Ad

Ad

23 October 2015

ຍີ່ປຸ່ນມອບລົດມອດໄຟໃຫ້ລາວ 22 ຄັນ

ສະມາຄົມສົ່ງເສີມສາຍພົວພັນແຫ່ງປະເທດຍີ່ປຸ່ນໄດ້ນຳເອົາລົດມອດໄຟ 22 ຄັນ ມາມອບໃຫ້ກະຊວງປ້ອງກັນຄວາມສະຫງົບ ພ້ອມເຄື່ອງນຸ່ງກັນຄວາມຮ້ອນຈຳ ນວນ 93 ຊຸດ ລວມ ມູນຄ່າ 95 ລ້ານກວ່າເຢັນ (ສະກຸນເງິນຍີ່ປຸ່ນ), ເພື່ອປະກອບສ່ວນເຂົ້າໃນວຽກ ງານສະກັດກັ້ນ ແລະ ຕ້ານອັກຄີໄພ ຂອງລາວໃຫ້ມີປະສິດທິຜົນຫລາຍຂຶ້ນ.

ຜູ້ຈັດການຝ່າຍຕ່າງປະເທດ ສະມາຄົມສົ່ງເສີມສາຍພົວພັນແຫ່ງປະເທດຍີ່ປຸ່ນ ກ່າວວ່າ: ການຊ່ວຍ ເຫລືອດັ່ງກ່າວແມ່ນປະຕິບັດຕາມ ສັນຍາຮ່ວມມືລະຫວ່າງສອງຝ່າຍ ໂດຍສະມາຄົມດັ່ງກ່າວໄດ້ປະສານງານໄປຍັງລັດຖະບານຍີ່ປຸ່ນເພື່ອ ທ້ອນໂຮມເອົາລົດມອດໄຟມືສອງ ທີ່ຍັງສາມາດໃຊ້ງານໄດ້ມາມອບ ໃຫ້ຝ່າຍລາວເປັນ 3 ໄລຍະຄື: ໄລ ຍະທຳອິດມອບໃຫ້ 7 ຄັນ, ໄລຍະ ທີສອງ 21 ຄັນ ແລະ ໄລຍະທີ
ສາມ ແມ່ນ 22 ຄັນ ທັງເປັນການປະ ກອບສ່ວນຮັດແໜ້ນສາຍພົວພັນ ຮ່ວມມືອັນດີງາມລະຫວ່າງຍີ່ປຸ່ນ- ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ ຊຶ່ງ ພິທີມອບ-ຮັບຄັ້ງນີ້ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2015ນີ້, ທີ່ກະຊວງ ປ້ອງກັນຄວາມສະຫງົບ, ລະ ຫວ່າງທ່ານນາງ ເທລະດະ ຄຽວ ໂກະ ຜູ້ຈັດການຝ່າຍຕ່າງປະເທດ ສະມາຄົມສົ່ງເສີມສາຍພົວພັນແຫ່ງປະເທດຍີ່ປຸ່ນ ແລະ ທ່ານ ພົຈວ ສິນ ທະວົງ ໄຊຍະກອນ ລັດຖະມົນຕີ ຊ່ວຍວ່າການກະຊວງປ້ອງກັນ ຄວາມສະຫງົບ, ມີທ່ານເອກອັກ ຄະຣາຊະທູດຍີ່ປຸ່ນປະຈຳລາວເຂົ້າຮ່ວມນຳດ້ວຍ.

No comments:

Post a Comment