Ad

Ad

27 July 2015

ບັນຫາການ​ຕັດ​ໄມ້​ທຳລາຍ​ປ່າ​ຍັງ​ເກີດ​ຂຶ້ນ​ແຜ່​ຫລາຍ



     ທີ່ຜ່ານມານາຍົກລັດຖະມົນຕີແລະ ພາກສ່ວນກ່ຽວ ຂ້ອງໄດ້ອອກມະຕິແລະ ຂໍ້ຕົກລົງຕ່າງໆກ່ຽວກັບການຢັບຢັ້ງຫລຸດຜ່ອນການຕັດໄມ້​​ໃນທົ່ວປະເທດ, ​ແຕ່ມາຮອດດຽວນີ້ຍັງມີຫລາຍເຂດໂດຍສະເພາະທາງພາກກາງລົງໄປຫາພາກໃຕ້ການຂຸດຄົ້ນໄມ້ ແລະ ຕັດໄມ້ແບບຖືກກົດໝາຍແລະ ບໍ່ຖືກກົດໝາຍຍັງເກີດມີແຜ່ຫລາຍແລະ ບາງບ່ອນເຈົ້າໜ້າທີ່ກ່ຽວຂ້ອງກວດພົບເຫັນຕົວຈິງ, ​ແຕ່ການນຳໂຕຜູ້ກະທຳຜິດມາປະຕິບັດໂທດຕາມລະບຽບກົດໝາຍຍັງເຮັດ ບໍ່ໄດ້ເຂັ້ມງວດເທົ່າທີ່ຄວນ.

