Ad

Ad

23 October 2015

ກອງປະຊຸມໃຫຍ່ອົງຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມຄັ້ງທີ V ຈະໄຂ ຂຶ້ນໃນວັນທີ 26 ຕຸລານີ້

ທ່ານ ຄຳຂານ ພິນສະຫວັນ ຫົວໜ້າຫ້ອງການກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ ໄດ້ຖະແຫລງໃນວັນທີ 22 ຕຸລານີ້ ວ່າ: ຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມພ້ອມ ຈະໄຂກອງປະຊຸມໃຫຍ່ອົງຄະນະ ພັກຄັ້ງທີ V ຂອງຕົນຂຶ້ນໃນວັນທີ 26 ຕຸລານີ້, ທີ່ນະຄອນຫລວງວຽງຈັນ, ໂດຍການກຽມພ້ອມ ທາງດ້ານເນື້ອໃນ, ບຸກຄະລາກອນ, ຂະບວນການຕ່າງໆ, ຊຶ່ງມາຮອດ ປັດຈຸບັນໄດ້ສຳເລັດຕາມແຜນການແລ້ວ ແລະ ຄາດວ່າຈະມີຜູ້ແທນ ສົມບູນເຂົ້າ ຮ່ວມທັງໝົດ 125 ສະ ຫາຍ, ຍິງ 31 ສະຫາຍ.
ກອງປະຊຸມດັ່ງກ່າວ ຈະໄດ້ ພ້ອມກັນຄົ້ນຄວ້າ, ສັງເກດຕີລາຄາ ສະພາບ ການເຄື່ອນໄຫວຊີ້ນຳ-ນຳພາຂອງຄະນະພັກຊຸດເກົ່າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IV ຜ່ານມາ, ພ້ອມທັງຊອກ ໃຫ້ເຫັນບັນດາຜົນສຳເລັດເພື່ອສົ່ງ ເສີມ ແລະ ຈຸດອ່ອນ, ຂໍ້ຄົງຄ້າງ ເພື່ອປັບປຸງນອກຈາກນີ້ ບັນດາຜູ້ ແທນຍັງຈະໄດ້ໃຊ້ສິດເລືອກຕັ້ງເອົາຄະນະບໍລິຫານງານພັກຊຸດໃໝ່, ເພື່ອສືບຕໍ່ຊີ້ນຳ-ນຳພາ ຈັດຕັ້ງປະ ຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ V ໃຫ້ມີຜົນສຳເລັດຢ່າງຕໍ່ເນື່ອງ ແລະ ມີໝາກຜົນຫລາຍຂຶ້ນກວ່າ ເກົ່າ.


ໄລຍະຜ່ານມາ, ກະຊວງ ແຮງງານ ແລະ ສະຫວັດດີການ ໄດ້ເອົາໃຈໃສ່ຕໍ່ວຽກງານການຄຸ້ມຄອງແຮງງານ ແລະ ສະຫວັດດີ ການສັງຄົມເປັນຢ່າງດີຕະຫລອດ ມາ, ໂດຍສະເພາະວຽກງານພັດ ທະນາສີມືແຮງງານ, ຝຶກວິຊາຊີບ ແລະ ຈັດຫາວຽກເຮັດງານທຳໃຫ້ ພົນລະເມືອງລາວ, ວຽກງານຄຸ້ມ ຄອງປົກປ້ອງສິດ ແລະ ຜົນປະ ໂຫຍດອັນຊອບທຳຂອງຜູ້ໃຊ້ ແລະ ຜູ້ອອກແຮງງານລາວ, ວຽກ ງານສັງຄົມສົງເຄາະຊ່ວຍເຫລືອ ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ແລະ ຜູ້ທີ່ ດ້ອຍໂອກາດໃນສັງຄົມໄດ້ເປັນປົກກະຕິມາ.

No comments:

Post a Comment