Ad

Ad

18 March 2015

ລາວກຽມຈັດມະຫະກຳຊັບສິນທາງປັນຍາຄັ້ງທຳອິດ



ງານມະຫກຳຊັບສິນທາງປັນຍາຈະຈັດຂຶ້ນເປັນຄັ້ງທຳອິດຢູ່ ສປປ ລາວ ລະຫວ່າງວັນທີ 24-30 ເມສາທີ່ຈະ ເຖິງນີ້, ຢູ່ສູນການຄ້າລາວໄອເຕັກ, ນະຄອນ ຫລວງວຽງຈັນພາຍໃຕ້ຄຳຂວັນ ເສີມສ້າງຊັບສິນທາງປັນຍາເພື່ອພັດທະນາເສດທະ ກິດສັງຄົມແບບຍືນຍົງເພື່ອສະເຫລີມສະຫລອງວັນຊັບສິນທາງປັນຍາໂລກວັນທີ 26 ເມສາຄົບຮອບ 15 ປີ.
ທ່ານ ສຈ.ດຣ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງ ວິທະຍາ ສາດແລະເຕັກໂນໂລຊີໄດ້ກ່າວໃນພິທີຖະ ແຫລງຂ່າວເມື່ອວັນທີ 17 ມີນານີ້ ຢູ່ກະ ຊວງວິທະຍາສາດ ແລະ ເຕັກໂນໂລຊີວ່າ: ງານດັ່ງກ່າວຈັດຂຶ້ນເພື່ອໂຄສະນາເຜີຍແຜ່ ແລະ ສ້າງຈິດສຳນຶກໃຫ້ແກ່ສັງຄົມກ່ຽວ ກັບພາລະບົດບາດ ແລະ ຄວາມສຳຄັນຂອງວຽກງານຊັບສີນທາງປັນຍາເປັນຕົ້ນແມ່ນເຄື່ອງໝາຍການຄ້າ, ລິຂະສິດ,   ສິດທິ ບັດ, ອະນຸສິດທິບັດ, ແບບອຸດສາຫະກຳ, ແບບຜັງວົງຈອນລວມ, ແຫລ່ງກຳເນີດ, ພັນພືດໃໝ່ ແລະ ສິດທີ່ກ່ຽວຂ້ອງກັບລິຂະ ສິດ ແລະ ພູມປັນຍາທ້ອງຖິ່ນໃນການພັດທະນາເສດຖະກິດສັງຄົມ. ພ້ອມນັ້ນກໍຍັງເປັນການສະແດງເຖິງການປົກປ້ອງສິດ, ການປົກປ້ອງຜົນປະໂຫຍດຂອງນັກຄົ້ນຄວ້າ, ນັກປະດິດສ້າງແລະປະດິດຄິດແຕ່ງເພື່ອຊຸກຍູ້ສົ່ງເສີມຄວາມຄິດສ້າງສັນ ຂອງມວນມະນຸດ.

ໃນງານມະຫາກຳດັ່ງກ່າວຈະມີການວາງສະແດງຜົນງານຊັບສິນທາງປັນຍາຂອງລາວ ແລະ ສາກົນພ້ອມດຽວກັນນັ້ນ, ຍັງຈະມີການຈັດກິດຈະກຳ ແລະ ໂຄສະນາເຜີຍແຜ່ເພື່ອເຂົ້າເຖິງຂໍ້ມູນ ແລະ ເຫັນຄວາມສຳຄັນຂອງວຽກງານຊັບສິນທາງປັນ ຍາຕໍ່ການພັດທະນາເສດຖະກິດສັງຄົມ ແລະ ວັດທະນະທຳໂດຍສະເພາະຕໍ່ວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳເຮັດໃຫ້ສາທາລະນະຊົນທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ຂ່າວສານ ແລະເຂົ້າໃຈກ່ຽວກັບວຽກງານຄຸ້ມຄອງ ແລະ ການປົກປ້ອງຊັບສິນທາງປັນຍາພາຍໃນງານກົມຊັບສິນທາງປັນຍາຍັງຈະໄດ້ບໍລິການຮັບໃບຄຳ ຮ້ອງຂໍຈົດທະບຽນຊັບ ສິນອຸດສາຫະກຳ ແລະ ຄຳຮ້ອງຂໍແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດໃນທຸກໆວັນຕະຫລອດການຈັດງານໃນ ທຸກໆຄືນຕະຫລອດການຈັດງານກໍຈະມີການສະແດງສິລະປະພື້ນເມືອງລາວ ແລະ ສາກົນເຊິ່ງມີການຮ່ວມສະແດງຂອງ ນັກສິລະປິນຈາກພາຍໃນ ແລະ ຕ່າງປະເທດ.

No comments:

Post a Comment