Ad

Ad

23 October 2015

ກອງປະຊຸມຄະນະປະສານງານບັນດາແຂວງພາກເໜືອລາວກັບແຂວງຢູນນານ ສປ ຈີນ

ກອງປະຊຸມ ຄັ້ງທີ VII ຂອງ ຄະນະປະສານງານບັນດາແຂວງ ພາກເໜືອ ສປປ ລາວ ກັບແຂວງ ຢູນນານ ສປ ຈີນ ໄດ້ຈັດຂຶ້ນໃນວັນ ທີ 20-21 ຕຸລາ 2015 ນີ້ ຢູ່ແຂວງ ວຽງຈັນໂດຍການເຂົ້າຮ່ວມຂອງ ທ່ານ ວິຈິດ ຊິນດາວົງ ຜູ້ຊ່ວຍລັດ ຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຮອງປະທານຄະນະ ກຳມາທິການຮ່ວມມື ລາວ-ຈີນ, ຫົວໜ້າຄະນະປະສານງານຮ່ວມມືຝ່າຍລາວ ແລະ ທ່ານ ກ່າວ ຊູ້ຊຸນ (Gao Shuxun) ຮອງເຈົ້າ ແຂວງຢຸນນານ, ຫົວໜ້າຄະນະປະ ສານງານຮ່ວມມືແຂວງຢູນນານ ກັບພາກເໜືອລາວເພື່ອທົບທວນ ຄືນຜົນຂອງການຈັດຕັ້ງປະຕິບັດ ບົດບັນທຶກກອງປະຊຸມຄັ້ງທີ VI ທີ່ ນະຄອນພູເອີ້ ສປ ຈີນ.
ກອງປະຊຸມເປັນເອກະພາບ ກັນກະຕຸກຊຸກຍູ້ໃຫ້ຂະແໜງການ ກ່ຽວຂ້ອງທັງສູນກາງ ແລະ ທ້ອງ ຖິ່ນສືບຕໍ່ແລກປ່ຽນຢ້ຽມຢາມໃນ ຫລາຍລະດັບເພື່ອເພີ່ມຄວາມເຂົ້າ ອົກເຂົ້າໃຈກັນ, ເພີ່ມທະວີການ ຮ່ວມມືພັດທະນາຊັບພະຍາກອນ ມະນຸດໃນແຕ່ລະດ້ານໃຫ້ຫລາຍ ຂຶ້ນ, ສົ່ງເສີມການຮ່ວມມືດ້ານເຕັກ ນິກວິຊາການຂອງບັນດາຂະແໜງການຕ່າງໆ ເປັນຕົ້ນກະສິກຳເຊິ່ງ ແມ່ນຂະແໜງການຜະລິດພື້ນຖານທີ່ມີທ່າແຮງຂອງປະເທດລາວ, ຮ່ວມມືພັດທະນາສີມືແຮງງານ ຂອງປະຊາຊົນເຂດ
ພາກເໜືອລາວ ໃຫ້ມີລະດັບເຕັກນິກການຜະລິດກະສິກຳສູງ, ການສ້າງຍີ້ຫໍ້ຂອງສິນຄ້າ, ພັດທະນາການປຸງແຕ່ງຜະ ລິດຕະພັນກະສິກຳໃຫ້ກາຍເປັນສີນຄ້າສົ່ງອອກຫລາຍຂຶ້ນ, ຮ່ວມມືເຝິກອົບຮົມນັກວິຊາການແພດໃນການ ເຝົ້າລະວັງພະຍາດ, ດ້ານວິເຄາະ ລະບາດວິທະຍາ, ດ້ານການປິ່ນປົວ ແລະ ຄຸ້ມຄອງກໍລະນີພະຍາດຕິດຕໍ່, ດ້ານການແພດພື້ນເມືອງ ແລະ ການຢາພື້ນເມືອງ, ຮ່ວມມືກັນຊຸກ ຍູ້ການເຊື່ອມໂຍງ-ເຊື່ອມຈອດໃນນີ້ລວມທັງການພັດທະນາເສັ້ນ ທາງ, ຊຸກຍູ້ໂຄງການທາງລົດໄຟ ລາວ-ຈີນ ໃຫ້ໄດ້ຮັບການຈັດຕັ້ງປະ ຕິບັດຕາມຄາດໝາຍ, ເພີ່ມທະວີການກໍ່ສ້າງພື້ນຖານໂຄງລ່າງການສັນຈອນຕາມເສັ້ນທາງ, ຍົກລະດັບເຕັກນິກ ແລະ ມາດຖານຂອງດ່ານ, ສາງ, ສະໜາມສິນຄ້າ ແລະ ອຸປະກອນການກວດກາໃຫ້ດີຂື້ນກວ່າເກົ່າ, ຮ່ວມມືກັນຊຸກຍູ້ການສ້າງເຂດຮ່ວມມືເສດຖະກິດຊາຍແດນບໍ່ເຕ່ນ ສປປ ລາວ-ບໍ່ຫານ ສປ ຈີນ ໃຫ້ສຳເລັດໂດຍໄວ, ພາຍຫລັງ ທີ່ລັດຖະບານທັງສອງຝ່າຍໄດ້ເຊັນຂອບແຜນຮ່ວມມືນຳກັນແລ້ວ ແລະ ສອງຝ່າຍຈະຕ້ອງໄດ້ແຕ່ງຕັ້ງຄະນະສະເພາະກິດຂື້ນເພື່ອຮ່ວມກັນປຶກສາຫາລືສ້າງແຜນງານຂອງຂະແໜງການຕ່າງໆຕາມທີ່ໄດ້ກຳນົດໄວ້ໃນຂອບແຜນຮ່ວມມືດັ່ງກ່າວໃຫ້ປາກົດຜົນເປັນຈິງ, ຮ່ວມກັນສ້າງວົງແຫວນທ່ອງທ່ຽວ 4 ປະເທດ ລາວ-ຈີນ-ໄທ-ມຽນມາ ຊຽງຮຸ່ງ-ບໍ່ແກ້ວ-ຊຽງຮາຍ-ທ່າຂີ້ເຫລັກ-ຕາລົວ”.

ການກໍ່ສ້າງເສັ້ນທາງທ່ອງ ທ່ຽວນີ້ຈະມີຜົນປະໂຫຍດຫລາຍຕໍ່ການພັດທະນາເສດຖະກິດ ແລະ ເປັນການຊຸກຍູ້ການຮ່ວມມືອະນຸພາກພື້ນໃນເຂດດັ່ງກ່າວດີຂຶ້ນ.

No comments:

Post a Comment