Ad

Ad

27 July 2015

ມອບ​-ຮັບ ​ໂຮງພິມໜັງສືພິມ​ປະຊາຊົນ​ຢູ່​ແຂວງ​ຈຳປາ​ສັກ



           ພິທີ​ມອບ-ຮັບ​ ໂຮງພິມໜັງສືພິມປະຊາຊົນພາກໃຕ້ໃນມູນຄ່າ 29 ຕື້ກີບ, ໄດ້ຈັດ​ຂຶ້ນ​ໃນ​ວັນ​ທີ 24 ກໍລະກົດຜ່ານມານີ້, ທີ່​ໂຮງ​ແຮມ​ຈໍາປາ​ສັກ​ແກຣນ ເມືອງ​ປາກ​ເຊ ແຂວງ​ຈໍາປາ​ສັກ ​ໂດຍການ​ເຂົ້າ​ຮ່ວມຂອງທ່ານ ສາດສະດາຈານ ດຣ ບໍ່​ແສງ​ຄໍາ ວົງ​ດາລາ ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫລງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ, ທ່ານ ສະຫວັນ​ຄອນ ຣາຊມຸນຕຣີ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ, ພ້ອມດ້ວຍພະນັກງານ ກ່ຽວຂ້ອງ​ເຂົ້າຮ່ວມເປັນຈໍານວນຫລາຍ.
           ລັດຖະມົນຕີຊ່ວຍວ່າການ ສະຫວັນ​ຄອນ ຣາຊມຸນ​ຕຣີ ກ່າວວ່າ: ການກໍ່ສ້າງ​​ໂຮງພິມ​ປະຊາຊົນ​ທີ່​ແຂວງ​ຈໍາປາ​ສັກ, ກໍເພື່ອ​ຕອບ​ສະໜອງ​​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສັງຄົມ, ໂດຍ​ສະ​ເພາະ​ໃນ​ບັນດາ​ແຂວງ​ພາກ​ກາງ ​ແລະ ພາກ​ໃຕ້
ໃຫ້ສາມາດ​ອ່ານໜັງສື​ພິມ​ປະຊາຊົນ, ປະເທດລາວ ແລະ ໜັງສືພິມອື່ນໆໃຫ້ທັນເຫດການ​​ວັນ​ຕໍ່​ວັນ, ເຊິ່ງໃນໄລ ຍະຜ່ານມາພວກເຮົາໄດ້ຈັດພິມໜັງສືພິມດັ່ງກ່າວຢູ່ນະຄອນຫລວງວຽງຈັນ, ກ່ອນຈະສົ່ງໄປຈໍາໜ່າຍຢູ່ ແຂວງຕ່າງໆເຮັດໃຫ້ມີຄວາມຊັກຊ້າ ແລະ ບໍ່ທັນເຫດການເຄື່ອນໄຫວຂອງສັງຄົມຕົວຈິງ, ພ້ອມນີ້, ຍັງ​ເປັນ​ການ​ຍົກ​ລະດັບ​ການ​ບໍລິການ​ສັງຄົມ​ໃຫ້​ມີ​ຄວາມ​​ວ່ອງ​ໄວ​ຫລາຍ​ຂຶ້ນທັງເປັນການ​ຕິດຕາມຂໍ້​ມູນ​ຂ່າວສານ​ໃຫ້​ມີ​ຄວາມສະດວກ​ວ່ອງ​ໄວ​ຂຶ້ນກວ່າ​ເກົ່າ. ແນວໃດກໍຕາມການ​ເປີດ​ໂຮງພິມ​ດັ່ງກ່າວທີ່​ແຂວງ​ພາກ​ໃຕ້ນີ້, ບໍ່​ພຽງ​ແຕ່​ຈະ​ຮັບ​​ໃຊ້​ໃຫ້​ແກ່​ການຈັດ​ພິມ​ໜັງ​ສື​ພິມ​ປະຊາ ຊົນ​ເທົ່ານັ້ນ, ແຕ່​ຍັງ​ສາມາດ​ໃຫ້​ບໍລິການ​ສັງຄົມ​ດ້ວຍ​ເຄື່ອງພິມ​ທີ່​ທັນ​ສະ​ໃໝ, ວ່ອງໄວ ແລະ ມີຄຸນນະພາບສູງນໍາອີກ.

No comments:

Post a Comment