       ຄືດັ່ງໃນອາທິດຜ່ານມາ ພະແນກກະສິກຳແລະ ປ່າໄມ້ແຂວງຄຳມ່ວນໄດ້ເກັບກຳຂໍ້ມູນຈາກກອງກວດກາປ່າໄມ້ຂອງແຂວງລາຍງານໃຫ້ກົມປ່າໄມ້​​ກະຊວງກະສິກຳ​-ປ່ໄມ້ ກ່ຽວກັບຂໍ້ຂ້ອງໃຈຂອງປະຊາຊົນບ້ານໂພນພະເນົາຕໍ່ບັນຫາການຂຸດຄົ້ນ
ໄມ້ຢ່າງຊະຊາຍຢູ່ເຂດ 3 ​ເມືອງນາກາຍ, ຍົມມະລາດແລະໄຊບົວທອງ, ຕໍ່ກັບບັນຫາດັ່ງກ່າວທາງກອງກວດກາປ່າໄມ້ແຂວງ​​ໄດ້ຍອມຮັບຕໍ່ການສົ່ງຂ່າວຂອງປະຊາຊົນດັ່ງກ່າວ ແລະ ຊີ້ແຈງວ່າ: ການບຸກລຸກທຳລາຍປ່າໄມ້ໃນເຂດເມືອງນາກາຍ (​ເຂດຍົກຍ້າຍຈັດສັນນ້ຳເທີນ 2) ​ແມ່ນບຸກລຸກຖາງປ່າເຮັດໄຮເພື່ອທຳການຜະລິດລວມມີ 9 ບ້ານ, ພົນລະເມືອງ 419 ຄົນ, ຍິງ 135 ຄົນ, ​ເນື້ອທີ່ 4.204 ​ເຮັກຕາ ທາງເມືອງແລະ ຫ້ອງການກ່ຽວຂ້ອງສົມທົບກັບເຈົ້າໜ້າທີ່ປ່າໄມ້ໄດ້ຮຽກເອີ້ນປະຊາຊົນດັ່ງກ່າວເຂົ້າມາເຮັດບົດບັນທຶກ 16 ຄັ້ງ ພ້ອມທັງໄດ້ສຶກສາອົບຮົມແລະໃຫ້ຢຸດທຳການຜະລິດໃນເຂດດັ່ງກ່າວ, ສ່ວນການບຸກລຸກຂຸດຄົ້ນໄມ້ທຳມະຊາດຢູ່ບ້ານທົ່ງເມືອງຫລວງ, ບ້ານວັງຫີນເຂດປ່າສະຫງວນພູຫີນປູນ ມີຈຳນວນໄມ້ 356 ທ່ອນ, ບໍລິມາດ 1.205 ກວ່າແມັດກ້ອນໄມ້ຈຳນວນດັ່ງກ່າວທາງແຂວງແລະເມືອງໄດ້ທ້ອນໂຮມເອົາມາໄວ້ສະໜາມ II ​ເມືອງຍົມມະລາດແລະ ຂາຍແລ້ວ ແລະປັດຈຸບັນກຳລັງລົງເກັບກຳຂໍ້ມູນເພື່ອຊອກຫາຜູ້ກະທຳມາດຳເນີນຄະດີຕາມລະບຽບກົດໝາຍ. ພ້ອມນັ້ນ ຍັງໄດ້ລົງກວດກາແລະ ທ້ອນໂຮມຈັກຕັດໄມ້ໂດຍສົມທົບກັບອຳນາດການປົກຄອງບ້ານເກັບກຳບັນຊີຈັກຕັດໄມ້ຢູ່​​ເຂດບ້ານທົ່ງເມືອງຫລວງແລະເຂດນາຕານ ທ້ອນໂຮມຈັກຕັດໄມ້ໄດ້ຈຳນວນ 519 ​ເຄື່ອງແລະໄດ້ນຳມາທ້ອນ​​ໄວ້ຢູ່ສາງປົກຄອງເມືອງ, ​ໄດ້ເຮັດການເຜີຍແຜ່ລະບຽບກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍສັດນ້ຳແລະ ສັດປ່າ, ​ແຈ້ງການກ່ຽວກັບການຄຸ້ມຄອງຈັກຕັດໄມ້ແລະ ບັນດານິຕິກຳທີ່ກ່ຽວຂ້ອງມີ 3 ​ເຂດ 17 ບ້ານ ມີປະຊາຊົນເຂົ້າຮ່ວມຮັບຟັງການເຜີຍແຜ່ 1.262 ຄົນ, ຍິງ 454 ຄົນ.
