Ad

Ad

23 October 2015

ນະຄອນຫລວງອອກຫລາຍຂໍ້ຫ້າມໃນງານບຸນອອກພັນສາ ແລະ ຊ່ວງເຮືອທ່າວັດຈັນ

ເພື່ອເຮັດໃຫ້ການສະຫລອງ ແລະ ຄົບງັນໃນໂອກາດບຸນອອກພັນສາປະວໍລະນາ 2558 ແລະ ບຸນຊ່ວງເຮືອປະເພນີປະຈຳປີ 2015 ທີ່ທ່າວັດຈັນ ມີບັນຍາກາດ ເບີກບານມ່ວນຊື່ນ ແລະ ຟົດຟື້ນທັງ ຮັບປະກັນໄດ້ຄວາມເປັນລະບຽບ ຮຽບຮ້ອຍ, ຄວາມສະຫງົບປອດ ໄພຮີດຄອງປະເພນີອັນດີງາມຂອງຊາດ ແລະ ສາມາດດຶງດູດການ ທ່ອງທ່ຽວ, ດັ່ງນັ້ນ ເຈົ້າຄອງນະ ຄອນຫລວງວຽງຈັນ ຈຶ່ງໄດ້ອອກ ຂໍ້ຫ້າມຕ່າງໆໄວ້ຄື: ຫ້າມໂຄສະ ນາທຸກຮູບແບບທີ່ຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ, ຫ້າມຂາຍ ຫຼືນຳເອົາອາວຸດທຸກປະເພດເຊັ່ນ: ງ້າວ, ໜ້າ, ກະຖຸນ, ສະໜັບມື, ໂຄມ ໄພລອຍ ແລະ ສິ່ງຕ້ອງຫ້າມອື່ນໆ ເຂົ້າໄປໃນງານບຸນຢ່າງເດັດຂາດ (ຍົກເວົ້ນແຕ່ເຈົ້າໜ້າທີ່ທີ່ໄດ້ຮັບອະນຸຍາດ), ຫ້າມຂາຍ ແລະ ນຳເອົາ ຢາເສບຕິດ, ທາດເບື່ອ, ສານເຄມີທີ່ ອອກລິດຕໍ່ລະບົບປະສາດທຸກຊະ ນິດ, ຫ້າມນຳເອົາໝາກກະໂພກ, ວັດຖຸທີ່ເກີດສຽງແຕກ, ສຽງດັງ ເກີນຂອບເຂດເຂົ້າມາວາງ
ຂາຍ ພາຍໃນງານບຸນຢ່າງເດັດຂາດ, ຫ້າມເອົາຜະລິດຕະພັນລອກຮຽນ ແບບ (ຜ້າສິນລາວ) ເຂົ້າມາວາງຂາຍ, ຫ້າມວາງເຄື່ອງອອກມາ ເກີນເຂດໜ້າຮ້ານທີ່ຄະນະຈັດງານຕະຫຼາດນັດກຳນົດໄວ້, ຫ້າມນຳ ເອົາຜະລິດຕະພັນວັດທະນະທຳລາມົກອານາຈານ ແລະ ສິ່ງເສື່ອມ ຊານຕ່າງໆເຂົ້າໃນໃນງານຢ່າງ ເດັດຂາດ, ຫ້າມມີການອາລະ ວາດຕີກັນ, ຫ້າມດື່ມສິ່ງມືນເມົາເກີນຂອບເຂດ, ຖ້າຜູ້ໃດລະເມີດຈະຖືກເຈົ້າໜ້າທີ່ກ່າວເຕືອນ ຫຼື ນຳຕົວໄປຜັກຜ່ອນ ແລະ ຫ້າມບຸກຄົນ, ສຳນັກງານ, ອົງການໃດກີດຂວາການຈັດສັນງສະຖານທີ່ວາງສະ ແດງ ແລະ ຂາຍສິນຄ້າຂອງຄະນະ
ກຳມະການຈັດງານຕະຫຼາດນັດ ແລະ ຫ້າມຕອກເຫຼັກ ຫຼື ສິ່ງຂອງຕ່າງໆໃສ່ພື້ນທາງ ແລະ ຖ້າຫາກບຸກຄົນໃດ ຫຼື ພາກສ່ວນໃດ ລະເມີດຕໍ່ຂໍ້ກຳນົດ ແລະ ຂໍ້ຫ້າມສະ ບັບນີ້ແມ່ນຈະຖືກກ່າວເດືອນສຶກສາອົບຮົມ, ປັບໄໝ ແລະ ປະຕິບັດວິໄນຕາມສະຖານໜັກ ຫຼື ເບົາ ແລະ ຕາມລະບຽບກົດໝາຍໃນກໍລະນີ ລະເມີດລະບຽບຮ້າຍແຮງ ແລະ ເຈົ້າໜ້າທີ່ເອງກໍຕ້ອງເປັນເຈົ້າການເຮັດວຽກປ້ອງກັນຄວາມສະຫງົບສຸກ ແລະ ປະຕິບັດຕາມຂໍ້ຫ້າມ ຕ່າງໆທີ່ໄດ້ວາງອອກຢ່າງເຂັ້ມງວດ, ໂດຍສະເພາະຕໍ່ຜູ້ລະເມີດ.

No comments:

Post a Comment