Ad

Ad

23 October 2015

ບໍ່ຄໍາ-ທອງ ເຊໂປນບັນລຸເປົ້າ ໝາຍການຜະລິດໃໝ່ໃນໄຕມາດທີ 3

ບໍໍລິສັດ MMG LXML ເຊໂປນ (ໂຄງການບໍ່ຄໍາ-ທອງເຊໂປນ) ບັນລຸໄດ້ເປົ້າໝາຍການ ຜະລິດປະຈໍາໄຕມາດທີ 3 ຂອງປີ 2015 ທີ່ສືບເນື່ອງມາຈາກຜົນ ການຜະລິດ ແລະ ການດໍາເນີນງານທີ່ມີປະສິດທິຜົນຄືສາມາດຜະລິດແຜ່ນທອງແດງໄດ້ຫລາຍກວ່າ 24.000 ໂຕນ, ສູງກວ່າການຜະລິດໃນໄຕມາດທີ່ຜ່ານມາ 3% ແລະ 11% ເມື່ອທຽບກັບຜົນການຜະລິດໃນໄຕມາດດຽວກັນຂອງປີ 2014. ຜົນການຜະລິດແຜ່ນທອງ ແຕ່ຕົ້ນປີຈົນເຖິງປັດຈຸບັນບັນລຸໄດ້ ແລ້ວ 68.694 ໂຕນ ເຊິ່ງສູງກວ່າ 7% ເມື່ອທຽບໃສ່ການຜະລິຂອງປີ 2014.
ທ່ານ ຊູເຣັດ ວາດນາກຣາ, ຜູ້ຈັດການໃຫຍ່ ບໍ່ຄໍາ-ທອງ ເຊໂປນ ກ່າວວ່າ: ຜົນການຜະລິດໄດ້ສະ ແດງໃຫ້ເຫັນຄວາມສໍາຄັນໃນການປັບປຸງຊັບສິນທີ່ມີຢູ່ກໍຄືການປັບປຸງສາຍການຜະລິດ, ໂດຍສຸມໃສ່ການ ເພີ່ມປະສິດທິຜົນການດໍາເນີນງານຂອງໂຮງງານ, ການນໍາໃຊ້ຊັບ ສິນທີ່ມີ ແລະ ປັບປຸງປະສິດທິພາບການຜະລິດໃນປັດຈຸບັນ. ການປັບ ປຸງດັ່ງກ່າວໄດ້ມີຄວາມໝາຍ ຄວາມສໍາຄັນສູງໃນໄລຍະ
ປັດຈຸບັນທີ່ລາຄາທອງຕົກຕໍ່າ. ສໍາລັບຄວາມ ມຸ້ງໝັ້ນ ແລະ ການເອົາໃຈໃສ່ເຮັດ ວຽກໃນການປັບປຸງເຫລົ່ານີ້ ເຊິ່ງ ໄດ້ຊ່ວຍໃຫ້ພວກເຮົາສາມາດຮັກ ສາຜົນການຜະລິດ ເຖິງແມ່ນວ່າຄຸນ ນະພາບແຮ່ຈະຫລຸດລົງ.
ທ່ານ ຊູເຣັດ ກ່າວຕື່ມວ່າ: ພວກເຮົາຍັງສືບຕໍ່ທົບທວນໂອກາດໃນການປັບປຸງການຜະລິດໃນຂະ ນະທີ່ສິນແຮ່ມີຄຸນນະພາບຫລຸດລົງ ແລະ ພວກເຮົາກໍາລັງກ້າວຜ່ານ ແຜນງານຂອງໂຄງການບໍ່ຄໍາ- ທອງເຊໂປນ, ພ້ອມກັນນີ້ກໍມີແຜນ ງານການສໍາຫລວດແຮ່ທາດແບບມີຈຸດສຸມຢູ່ພື້ນທີ່ໃກ້ກັບບໍ່ຂອງຕົນ ໃນປັດຈຸບັນ. ແຜນການຜະລິດສໍາ ລັບໂຄງການບໍ່ຄໍາ-ທອງເຊໂປນ ຍັງບໍ່ມີການປ່ຽນແປງ ແລະ ຄາດ ວ່າຈະຜະລິດແຜ່ນທອງແດງໃຫ້ໄດ້ 80.000-87.000 ໂຕນໃນປີ 2015.

No comments:

Post a Comment