຶ່ງຮຽກຮ້ອງໃຫ້ກອງ ປະຊຸມປະກອບຄຳເຫັນໂດຍສະເພາະການຈັດຕັ້ງປະຕິບັດເນື້ອໃນຈິດໃຈບົດບັນທຶກຄວາມເຂົ້າໃຈໂຄງການຮ່ວມມືລະຫວ່າງສອງທະນາຄານໄລຍະປີ 2014-2015 ສະບັບຄັ້ງວັນທີ 9 ທັນວາ 2013 ແລະ ບັນຫາສຳຄັນອື່ນໆ ແນໃສ່ເພື່ອນຳຜົນປະໂຫຍດອັນໃຫຍ່ຫຼວງມາສູ່ ສອງທະນາຄານ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມໃນອະນາຄົດ.

No comments:

Post a Comment