Ad

Ad

27 July 2015

ປກສ ແຂວງສະຫວັນນະເຂດຈັບຜູ້ຄ້າຂາຍຢາເສບຕິດຕົວອັນຕະລາຍ



ຂ່າວ-ພາບ ຫນັງສືພິມ ປກສ
            ເມື່ອທ້າຍອາທິດຜ່ານມາ, ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງສະຫວັນນະເຂດ, ໄດ້ຈັບຕົວຜູ້ຄ້າຂາຍຢາເສບຕິດຕົວອັນຕະລາຍຄື ທ້າວ ຄຳສິງ ວິໄລວົງ ອາຍຸ 40 ປີ ຢູ່ບ້ານນາກອຍ ແລະ ນາງ ຄຳຫລ້າ ອາຍຸ 40 ປີ ຢູ່ບ້ານໂພນງອຍ ເມືອງອາດສະພັງທອງ ແຂວງດັ່ວກ່າວ ພ້ອມຂອງກາງຢາບ້າ 5 ພັນເມັດ, ຈຶ່ງໄດ້ຢຶດໄວ້ເປັນຫລັກຖານໃນການດຳເນີນຄະດີຕາມລະບຽບກົດໝາຍ.
     ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ພວກກ່ຽວແມ່ນເປົ້າໝາຍຕິດຕາມຂອງ ເຈົ້າໜ້າທີ່ມາ ດົນແລ້ວ, ພາຍຫລັງມີພົນລະເມືອງດີແຈ້ງໃຫ້ຊາບວ່າທັງສອງມີ ການເຄື່ອນ ໄຫວຄ້າຂາຍຢາເສບຕິດໃຫ້ໄວໜຸ່ມໃນເຂດເມືອງອາດສະພັງທອງ ແລະ ເມືອງໃກ້ຄຽງ, ຈຶ່ງໄດ້ຈັດກຳລັງຕິດຕາມ ແລະ ຈັບທ້າວ ຄຳສິງ ໄດ້ໃນຂະນະເອົາຢາບ້າໄປສົ່ງໃຫ້ລູກຄ້າຈຳນວນ 2 ພັນເມັດ,
ຫລັງຈາກນັ້ນໄດ້ນຳຕົວມາສືບສວນ-ສອບສວນຂະຫຍາຍຜົນຜູ້ກ່ຽວຈຶ່ງໄດ້ຊັກທອດວ່າຢາບ້າທັງໝົດແມ່ນຊື້ມານຳນາງຄຳຫລ້າ ຢູ່ບ້ານໂພນງອຍ ເຈົ້າໜ້າທີ່ຈຶ່ງໄດ້ນຳກຳລັງເຂົ້າຈັບຕົວ ແລະ ກວດຄົ້ນພາຍໃນເຮືອນພົບຢາບ້າຢູ່ຫ້ອງ ນອນຈຳນວນ 3 ພັນເມັດ, ພ້ອມເງິນ 34 ພັນບາດ (ສະກຸນເງິນໄທ) ແລະ 5 ລ້ານກວ່າກີບ, ຈຶ່ງໄດ້ຍຶດໄວ້ ເປັນຫລັກຖານເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment