Ad

Ad

27 July 2015

ລາວປັບລາຄານໍ້າລົງທົ່ວ​ປະ​ເທດ



ກະຊວງອຸດສາຫະກໍາແລະການຄ້າ, ໄດ້ປະກາດວ່າ: ນັບແຕ່ວັນທີ 24 ກໍລະກົດ 2015 ນີ້ເປັນຕົ້ນໄປ,​ ປໍ້ານໍ້າມັນໃນທົ່ວປະເທດຕ້ອງປັບລາຄາມັນລົງຕື່ມອີກ, ພາຍຫລັງສະພາບການຊື້-ຂາຍນໍ້າມັນ​​ເຊື້ອໄຟໃນຕະຫລາດໂລກມີການປ່ຽນແປງຫລຸດລົງຢ່າງຕໍ່ເນື່ອງ ແລະໃຫ້ສອດຄ່ອງກັບກົນໄກການຕະຫລາດ, ເຊິ່ງ ເປັນການປັບລາຄາຫລຸດລົງຄັ້ງທີ 2 ​ໃນຮອບເດືອນນີ້,​ ສະເພາະນະຄອນ ຫລວງວຽງຈັນນ້ຳມັນແອັດຊັງພິເສດ ລາຄາເດີມ 9.500 ກີບມາເປັນ 9.430 ກີບຕໍ່ລິດ, ນ້ຳມັນແອັດຊັງທຳມະດາລາຄາເດີມ 8.300 ກີບມາເປັນ 8.240 ກີບຕໍ່ລິດ, ນ້ຳມັນກາຊວນລາຄາເດີມ 7.070 ກີບມາເປັນ6.930 ກີບຕໍ່ລິດ,ແຂວງຄຳມ່ວນ ແອັດຊັງພິເສດ ລາຄາເດີມ 9.530 ກີບມາເປັນ 9.460 ກີບຕໍ່ລິດ, ແອັດ ຊັງທຳມະດາລາຄາເດີມ  8.330 ກີບມາເປັນ 8.270 ກີບຕໍ່ລິດ, ກາຊວນລາຄາເດີມ 7.090 ກີບມາເປັນ 6.950 ກີບຕໍ່ລິດ, ແຂວງສະຫວັນນະເຂດແອັດຊັງພິເສດລາຄາເດີມ 9.540 ກີບມາເປັນ 9.470 ກີບຕໍ່ລິດ,
ແອັດຊັງທຳມະດາລາຄາເດີມ 8.330 ກີບມາເປັນ 8.270 ກີບຕໍ່ລິດ, ກາຊວນລາຄາເດີມ 7.090 ກີບມາເປັນ 6.950 ກີບຕໍ່ລິດ, ແຂວງຈຳປາສັກແອັດຊັງພິເສດລາຄາເດີມ 9.560 ກີບມາເປັນ 9.490 ກີບຕໍ່ລິດ, ແອັດຊັງທຳມະດາລາຄາເດີມ 8.350 ກີບມາເປັນ 8.290 ກີບຕໍ່ລິດ, ກາຊວນລາຄາເດີມ 7.120 ກີບມາເປັນ 6.980 ກີບຕໍ່ລິດ, ແຂວງບໍ່ແກ້ວແອັດຊັງພິເສດລາຄາເດີມ 9.620 ກີບມາເປັນ 9.550 ກີບຕໍ່ລິດ, ແອັດຊັງທໍາມະດາລາຄາເດີມ 8.400 ກີບມາເປັນ 8.340 ກີບຕໍ່ລິດ, ກາຊວນລາຄາເດີມ 7.170 ກີບມາເປັນ 7.030 ກີບຕໍ່ລິດແລະແຂວງອື່ນໆກໍປັບລົງເຊັ່ນດຽວກັນ.

No comments:

Post a Comment