       ສະເພາະຢູ່ເມືອງຍົມມະລາດ ທາງກອງກວດກາປ່າໄມ້ແຂວງໄດ້ລາຍງານຕື່ມວ່າ: ການຂຸດຄົ້ນໄມ້ຢູ່ເມືອງດັ່ງກ່າວ​​ແມ່ນໄດ້ດຳເນີນໄປເພື່ອກໍ່ສ້າງພື້ນຖານໂຄງລ່າງເປັນຕົ້ນໂຄງການກໍ່ສ້າງເຮືອນໃຫ້ປະຊາຊົນຢູ່ບ້ານ​​ເທີເຊິ່ງເປັນໂຄງການຈັດສັນຂອງລັດຖະບານ ມີເຮືອນທັງໝົດ 58 ຫລັງໂຄງການດັ່ງກ່າວເປັນໂຄງການສົມທົບໂດຍລັດຖະບານປະກອບສັງກະສີແລະທ້ອງຖິ່ນກໍນຳໃຊ້ທ່າແຮງທີ່ມີຢູ່. ດັ່ງນັ້ນ ຈຶ່ງໄດ້ນຳໃຊ້ໄມ້ຈຳນວນ 168 ທ່ອນ, ບໍລິມາດ 525 ກວ່າແມັດກ້ອນເປັນຊະນິດໄມ້ຄຸ້ມຄອງເພື່ອປຸກສ້າງ ປັດຈຸບັນປະຕິບັດໄດ້ 28 ຫລັງແລະ ມີປະຊາຊົນຂຶ້ນຢູ່ແລ້ວ 20 ຫລັງ. ຕົກມາຮອດວັນທີ 1 ມິຖຸນາ 2015 ​ໄດ້ເກີດມີໄພພິບັດລົມພາຍຸພັດເຮັດໃຫ້ເຮືອນ 26 ຫລັງຖືກເປ່ເພທັງໝົດ ທັງໄດ້​​ເຮັດໃຫ້ປະຊາຊົນບາດເຈັບຈຳນວນ 21 ຄົນແລະເສຍຊີວິດ 2 ຄົນ, ປະເມີນຄ່າເສຍຫາຍປະມານ 2 ກວ່າຕື້ກີບ, ສ່ວນການຖາງປ່າ​​ເຮັດໄຮ່ຂອງປະຊາຊົນ​​ເຂດບ້ານເຫລົ່າ, ບ້ານສ້າງແກ້ວແລະ ບ້ານທາດ ມີຈຳນວນ 5 ຕອນເນື້ອທີ່ 6 ​ເຮັກຕາ ທາງຫ້ອງການກະສິກຳແລະ ປ່າໄມ້ເມືອງສົມທົບກັບພາກສ່ວນກ່ຽວຂ້ອງກຳລັງດຳເນີນການສຶກສາອົບຮົມປະຊາຊົນເຂດດັ່ງກ່າວ. ນອກຈາກນີ້ ຕໍ່ບັນຫາການຕັດໄມ້ທຳລາຍປ່າຢູ່ເມືອງໄຊບົວທອງເຊິ່ງເປັນເມືອງທີ່ມີປ່າຜະລິດປົກຫຸ້ມຢູ່ເປັນຈຳນວນຫລາຍນັ້ນ ທາງກອງກວດກາປ່າໄມ້​​ໄດ້ໃຫ້ຄຳຊີ້ແຈງວ່າ: ​ການຕັດໄມ້ຢູ່ເຂດປ່າຜະລິດດົງກະປາດນາກະທິງແມ່ນໄດ້ຮັບຂໍ້ຕົກລົງຈາກລັດຖະບານເຫັນດີໃຫ້​​ແຂວງຂຸດຄົ້ນໄມ້ເພື່ອຕອບສະໜອງໃຫ້ບໍລິສັດເລື່ອງຟັດຣົງນຳເຂົ້າຜະລິດໄມ້ອັດ 223 ຕົ້ນ, ບໍລິມາດ 655 ກວ່າແມັດກ້ອນ ແລະ ມາຮອດປັດຈຸບັນປະຕິບັດໄດ້ 120 ທ່ອນ, ບໍລິມາດ 226 ກວ່າແມັດກ້ອນ.
       ຕໍ່ບັນຫາທີ່ກ່າວມາ​​ນັ້ນ ນັບວ່າເປັນຂໍ້ຄິດເຫັນແລະ ຄວາມເປັນຫ່ວງທີ່ດີຂອງປະຊາຊົນ​​ທີ່ເປັນຫູເປັນຕາຕິດຕາມເບິ່ງສະພາບການຂຸດຄົ້ນໄມ້ຢູ່ແຂວງຄຳມ່ວນ, ສ່ວນແຂວງອື່ນທີ່ຢູ່ໃກ້ຄຽງກໍມີປະຊາຊົນໄດ້ທັກທ້ວງບັນຫາການຕັດໄມ້ຢູ່​​ເຂດເມືອງຄຳເກີດ, ​ເມືອງວຽງທອງແລະເມືອງບໍລິຄັນແຂວງບໍລິຄຳໄຊ ລວມໄປເຖິງບາງເມືອງແຂວງເຊກອງ, ສາລະວັນແລະ ອັດຕະປື ກໍນັບວ່າມີການຕັດໄມ້ຢ່າງແຜ່ຫລາຍຢູ່. ສະນັ້ນພາກສ່ວນກ່ຽວຂ້ອງຕ້ອງໄດ້ເພີ່ມທະວີນຳໃຊ້ມາດຕະການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ເພື່ອສະກັດກັ້ນບັນຫາດັ່ງກ່າວໃຫ້ມີຄວາມສະຫງົບໂດຍພື້ນຖານ.

No comments:

Post a Comment