Ad

Ad

23 October 2015

ສປ.ຈີນ ມອບຫໍສະໝຸດໃຫ້ ມສ ວຽງຈັນ

ພິທີມອບ-ຮັບຫ້ອງອ່ານປຶ້ມ ຈາກລັດຖະບານຈີນ, ລະຫວ່າງ ທ່ານ ກວນ ຮົວປິງ ເອກອັກຄະລັດ ຖະທູດ ສປ ຈີນ ປະຈຳລາວ ແລະ ທ່ານ ລີຕູ້ ບົວປາວ ລັດຖະມົນຕີ ຊ່ວຍວ່າການກະຊວງສຶກສາທິ ການ ແລະ ກິລາ ໄດ້ມີຂຶ້ນໃນວັນທີ 21 ຕຸລານີ້, ທີ່ໂຮງຮຽນ ມສ ວຽງ ຈັນ ເພື່ອໃຫ້ນັກຮຽນ ແລະ ຄູອາ ຈານສາມາດສໍາຜັດເຖິງໄມຕີຈິດ ຕະພາບອັນເລິກເຊິ່ງຂອງວັດທະ ນະທໍາ ແລະ ຮີດຄອງປະເພນີຂອງ ປະຊາຊົນລາວ-ຈີນ ທີ່ມີມູນເຊື້ອມາ ແຕ່ດົນນານນັ້ນ ເຂົ້າໃຈກັນຂື້ນ, ໂດຍສະເພາະການຮ່ວມມືຂົງເຂດ ຕ່າງໆໃຫ້ມີໝາກຜົນ. ຫ້ອງອ່ານ ປື້ມນີ້ ປະກອບມີ: ປື້ມວັນນະຄະດີ, ປະຫວັດສາດ, ແບບຮຽນພາສາ ຈີນ ແລະ ປື້ມເລື່ອງອື່ນໆສ່ວນຫຼາຍ ເປັນພາສາລາວລວມທັງໝົດ 5.000 ກວ່າຫົວ. ນອກຈາກນີ້ ຍັງ ໄດ້ມອບເຄື່ອງຄອມພິວເຕີ 5 ຊຸດ, ເຄື່ອງປັບອາກາດ 1 ໜ່ວຍ, ລວມ ມູນຄ່າ 24 ພັນໂດລາສະຫະລັດໃຫ້ ໂຮງຮຽນແຫ່ງດັ່ງກ່າວອີກດ້ວຍ.

ທ່ານ ຄໍາຕັນ ຫົວໜ້າອໍານວຍ ການໃຫຍ່ ໂຮງຮຽນ ມສ ວຽງຈັນ ກ່່າວວ່າ: ຫໍສະໝຸດແຫ່ງນີ້ ມີຂຶ້ນໄດ້ ກໍຍ້ອນການຊ່ວຍເຫຼືອດ້ວຍຄວາມຈິງໃຈຂອງຫລາຍພາກສ່ວນນັບ ທັງພາຍໃນ ແລະ ຕ່າງປະເທດ ແລະ ການຊ່ວຍເຫລືອຂອງລັດຖະ ບານຈີນຄັ້ງນີ້ຈະເປັນສ່ວນສຳຄັນໃນການຊຸກຍູ້ສົ່ງເສີມໃຫ້ຄູອາຈານ ແລະ ນັກຮຽນມີຄວາມສະດວກໃນການຄົ້ນຄວ້າ, ສຶກສາຮໍ່າຮຽນ ໂດຍສະເພາະການຮຽນຮູ້ວັດທະ ນະທໍາ, ການດຳລົງຊີວິດ ແລະ ຮີດຄອງປະເພນີຂອງຈີນຫລາຍຂຶ້ນ.

No comments:

Post a Comment