Ad

Ad

19 March 2015

ບໍລິສັດ MMG ບັນລຸ​ຜົນ​ກຳ​ໄລ 99,2 ລ້ານ​ໂດ​ລາ​ສະຫະລັດ ​ໃນ​ປີ 2014



ໃນປີ 2014 ບໍລິສັດ MMG  Ltd ທີ່ເປັນເຈົ້າຂອງບໍ່ຄຳ-ທອງເຊໂປ ຢູ່ແຂວງສະຫວັນນະເຂດໄດ້ສ້າງກຳໄລທັງໝົດ 99,2 ລ້ານໂດລາສະຫະລັດແລະໄດ້ປະກອບສ່ວນໃສ່ລາຍຮັບຈຳນວນ 620,2  ລ້ານໂດລາສະຫະລັດ, ​ເຊິ່ງ ຕໍ່າ ກວ່າປີ 2013 ໃນອັດຕາ 17%  ເນື່ອງຈາກລາຄາທອງຫຼຸດລົງ 6% ນອກນັ້ນ, ພາຍຫຼັງທີ່ການພະລິດຄຳໄດ້ຢຸດຕິລົງໃນເດືອນທັນວາ 2013, LXML ຍັງໄດ້ສຸມໃສ່ດຳເນີນການຜະລິດທອງຄົບໜຶ່ງປີທຳອິດຢ່າງມີປະສິດທິຜົນຄື: ສາມາດຜະລິດແຜ່ນທອງໄດ້ 88.541 ໂຕນ ໃນປີ 2014, ​ເຊິ່ງຕໍ່າກວ່າປີ 2013 ໃນອັດຕາ 2%. ແຜນການຜະລິດຂອງ ປີ 2015 ແມ່ນຢູ່ລະຫວ່າງ 80.000-​​87.000 ໂຕນ​. ໃນຕໍ່ໜ້ານີ້ ບໍ່ຄຳ-ທອງເຊໂປແມ່ນກຳລັງຫັນປ່ຽນເຂົ້າສູ່ໄລຍະການຜະລິດແຮ່ທີ່ມີຄຸນນະພາບຕໍ່າລົງແລະ ມີການບັນຈຸທາດກາກບອນທີ່ສູງຂຶ້ນ. ປັດ​​ໄຈດັ່ງກ່າວຈະກະທົບຕໍ່ການຜະລິດແລະ ຜົນກຳໄລຂອງບໍ່ຄຳ-ທອງເຊໂປ ໃນອະນາຄົດ.

ນັບຕັ້ງແຕ່ບໍ່ຄຳ-ທອງເຊໂປໄດ້ດຳເນີນການຜະລິດໃນປີ 2003 ເປັນຕົ້ນມາ ບໍລິສັດລ້ານຊ້າງ ມີເນໂຮນສ໌ ລິມິເຕັດ (LXML) ບໍ່ຄຳ-ທອງເຊໂປ ໄດ້ປະກອບສ່ວນສ້າງລາຍຮັບໂດຍກົງໃຫ້ແກ່ລັດຖະບານ ສປປ ລາວ ຫຼາຍກ່ວາ 1,3 ຕື້ໂດລາສະຫະລັດໃນຮູບແບການຈ່າຍຄ່າພາສີອາກອນ ແລະ ຄ່າພາກຫຼວງ. ນອກນີ້ ບໍ່ຄຳ-ທອງເຊໂປ ຍັງສຶບຕໍ່ສຸມໃສ່ການພັດທະນາຊຸມຊົນທ້ອງຖິ່ນ ແລະ ການພັດທະນາບຸກຄະລາກອນ ໂດຍຜ່ານການຈັດເຝິກອົບຮົມ ແລະ ການແນະນຳໃນໜ້າວຽກຕົວຈິງ ໃຫ້ແກ່ພະນັກງານລາວ. ບໍລິສັດ MMG ດຳເນີນການຂຸດຄົ້ນ-ຜະລິດທອງ, ສັງກະສີ ແລະ ແຮ່ທາດພື້ນຖານອື່ນໆ ຢູ່ອົດສະຕຣາລີ, ສາທາລະນະລັດ ຄອງໂກ, ສປປ ລາວ ແລະ ເປຣູ. MMG ໄດິ້ຊື້ໂຄງການຜະ ລິດທອງລາດສ໌ ບາມບັດສ໌” (  las bambas) ຢູ່ປະເທດເປຣູ ໃນປີ 2014. ໂຄງການນີ້ ເປັນຖານທີ່ສຳຄັນແກ່ການຂະຫຍາຍຕົວໃນອະນາຄົດຢູ່ເປຣູ ແລະ ອາຝຣິກກາ.

No comments:

Post a Comment