Ad

Ad

27 July 2015

ຮອງ​ນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ​ເນັ້ນໃຫ້ແຂວງ​ໄຊ​ຍະ​ບູລີນໍາໃຊ້ເຕັກນິກກະສິກໍາໃໝ່ທີ່ຍືນຍົງ



ໃນລະຫວ່າງວັນທີ 22- 23 ກໍລະກົດຜ່ານມານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດການຜະລິດ ແລະ ຈໍລະຈອນ  ພ້ອມດ້ວຍຄະນະ, ໄດ້ໄປຊຸກຍູ້ການຜະລິດຢູ່ແຂວງໄຊຍະບູລີ, ໂດຍມີທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ແລະ ຄະນະນຳ, ອໍານາດການປົກຄອງແຂວງໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໃນໂອກາດນີ້, ຮອງນາຍົກລັດຖະມົນຕີ ໄດ້​​ລົງຕິດຕາມພື້ນຖານໂຄງລ່າງເຂດການຜະລິດ, ພ້ອມທັງໄດ້ຮັບຟັງການລາຍງານສະພາບການປູກຝັງ-ລ້ຽງສັດໃນລະດູຜ່ານມາເຫັນວ່າແຜນການຜະລິດໃນເນື້ອທີ່ທັງໝົດ15 ພັນກວ່າເຮັກຕາ, ສາມາດປະຕິບັດໄດ້ປະມານ 97% ໃນນັ້ນປູກເຂົ້ານາແຊງໂດຍສຸມໃສ່ 3 ທົ່ງພຽງຂອງ 3 ເມືອງຄື ໄຊຍະບູລີ,​​ ພຽງແລະ​​ ຊຽງຮ່ອນ ແມ່ນປະຕິບັດໄດ້ 2.600 ກວ່າເຮັກຕາ, ໃນສະມັດຕະພາບສະເລ່ຍ 4 ໂຕນກວ່າຕໍ່ເຮັກຕາເທົ່າກັບ76% ຂອງແຜນການທີ່ວາງໄວ້ 3.500ເຮັກຕາ, ສໍາລັບ
ການປູກພືດລະດູແລ້ງປະຕິບັດໄດ້ 12 ພັນກວ່າເຮັກຕາເທົ່າກັບ104%(ລື່ນຄາດໝາຍ),ໂດຍສຸມໃສ່ການປູກພືດຜັກ, ສາລີຫວານ, ໝາກໂມ, ໝາກແຕງ ແລະ ປະເພດຖົ່ວຕ່າງໆ,ຊຶ່ງການຜະລິດ​​ລະດູການທີ່ຜ່ານມານັ້ນຊາວກະສິກອນມີຄວາມເອົາໃຈໃສ່ຫ້າວຫັນ ແລະ ເປັນຂະບວນການດີ, ອັນພົ້ນເດັ່ນແມ່ນການນຳໃຊ້ກົນຈັກທັນສະໄໝເຂົ້າໃນການຜະລິດ, ການຖອດຖອນບົດຮຽນ ແລະ ເຕັກນິກອັນໃໝ່ເວົ້າສະເພາະກໍແມ່ນເຕັກນິກກະເສດສຸມ, ການນຳໃຊ້ຝຸ່ນຊີວະພາບ ແລະ ການໝູນໃຊ້ແນວພັນປັບປຸງທີ່ສອດຄ່ອງໃນແຕ່ລະທ້ອງຖິ່ນ, ອັນໄດ້ກາຍເປັນໜໍ່ແໜງ ແລະ​​ ມີຕົວແບບການຜະລິດໃນຫລາຍຄອບຄົວ, ສ່ວນການປູກພືດລະດູຝົນໃນປີນີ້ໄດ້ວາງແຜນໄວ້ທັງໝົດ145 ພັນກວ່າເຮັກຕາ, ໃນນັ້ນຜະລິດເຂົ້າ 45 ພັນກວ່າເຮັກຕາ, ມາຮອດປັດຈຸບັນ, ປັກດຳເຂົ້ານາປີສໍາເລັດແລ້ວກວ່າ70% ແຕ່ປຽບທຽບກັບປີຜ່ານມາຍັງເຫັນວ່າຊັກຊ້າຢູ່ຍ້ອນຝົນມາຊ້າເຮັດໃຫ້ເກີດສະພາບແຫ້ງແລ້ງຄາດວ່າໃນປີນີ້ຈະຜະລິດເຂົ້າໄດ້ເກືອບ 2 ແສນໂຕນ. ນອກຈາກນີ້, ຍັງໄດ້ມີການສົ່ງເສີມການປູກເຂົ້າໃນເຂດ 