Ad

Ad

23 October 2015

ຄະນະກຳມະການຄຸ້ມຄອງຫລັກຊັບຈັດສຳມະນາຄວາມຮູ້ດ້ານການລົງທຶນຢ່າງມືອາຊີບ

ສໍານັກງານຄະນະກຳມະ ການຄຸ້ມຄອງຫຼັກຊັບ ( ສ.ຄຄຊ ) ຮ່ວມກັບສະຖາບັນການທະນາ ຄານໄດ້ຈັດສຳມະນາເພື່ອການຍົກ ລະດັບຄວາມຮູ້ດ້ານການລົງທຶນ ຢ່າງມືອາຊີບຂຶ້ນໃນວັນທີ 21 ຕຸລາ ນີ້ ທີ່ສະຖາບັນດັ່ງກ່າວໂດຍມີບັນ ດາພະນັກງານຄູ-ອາຈານ ແລະ ນັກສຶກສາຈາກສະຖາບັນເຂົ້າຮ່ວມຫຼາຍຮ້ອຍຄົນເພື່ອເຮັດໃຫ້ສັງຄົມກໍຄືພະນັກງານຄູ-ອາຈານ ແລະ ນັກ ສຶກສາຮັບຮູ້ ແລະ ເຂົ້າໃຈການລົງ ທຶນ ແລະ ວິທີສຶກສາຂໍ້ມູນກ່ອນຕັດ ສິນໃຈລົງທຶນ.
ການລົງທຶນຄືການໃຊ້ຈ່າຍ ເງິນຮູບແບບໜຶ່ງໂດຍຫວັງຜົນ ຕອບແທນໃນຕໍ່ໜ້າຊຶ່ງຜູ້ລົງທຶນເຊື່ອວ່າເງິນສົດ ຫຼື ຜົນຕອບແທນສ່ວນ ເພີ່ມທີ່ຈະໄດ້ຮັບຄືນນັ້ນຈະສາມາດຊົດເຊີຍໄດ້ຢ່າງຄຸ້ມຄ່າໂດຍບໍ່ຄຳ ນຶງເຖິງຄວາມສ່ຽງຕ່າງໆ. ດັ່ງນັ້ນ ຜູ້ທີ່ຈະລົງທຶນຕ້ອງຮູ້ 4 ຮ ຄື: ຮູ້ຮຸ້ນ ແມ່ນຫຍັງ ຮຸ້ນແມ່ນຫຼັກຊັບປະ ເພດໜຶ່ງທີ່ບໍລິສັດອອກໃຫ້ຜູ້ຖືຮຸ້ນ ເພື່ອລະດົມທຶນໄປໃຊ້ໃນກິດຈະ ການເຊິ່ງຜູ້ຖືຮຸ້ນມີຖານະເປັນເຈົ້າ ຂອງທຸລະກິດ ແລະ ໄດ້ຮັບຜົນຕອບ ແທນຈາກການປັນຜົນ, ຮູ້ຕະຫຼາດ ຂັ້ນໜຶ່ງ ແລະ ຕະຫຼາດຂັ້ນສອງ, ຮູ້ ຜົນຕອບແທນ-ຄວາມສ່ຽງ ແລະ ຮູ້ແຫຼ່ງຂໍ້ມູນຂ່າວສານ,
ໃນຂະນະ ດຽວກັນກໍຕ້ອງຮູ້ 4 ກ ຄື: ກຳ ນົດເປົ້າໝາຍ, ກຳນົດຈຳນວນ ເງິນທີ່ຈະລົງທຶນ, ກຳນົດເວລາ ການລົງທຶນ ແລະ ກຳນົດຜົນ ຕອບແທນ, ສິ່ງສຳຄັນອັນໜຶ່ງກໍ ແມ່ນອັດຕາວັດແທກຄວາມສາມາດໃນການສ້າງກຳໄລ ແລະ ການ ວາງແຜນການເງິນເພື່ອເປົ້າໝາຍຊີວິດ.
