Ad

Ad

27 July 2015

​ອຸຕຸ​ເຕືອນ ​ໃຫ້ລະ​ວັງ​ນ້ຳ​ຖ້ວມ ​ແລະ ດິນ​ເຈື່ອນ



     ກົມອຸຕຸນິຍົມແລະ ອຸທົກກະສາໃຫ້ຮູ້ວ່າ: ​ໃນວັນທີ 27 ກໍລະກົດນີ້, ຮ່ອງຄວາມກົດດັນອາກາດຕ່ຳ ພັດຜ່ານແຂວງພາກເໜືອຫາພາກກາງຂອງລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ມີກຳລັງອ່ອນຫາປານກາງພັດປົກຄຸມຢູ່ທົ່ວທຸກພາກ, ​ເຮັດ​​ໃຫ້ມີຝົນຕົກຟ້າຄະນອງໃນລະດັບຄ່ອຍເປັນບາງໂອກາດແລະ ຕົກປານກາງຢູ່ບາງທ້ອງຖິ່ນແຂວງພາກໃຕ້ແລະ ພາກກາງ.
     ພາກເໜືອດ້ານເວັນອອກ: ມີເມກປົກຄຸມເປັນບາງສ່ວນແລະ ຍັງຈະມີຝົນຕົກກະຈາຍໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 18-20 ອົງສາແລະ ສູງສຸດ 26-28 ອົງສາ.
     ພາກເໜືອດ້ານຕາເວັນຕົກ: ມີເມກປົກຄຸມເປັນບາງສ່ວນ, ຍັງຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍເປັນບາງໂອກາດຢູ່ບາງທ້ອງຖິ່ນ.ອຸນຫະພູມຕ່ຳສຸດ 21-23 ອົງສາແລະ ສູງສຸດ 27-29 ອົງສາ.

     ນະຄອນຫລວງວຽງຈັນ: ມີເມກປົກຄຸມເປັນສ່ວນຫລາຍ, ມີຝົນຕົກກະຈາຍໃນລະດັບຄ່ອຍເປັນບາງໂອກາດ. ອຸນຫະພູມຕ່ຳສຸດ 23-25 ອົງສາແລະ ສູງສຸດ 28-30 ອົງສາ.
    ພາກກາງ: ມີເມກປົກຄຸມສ່ວນຫລາຍ ມີຝົນຕົກຟ້າຄະນອງໃນລະດັບຄ່ອຍຢູ່ທົ່ວໄປແລະ ຕົກປານກາງຢູ່ບາງທ້ອງຖິ່ນໃນແຂວງຄຳມ່ວນແລະ ສະຫວັນນະເຂດ ອຸນຫະພູມຕ່ຳສຸດ 21-23 ອົງສາແລະ ສູງສຸດ 27-29 ອົງສາ.
    ແຂວງໄຊສົມບູນ: ມີຝົນຕົກຟ້າຄະນອງໃນລະດັບຄອ່ຍຫາປານກາງຢູ່ຕື່ມອີກ. ອຸນຫະພູມຕ່ຳສຸດ 17-19 ອົງສາແລະ ສູງສຸດ 21-23 ອົງສາ.
     ພາກໃຕ້: ມີເມກປົກຄຸມເປັນສ່ວນຫລາຍ, ມີຝົນຕົກຟ້າຄະນອງໃນລະດັບຄ່ອຍຢູ່ເກືອບທົ່ວໄປແລະ ຕົກປານກາງຢູ່ບາງທ້ອງຖິ່ນຂອແຂວງສາລະວັນ, ຈຳປາສັກແລະ ອັດຕະປື. ອຸນຫະພູມຕ່ຳສຸດ 23-25 ອົງສາແລະ ສູງສຸດ 27-29 ອົງສາ. ສໍາລັບເຂດປາກຊ່ອງ, ນິຄົມ 34: ມີຝົນຕົກຟ້າຄະນອງໃນລະດັບຄ່ອຍຫາປານກາງ. ອຸນຫະພູມຕ່ຳສຸດ 13-15 ອົງສາແລະ ສູງສຸດ 21-23 ອົງສາ.
ຄຳ​​ເຕືອນ: ​ເນື່ອງຈາກອາທິດຜ່ານມາ, ມີຝົນຕົກຕິດຕໍ່ກັນໃນລະດັບຄ່ອຍເປັນບໍລິເວນກວ້າງແລະ ຕົກປານກາງຫາຕົກໜັກຢູ່ບາງທ້ອງຖິ່ນຂອງແຂວງພາກເໜືອຫາພາກກາງ, ​ຈຶ່ງເຮັດໃຫ້ສາຂາແມ່ນ້ຳຫລາຍສາຍຍຶ່ງຂຶ້ນຢ່າງໄວວາແລະ ຂຶ້ນສູງກາຍເຂດອັນຕະລາຍແລ້ວເຊັ່ນ: ນ້ຳເຊບັ້ງໄຟ ຈຸດຂົວເຊ, ນ້ຳຊັນ ຈຸດເມືອງເກົ່າແລະ ຍັງມີນ້ຳຖ້ວມຂັງຕາມເສັ້ນທາງຕ່າງໆ, ​ໂດຍສະເພາະ​​ແຂວງພາກເໜືອໂອກາດຈະມີດິນເຈື່ອນຕາມເສັ້ນທາງຕ່າງໆສູງຫລາຍ. ດັ່ງນັ້ນ ຈຶ່ງ​​ແຈ້ງເຕືອນມາຍັງປະຊາຊົນທຸກພາກສ່ວນ ທີ່ອາໃສຢູ່​​ເຂດສ່ຽງອັນຕະລາຍ ຈົ່ງມີສະຕິລະມັດລະວັງໃນການໄປມາ, ທຳມາຫາກິນ, ການເດີນທາງແລະໃຫ້ເກັບມ້ຽນວັດຖຸສິ່ງຂອງໄວ້ບ່ອນປອດໄພແລະໃຫ້ຕິດຕາມຂ່າວພະຍາກອນອາກາດເປັນປະຈຳ.

No comments:

Post a Comment