Ad

Ad

18 March 2015

1 ​ເມສາ 2015 ​ເປັນຕົ້ນ​ໄປ ລາວ​-ຍີ່​ປຸ່ນຈະ​ຍົກ​ເວັ້ນວີ​ຊາ​ລັດຖະການ



ສປປ ລາວແລະ ຍີ່ປຸ່ນຈະເລີ່ມຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນລັດຖະການນັບແຕ່ວັນທີ 1 ​ເມສາເປັນ ຕົ້ນໄປ, ພາຍຫລັງເມື່ອວັນທີ 02 ມີນາ 2015 ທີ່ນະຄອນຫລວງວຽງຈັນ, ລັດຖະບານລາວ ແລະ ລັດຖະບານຍີ່ປຸ່ນ ໄດ້ແລກປ່ຽນຈົດໝາຍວ່າດ້ວຍການຍົກເວັ້ນວີຊາສໍາລັບຜູ້ຖືໜັງສືຜ່ານແດນລັດຖະການ​ເຊິ່ງຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ເມສາ 2015 ເປັນຕົ້ນໄປ. ມີເນື້ອໃນສຳຄັນດັ່ງລຸ່ມນີ້: ພົນລະເມືອງຍີ່ປຸ່ນທີ່ຖືໜັງສືຜ່ານແດນລັດຖະການທີ່ມາປະ ຕິບັດ ໜ້າທີ່ທາງການຢູ່ສະຖານທູດ, ສະຖານກົງສຸນຫລືໂຄງການຕ່າງໆຢູ່ ສປປ ລາວ ກໍຄືສະມາຊິກຄອບຄົວຂອງເຂົາເຈົ້າສາມາດເດີນທາງເຂົ້າອອກ, ຜ່ານ ແລະ ພັກເຊົາຢູ່ໃນດິນແດນຂອງສປປ ລາວໄດ້ຕະຫລອດໄລຍະປະຈຳການ.
ພົນລະເມືອງຍີ່ປຸ່ນທີ່ຖືໜັງສືຜ່ານແດນລັດຖະການທີ່ມີອາຍຸການນຳໃຊ້ອອກໃຫ້ໂດຍກະຊວງການຕ່າງປະເທດທີ່ເດີນ ທາງເຂົ້າມາ ສປປ ລາວ ( ນອກຈາກທີ່ກ່າວມາໃນຂໍ້ 1 ) ຈະໄດ້ຮັບການຍົກເວັ້ນວິຊາພາຍໃນໄລຍະເວລາບໍ່ເກີນເກົ້າສິບ ( 90 ) ວັນ. ພົນລະເມືອງລາວທີ່ຖືໜັງສືຜ່ານແດນລັດຖະການທີ່ເດີນທາງໄປປະຕິບັດໜ້າທີ່ທາງລັດຖະການຢູ່ສະຖານທູດ, ສະຖານກົງສຸນທີ່ປະເທດຍີ່ປຸ່ນກໍຄືສະມາຊິກຄອບຄົວຂອງເຂົາເຈົ້າສາມາດເດີນທາງເຂົ້າອອກ, ຜ່ານ ແລະ ພັກເຊົາຢູ່ໃນດິນແດນຂອງຍີ່ປຸ່ນໄດ້ຕະຫລອດໄລຍະປະຈຳການ.

ພົນລະເມືອງລາວທີ່ຖືໜັງສືຜ່ານແດນລັດຖະການທີ່ມີອາຍຸການນຳໃຊ້ອອກໃຫ້ໂດຍກະຊວງການຕ່າງປະເທດທີ່ເດີນ ທາງໄປປະເທດຍີ່ປຸ່ນ ( ນອກຈາກທີກ່າວມາໃນຂໍ້ 3 ) ຈະໄດ້ຮັບການຍົກເວັ້ນວິຊາພາຍໃນໄລຍະເວລາບໍ່ເກີນເກົ້າສິບ ( 90 ) ວັນ,  ໂດຍມີເງື່ອນໄຂຕ້ອງມີໜັງສືເຊີນຫລືເອກະສານທີ່ກ່ຽວຂ້ອງຂອງໂຄງການເພື່ອແຈ້ງຕໍ່ເຈົ້າໜ້າທີ່ກວດຄົນເຂົ້າ​ອອກເມືອງຂອງຍີ່ປຸ່ນໃນເວລາເດີນທາງເຂົ້າຍີ່ປຸ່ນ.
ພົນລະເມືອງລາວຜູ້ຖືໜັງສືຜ່ານແດນລັດຖະການທີ່ໄປເຝິກອົບຮົມໃນໂຄງການຂອງອົງການ​ໄຈກາ (JICATrainees) ຢູ່ຍີ່ປຸ່ນຕ້ອງໄດ້ຂໍວີຊານຳສະຖານທູດຍີ່ປຸ່ນ.

No comments:

Post a Comment