3 ທົ່ງພຽງໃຫຍ່​​ໃນເມືອງໄຊຍະບູລີ, ເມືອງພຽງ ແລະ ເມືອງຊຽງຮ່ອນ ​​ໂດຍຫັນ​​ໄປສູ່ການນຳໃຊ້ແນວພັນປັບປຸງ, ດ້ານການປູກພືດລະດູຝົນກໍມີແຜນທັງໝົດແສນກວ່າເຮັກຕາ, ເຊິ່ງປະຕິບັດໄດ້ເກືອບທັງໝົດຂອງແຜນການ, ສ່ວນຫລາຍແມ່ນປູກສາລີແຂງເພື່ອຜະລິດຫົວອາຫານສັດ 50 ພັນກວ່າເຮັກຕາ, ຫລຸດຈາກປີຜ່ານມາ 8 ພັນກວ່າເຮັກຕາ, ປູກໝາກເດືອຍ 30 ພັນກວ່າເຮັກຕາ, ເພີ່ມຂຶ້ນເກືອບ 4 ພັນເຮັກຕາ, ມັນຕົ້ນ 11 ພັນກວ່າເຮັກຕາເພີ່ມຂຶ້ນກວ່າ 4 ພັນເຮັກຕາ, ດ້ານການລ້ຽງສັດໃນ 6 ເດືອນຜ່ານມາກໍສາມາດສະໜອງຊີ້ນ,​ ໄຂ່ ແລະ ປາໄດ້ກວ່າ11 ພັນກວ່າໂຕນ, ການສົ່ງເສີມລ້ຽງເປັນຟາມມີເຖິງ102 ຟາເພີ່ມຂຶ້ນ10 ກວ່າຟາ.
ໃນໂອກາດນີ້, ຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ໄດ້ສະແດງຄວາມຊົມເຊີຍຕໍ່ການນຳແຂວງ ແລະອຳນາດການປົກຄອງທ້ອງຖິ່ນທີ່​​ໄດ້ໃກ້ຊິດຕິດແທດໃນການຕິດຕາມການຜະລິດກະສິກໍາຂອງປະຊາຊົນ, ພ້ອມກັນແກ້ໄຂບັນຫາຜົນກະທົບຈາກໄພແລ້ງເບົາບາງລົງ, ສຳລັບວຽກງານການຜະລິດກະສິກຳ, ໂດຍສະເພາະການທີ່ຈະກ້າວໄປສູ່ການນຳໃຊ້ກົນຈັກທັນສະໄໝໃນສະພາວະທີ່ມີການຂາດ​​ແຮງງານ ແລະ ການຫັນປ່ຽນໄປໃຊ້ແຮງງານໃນຂະແໜງການອື່ນແມ່ນສະເໜີໃຫ້ມີຕົວແບບຈັດຕັ້ງກຸ່ມບໍລິການດ້ານເຕັກນິກເພື່ອເຕົ້າໂຮມບັນດາກົນຈັກປະເພດຕ່າງໆທີ່ມີຢູ່ເພື່ອບໍລິການໃຫ້ແກ່ຊາວກະສິກອນ, ຫລຸດຜ່ອນຕົ້ນທຶນການຜະລິດ ແລະ ນຳໃຊ້ກົນຈັກເຫລົ່ານັ້ນຢ່າງເຕັມປະສິດທິພາບ. ຄຽງຄູ່ກັນນັ້ນ, ກໍໃຫ້ກະກຽມແນວພັນໃຫ້ພຽງພໍໃນການຜະລິດ, ດ້ານການລ້ຽງສັດກໍໃຫ້ເບິ່ງຄືນບັນດາປັດໄຈຕ່າງໆທີ່ຈະຕ້ອງແກ້ໄຂເພື່ອສ້າງຄວາມຍືນຍົງໃຫ້ແກ່ການລ້ຽງສັດທັງການຕອບສະໜອງລູກສັດ, ເຕັກນິກ, ການຜະລິດ ແລະການຕອບສະໜອງອາຫານສັດ. ນອກຈາກນີ້ກໍໃຫ້ເບິ່ງຕື່ມກ່ຽວກັບການລ້ຽງສັດໃຫຍ່ ແລະ ພືດເສດຖະ ກິດທີ່ມີຄວາມຕ້ອງການສູງເຊັ່ນ: ງົວ, ຜັກອີ່ຮຸມ ແລະ ໝາກຍໍເພື່ອການສົ່ງອອກໄປຈີນລວມທັງການລົງທຶນໃສ່ໂຮງງານອຸດສາຫະກຳປຸງແຕ່ງໃນເຂດທີ່ສາມາດຕອບສະໜອງວັດຖຸດິບໄດ້ເພື່ອຫລຸດຜ່ອນດ້ານຕົ້ນທຶນໃນເງື່ອນໄຂການເຊື່ອມໂຍງ, ການຍົກລະດັບໂຮງງານປຸງແຕ່ງໃຫ້ສອດຄ່ອງກັບການຜະລິດໃນແຕ່ລະໄລຍະຢ່າງພຽງພໍ.

No comments:

Post a Comment