ຕະຫຼາດຫຼັກຊັບລາວເປີດຂຶ້ນ ຢ່າງເປັນທາງການໃນວັນທີ 10 ຕຸລາ 2010 ເປັນຕະຫຼາດທຶນແຫ່ງ ທອິດຂອງ ສປປ ລາວ, ທັງເປັນ ຄັ້ງປະຫວັດສາດຂອງຊາດລາວ ແລະ ໄດ້ເປີດການແລກປ່ຽນຊື້- ຂາຍຮຸ້ນຄັ້ງທອິດໃນວັນທີ 11 ມັງກອນ 2011 ອັນໄດ້ນໍາມາເຖິງ ແຫຼ່ງທຶນຢ່າງຫຼວງຫຼາຍເຂົ້າໃນ ການພັດທະນາປະເທດຊາດ. ພ້ອມ ກັນນີ້ກໍເພື່ອລະດົມທຶນໄລຍະຍາວ ໃຫ້ບັນດາບໍລິສັດ ແລະ ເພື່ອເປັນ ການສະໜັບສະໜູນໃຫ້ຕະຫຼາດ ການເງິນໃນ ສປປ ລາວ ມີຄວາມ ສົມບູນຍິ່ງຂຶ້ນ, ຜ່ານການດໍາເນີນ ງານໃນໄລຍະ 5 ປີ ໄດ້ມີການພັດ ທະນາໃນຫຼາຍດ້ານເປັນຕົ້ນຈໍາ ນວນບໍລິສັດຈົດທະບຽນເພີ່ມຂຶ້ນ ຈາກ 2 ບໍລິສັດເປັນ 4 ບໍລິສັດ ສາ ມາດລະດົມທຶນໄດ້ທັງໝົດ 5.883 ຕື້ກີບ ແລະ ມີມູນຄ່າຕະຫຼາດທັງ ໝົດຢູ່ 12.293 ຕື້ກີບ (ຕົວເລກ ໃນວັນທີ 02/10/2015), ດ້ານ ຈໍານວນບັນຊີຫຼັກຊັບໄດ້ເພີ່ມຂຶ້ນ ຈາກ 4.117 ບັນຊີ ເປັນ 11.756 ບັນຊີ ໂດຍມີມູນຄ່າການແລກປ່ຽນ ຊື້-ຂາຍທັງໝົດ 143 ລ້ານຮຸ້ນໃນ ມູນຄ່າ 947 ຕື້ກີບ, ສໍາລັບດັດຊະ ນີລວມເພີ່ມຂຶ້ນ 25,3%. ນອກນີ້ ຍັງພັດທະນາລະບົບການແລກ ປ່ຽນຊື້-ຂາຍຫຼັກຊັບຢ່າງຕໍ່ເນື່ອງ ເປັນຕົ້ນໄດ້ເປີດນຳໃຊ້ລະບົບການ ຄ້າຂາຍກັບທີ່ (ລກກ) Home Trading System, ຍົກລະດັບ ກົນໄກການແລກປ່ຽນຊື້-ຂາຍຈາກຮູບແບບການຈັບຄູ່ເປັນໄລຍະເວ ລາ, ການຈັບຄູ່ແບບຕໍ່ເນື່ອງ, ເພີ່ມຂອບເຂດລາຄາລາຍວັນ ແລະ ໄດ້ພັດທະນາລະບົບຄຸ້ມຄອງທຸລະກິດດູແລຊັບສິນເພື່ອຮອງຮັບການລົງທຶນ ແລະ ສ້າງຄວາມເຊື່ອໝັ້ນແກ່ນັກລົງທຶນຕ່າງປະເທດຫຼາຍຂຶ້ນ.

ຜົນປະໂຫຍດໃນການລະດົມທຶນຜ່ານຕະຫຼາດທຶນເປັນການຂະຫຍາຍວຽກເຮັດງານທຳໃນຫຼາກຫຼາຍອາຊີບເປັນຕົ້ນແມ່ນການປະ ກອບອາຊີບໃນບັນດາສະຖາບັນສື່ກາງດ້ານຫຼັກຊັບ ແລະ ພາກສ່ວນ ອື່ນໆທີ່ກ່ຽວຂ້ອງ, ປະກອບສ່ວນ ໃນການຂະຫຍາຍຜະລິດຕະພັນມວນລວມພາຍໃນຢ່າງໝັ້ນຄົງເຂັ້ມແຂງ ແລະ ຫຼຸດຜ່ອນຄວາມທຸກຍາກ, ທັງໝົດແມ່ນການປະກອບ ສ່ວນເຮັດໃຫ້ເສດຖະກິດມີຄວາມເຂັ້ມແຂງ, ສັງຄົມມີຄວາມສະຫງົບ ແລະ ປະຊາຊົນມີຄວາມຢູ່ດີກິນດີ.

No comments:

Post a Comment