Ad

Ad

23 October 2015

ກອງປະຊຸມອົງຄະນະພັກຫ້ອງວ່າການສູນກາງພັກເນັ້ນຍົກສູງຄວາມອາດສາມາດຂອງຕົນ

ອົງຄະນະພັກຫ້ອງວ່າການສູນກາງພັກໄດ້ຈັດກອງປະຊຸມຂອງຕົນຂຶ້ນໃນວັນທີ 22 ຕຸລານີ້ ໂດຍເປັນກຽດເຂົ້າຮ່ວມຂອງສະ ຫາຍ ບຸນຍັງ ວໍລະຈິດ ກຳມະ ການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດເພື່ອສະຫລຸບຕີລາຄາການເຄື່ອນໄຫວຊີ້ນຳ-ນຳພາ ຂອງອົງຄະນະພັກຫ້ອງວ່າການດັ່ງກ່າວໃນໄລຍະ 5 ປີ ຜ່ານມາ (2010-2015) ແລະ ວາງໜ້າທີ່ຈຸດສຸມໃນຕໍ່ໜ້າ, ພ້ອມໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນຈຳນວນ 5 ສະຫາຍ ແລະ ສຳຮອງ 2 ສະຫາຍ ເພື່ອເປັນຕົວແທນໃຫ້ແກ່ອົງຄະນະພັກຫ້ອງວ່າການສູນກາງພັກໄປຮ່ວມກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ ທີ່ຈະໄຂຂຶ້ນໃນຕົ້ນປີ 2016 ທີ່ຈະມາເຖິງ.
ສະຫາຍ ບຸນຍັງ ວໍລະຈິດ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມວ່າ: ໃນຊຸມປີຕໍ່ໜ້້ານີ້ແມ່ນໄລຍະທີ່ພັກເຮົາສືບຕໍ່ບູລະນະ ແລະ ຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫລັກການຂອງພັກເພື່ອນຳພາທົ່ວສັງຄົມປະຕິບັດ 2 ໜ້າທີ່ຍຸດທະສາດຄືປົກປັກຮັກສາ ແລະ ສ້າງສາປະເທດຊາດ, ນຳເອົາປະເທດຊາດຫລຸດພົ້ນອອກຈາກ ຄວາມດ້ອຍພັດທະນາໃນປີ
2020, ສ້າງຄວາມສົມບູນພູນສຸກໃຫ້ແກ່ປະຊາຊົນ ແລະ ສ້າງຄວາມມັ່ງຄັ່ງເຂັ້ມແຂງໃຫ້ແກ່ປະເທດຊາດຕາມຈຸດໝາຍກ້າວຂຶ້ນສູ່ສັງຄົມນິຍົມເຊິ່ງເປັນບາດລ້ຽວສຳຄັນປະຫວັດສາດໃນການນຳພາຂອງພັກເຮົາ. ດ້ວຍເຫດນັ້ນ ໃນຖານະທີ່ເປັນຜູ້ຊ່ວຍວຽກຂອງສູນກາງພັກ. ຫ້ອງວ່າການສູນກາງພັກຕ້ອງໄດ້ຕັ້ງໜ້າປັບປຸງຕົນເອງເພື່ອຍົກສູງຄວາມສາມາດໃນການປະຕິບັດໜ້າທີ່ຂອງຕົນ, ເປັນເຈົ້າການປະກອບສ່ວນເຂົ້າໃນການຊ່ວຍການ ນຳ, ຊີ້ນຳ-ນຳພາການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກໃຫ້ເຂົ້າສູ່ຊີວິດຕົວຈິງ, ຖືກຕ້ອງຕາມທິດ ແລະ ມີຜົນສຳເລັດໂດຍສືບຕໍ່ປັບປຸງ, ເສີມຂະຫຍາຍບົບບາດ ແລະ ຍົກສູງຄວາມສາມາດນຳພາຂອງຄະນະພັກ, ໜ່ວຍພັກໃນການຊີ້ນຳນຳພາວຽກງານໃຫ້ມີຄຸນນະພາບສົມຄູ່ກັບທີ່ຕັ້ງ, ພາລະບົດບາດ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ກໍ່ສ້າງບຳລຸງພະນັກງານໃຫ້ພຽງພໍກັບຄວາມຕ້ອງການໃນສະເພາະໜ້າ ແລະ ສ້າງພະນັກງານສືບທອດປ່ຽນແທນທີ່ໜັກແໜ້ນໃນໄລຍະຍາວຕາມທິດຫັນເປັນໜຸ່ມ, ຫັນເປັນຊ່ຽວຊານ ແລະ ຫັນເປັນຜູ້ບໍລິຫານ ທີ່ມີຄຸນນະພາບ; ເປັນເຈົ້າເສີມຂະຫຍາຍສາຍພົວພັນຮ່ວມມືທີ່ເປັນມູນເຊື້ອກັບຫ້ອງວ່າການສູນກາງພັກຂອງປະເທດເພື່ອນມິດຍຸດທະ ສາດ ເພື່ອຍາດແຍ່ງເອົາບົດຮຽນ ແລະ ການສະໜັບສະໜູນຊ່ວຍເຫລືອດ້ານເຕັກນິກ-ວິຊາການ ແລະ ທຶນຮອນເຂົ້າໃນການປັບປຸງ ແລະ ພັດທະນາວຽກງານຫ້ອງວ່າການໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ພ້ອມນີ້, ກອງປະຊຸມໄດ້ເປັນເອກະພາບກັນຮັບຮອງເອົາບົດສະຫລຸບຕີລາຄາການເຄື່ອນໄຫວຊີ້ນຳ-ນຳພາຂອງອົງຄະນະພັກຫ້ອງວ່າການສູນກາງພັກໃນໄລຍະ 5 ປີຜ່ານມາເຊິ່ງກອງປະຊຸມໄດ້ສັງເກດຕີລາຄາ, ໄຈ້ແຍກຢ່າງພາວະວິໄສຕໍ່ສາເຫດຕົ້ນຕໍທີ່ພາໃຫ້ມີຜົນສຳເລັດ, ບົດຮຽນທີ່ຖອດຖອນໄດ້ ໃນຕະຫລອດໄລຍະ 5 ປີຜ່ານມາ ເພື່ອເສີມຂະຫຍາຍດ້ານຕັ້ງໜ້າ ແລະ ມີທິດແກ້ໄຂບັນຫາຄົງຄ້າງໃຫ້ມີການຫັນປ່ຽນໃໝ່ດີຂຶ້ນກວ່າເກົ່າ.

No comments:

Post a Comment