Ad

Ad

18 March 2015

ຫລາຍເສັ້ນທາງໃນຕົວເມືອງຈະໄດ້ຮັບການຍົກລະດັບເພື່ອຮອງ ຮັບກອງປະຊຸມສຸດຍອດອາຊຽນ 2016



    ຫລາຍເສັ້ນທາງໃນນະຄອນຫລວງວຽງຈັນຈະໄດ້ຮັບການກໍ່ສ້າງ ແລະ ປັບປຸງໃຫ້ ມີມາດຕະຖານດີ ຂຶ້ນກວ່າເກົ່າ, ຫລັງຈາກ ລັດຖະບານຈີນ, ໄດ້ໃຫ້ການຊ່ວຍເຫລືອ ເງິນກູ້ຈຳນວນໜຶ່ງແກ່ລາວໃນການປັບປຸງພື້ນຖານໂຄງ ລ່າງໃນນະຄອນຫລວງເມື່ອ ບໍ່ດົນມານີ້, ເພື່ອຮອງຮັບການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນໃນປີ 2016.
ທ່ານ ນວນຕາ ຫອມປະທຸມ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນ ສົ່ງນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ, ພວກເຮົາພວມຂຶ້ນແຜນກໍ່ສ້າງ ແລະ ປັບປຸງທາງຫລາຍເສັ້ນໃນນະຄອນຫລວງວຽງຈັນ, ທີ່ເຫັນວ່າມີສະພາບ ຊຸດໂຊມ ແລະ ການສັນຈອນອ່າວໜາແໜ້ນແອ ອັດຄື ເສັ້ນທາງແຕ່ 4 ແຍກໄຟແດງດົງໂດກໄປຫາສີ່ແຍກໄຟແດງຕານມີໄຊ ,ເສັ້ນທາງທົ່ງປົ່ງເຂົ້າໄປຫາກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫລວງ, ເສັ້ນທາງໜອງໜ່ຽງຕັດໄປຫາທາງ 450 ປີ, ເສັ້ນທາງດ້ານຫລັງຫ້ອງວ່າການສູນກາງພັກ ແລະ ເສັ້ນທາງອື່ນໆ, ເຊິ່ງມີຄວາມຍາວປະມານ 60 ກວ່າກິໂລແມັດ. ນອກ ຈາກນີ້, ຍັງຈະກໍ່ສ້າງສ້ອມແປງຮ່ອງລະ ບາຍນ້ຳ ຢູ່ເມືອງສີສັດຕະນາກ, ສີໂຄດຕະບອງ ແລະ ໄຊທານີ ເພື່ອແກ້ໄຂບັນຫານ້ຳ ອັ່ງຂັງໃນລະດູຝົນ.

     ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ກ່າວວ່າ: ສຳລັບເສັ້ນທາງແຕ່ສີ່ແຍກໄຟແດງດົງໂດກໄປຫາສາມແຍກໄຟ ແດງໜອງບຶກແມ່ນຈະປູເບຕົງ, ໂດຍການກໍ່ສ້າງຈະແບ່ງເປັນສອງໄລຍະຄື ໄລຍະທີໜຶ່ງແຕ່ສີ່ແຍກໄຟແດງດົງໂດກ ຫາສີ່ແຍກ ໄຟແດງຕານມີໄຊມີຄວາມຍາວ 2.500 ແມັດ, ກວ້າງ 28 ແມັດ, ຄາດວ່າຈະສູ້ຊົນໃຫ້ໄດ້ລົງມືກໍ່ສ້າງສຳເລັດໃນປີນີ້, ຫລັງ ຈາກນັ້ນແມ່ນຈະສືບຕໍ່ກໍ່ສ້າງໄລຍະທີສອງນັບແຕ່ໄຟແດງຕານມີໄຊໄປຫາສາມແຍກໄຟແດງໜອງບຶກມີຄວາມຍາວປະມານ 9 ກິໂລ ແມັດ, ໂດຍແມ່ນບໍລິສັດ ວິສະວະກຳກໍ່ສ້າງຢູນນານເປັນຜູ້ຮັບເໝົາກໍ່ສ້າງ. ສ່ວນເສັ້ນທາງນັບແຕ່ວົງວຽນດອນ ໜູນຫາທ່າງ່ອນ ເມືອງໄຊທານີ ມີຄວາມຍາວປະມານ 20 ກວ່າກິໂລແມັດ, ໂດຍແມ່ນບໍລິສັດເອກກະຊົນເປັນ ຜູ້ລົງທຶນກໍ່ສ້າງຄາດວ່າຈະສຳ ເລັດການປູໜ້າທາງໃນປີນີ້ເຊັ່ນກັນ, ເຊິ່ງແຜນການກໍ່ສ້າງບັນດາເສັ້ນທາງສຳຄັນດັ່ງກ່າວນັ້ນ, ກໍເພື່ອເປັນການປັບປຸງຍົກລະດັບ ພື້ນຖານໂຄງລ່າງໃນນະຄອນຫລວງວຽງຈັນ, ເວົ້າສະເພາະແມ່ນຖະໜົນ ຫົນທາງໃຫ້ມີມາດຕະຖານ, ສວຍງາມ, ຮັບປະກັນ ໃຫ້ການສັນຈອນມີຄວາມສະດວກໂລ່ງລຽນເພື່ອຮອງ ຮັບການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນຂອງລາວໃນປີ 2016 ຈະມາເຖິງນີ້.

No comments:

Post a Comment