Ad

Ad

27 July 2015

ເດືອນ​ກໍລະກົດ ຢູ່​ນະຄອນຫລວງ​ວຽງ​ຈັນ ມີ​ອຸປະຕິ​ເຫດ​​ບົນ​ທ້ອງ​ຖະໜົນ​ເກີດ​ຂຶ້ນ​ຫລາຍ​ກວ່າ 80 ກໍລະນີ, ມີ​ຜູ້​ເສຍ​ຊີວິດ 12 ຄົນ



     ນັບແຕ່ວັນທີ 1-25 ກໍລະກົດນີ້, ຢູ່ໃນນະຄອນຫລວງວຽງຈັນ ມີອຸປະຕິເຫດ ເກີດຂຶ້ນ 82 ກໍລະນີ, ສົ່ງຜົນໃຫ້ມີຄົນເສຍຊີວິດ 12 ຄົນ ຄື ໃນວັນທີ 1-5 ກໍລະກົດ ມີອຸປະຕິເຫດເກີດຂຶ້ນ 16 ກໍລະນີ, ​ເສຍຊີວິດ 4 ຄົນ, ວັນທີ 6-12 ​ເກີດຂຶ້ນ 25 ກໍລະນີເສຍຊີວິດ 2 ຄົນ, ວັນທີ 13-19 ​ເກີດຂຶ້ນ 29 ກໍລະນີ, ມີຜູ້ເສຍຊີວິດ 3 ຄົນ, ວັນທີ 20-25 ​ເກີດຂຶ້ນ 25 ກໍລະນີ, ​ມີຜູ້ເສຍຊີວິດ 3 ຄົນ, ​ທຽບໃສ່ໃນໄລຍະດຽວກັນຂອງເດືອນຜ່ານມາເຫັນວ່າເພີ່ມຂຶ້ນ, ​ເຊິ່ງໄດ້ສ້າງຄວາມເສຍຫາຍເປັນຈຳນວນບໍ່ໜ້ອຍໃຫ້ແກ່ຊີວິດແລະ ຊັບສິນ​ ​ແລະ ອື່ນໆ​. ໃນນີ້ ຕອນຄ່ຳຂອງວັນທີ 20 ກໍລະກົດ, ຢູ່ເຂດບ້ານໂພນປາເປົ້າ, ​ເມືອງສີສັດຕະນາກນະຄອນຫລວງວຽງຈັນ, ໄດ້ເກີດອຸປະຕິເຫດລົດໃຫຍ່ຕຳກັບລົດຈັກ ສົ່ງຜົນໃຫ້ຄົນຂັບລົດຈັກຄື  ທ້າວ ເມກ ຈະເລີໄຊ ອາຍຸ 30 ປີ ຢູ່ບ້ານໜອງໄຮເມືອງຫາດຊາຍຟອງເສຍຊີວິດຄາທີ່ແລະໃນຕອນເຊົ້າຂອງວັນທີ 25 ກໍລະກົດ, ຢູ່ເຂດບ້ານສົມສະຫວາດເມືອງປາກງື່ມ
ນະຄອນຫລວງ​ວຽງຈັນໄດ້​​ມີລົດໃຫຍ່ຕຳກັບລົດຈັກເຮັດໃຫ້ທ້າວ ຍີຢົ່ງລ່ຽງ (ສັນຊາດຈີນ) ຂັບຂີ່ລົດຈັກ ອາຍຸ 55 ປີ ກຳມະກອນ ພັກເຊົາຢູ່ບ້ານນາໄຊເມືອງທ່າພະບາດແຂວງບໍລິຄຳໄຊເສຍຊີວິດຄາທີ່ແລະໃນຕອນຄ່ຳຂອງວັນດຽວກັນ ຢູ່ເຂດບ້ານສາຍລົມເມືອງຈັນທະບູລີ ນະຄອນຫລວງວຽງຈັນໄດ້ເກີດ​​ອຸປະຕິເຫດລົດຈັກຕຳກັນຢ່າງຮຸນແຮງເຮັດໃຫ້ທ້າວ ກິນດາວົງ ອາຍຸ 28 ປີ ກຳມະ ກອນ ພັກເຊົາຢູ່ບ້ານໂພນສີນວນເມືອງສີສັດຕະນາກເສຍຊີວິດຄາທີ່.
     ເຈົ້າໜ້າທີ່ ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ​ໃນໄລຍະເດືອນກໍລະກົດນີ້, ​ເຈົ້າໜ້າທີ່ໄດ້ສຸມໃສ່ຕັ້ງຈຸດກວດກາ​​ການຂັບຂີ່ເພື່ອຄວາມເປັນລະບຽບຮຽບຮ້ອຍຂອງຜູ້ໃຊ້ລົດໃຊ້ຖະໜົນ ທັງ 4 ​ເມືອງໃນແລະ 5 ​ເມືອງນອກເພື່ອປ້ອງກັນປາກົດການຫຍໍ້ທໍ້ແລະ ອຸປະຕິເຫດທີ່ຈະຕາມມາ, ​ໃນນັ້ນໄດ້ກວດພົບເຫັນນັກຂັບຂີ່ດື່ມສິ່ງມຶນເມົາ​​ແລ້ວຂັບລົດ, ຂັບຂີ່ດ້ວຍຄວາມໄວ, ບໍ່ໃສ່ໝວກກັນກະທົບ ຊຶ່ງເຈົ້າໜ້າທີ່ໄດ້ມີການຕັກເຕືອນພ້ອມທັງປັບໃໝຕາມລະບຽບການ. ດັ່ງນັ້ນ ຖ້າພວກເຮົາທຸກຄົນເອົາໃຈໃສ່ໃນການປະຕິບັດລະບຽບຈະລາຈອນໃຫ້ເຂັ້ມງວດແລະ ສະພາບອຸປະຕິ ເຫດກໍຈະຫລຸດລົງຕາມລຳດັບແລະເຫັນວ່າທຸກເຫດການທີ່​​ຜ່ານມາ. ສ່ວນໃຫຍ່ແມ່ນເກີດຈາກການຂັບຂີ່ໂດຍປະໝາດ, ຂັບຂີ່ດ້ວຍຄວາມໄວສູງ, ​ເມົາແລ້ວຂັບຂີ່ແລະ ອື່ນໆ. ພ້ອມກັນນີ້ເຈົ້າໜ້າທີ່ຍັງໄດ້ຮຽກຮ້ອງ​​ເຖິງນັກຂັບຂີ່ທຸກຄົນຄວນມີສະຕິໃນການຂັບຂີ່ລົດຍານພາຫະນະຂອງຕົນ, ບໍ່ປະໝາດ, ພ້ອມທັງ​​ເຄົາລົບຕໍ່ກົດລະບຽບຈະລາຈອນຢ່າງເຂັ້ມງວດ​​ເພື່ອຫລຸດຜ່ອນອຸປະຕິເຫດທີ່ຈະຕາມມາ.

No comments:

Post a Comment