Ad

Ad

26 October 2015

​ ນຳ​ສະ​ເໜີລົດຕູ້ ​ນິດ​ສັນ ຮຸ້ນ​ໃໝ່

           
ໃນວັນທີ 21 ຕຸລານີ້, ບໍລິສັ ຕັນຈອງ ມໍເຕີໄດ້ນຳສະເໜີລົດຕູ້ ນິດສັນເອັນວີ 350 ​ເອີແວນ (NISSAN NV 350 URVAN) ​ຂຶ້ນຢູ່ສູນນິດສັນ 3S ​ນະຄອນຫຼວງວຽງຈັນ, ​ໂດຍມີທ່ານ ສົມຈິດ ອິນທະມິດ ລັດຖະມົນຕີຊ່ວຍວ່າການກະຊວງອຸດາຫະກຳແລະ ການຄ້າເຂົ້າຮ່ວມ.

            ທ່ານດາວວຽງ ​​ແກ້ວມະນີວົງ ຜູ້ຈັດການໃຫຍ່ຂອງບໍລິສັ ຕັນຈອງ ມໍ​​ເຕີລາວ ໃຫ້ຮູ້ວ່າ: ລົດນິດສັນເອັນວີ 350 ​ເອີແວນໂສມໃໝ່ນີ້, ​ເປັນລົດຕູ້ ມີ 15 ບ່ອນນັ່ງ, ພາຍໃນກວ້າງຂວາງໂອ່ໂຖງ ສາມາດຮັບຮອງຜູ້ໂດຍສານໄດ້ຢ່າງສະດວກສະບາຍ, ພາຍນອກມີຮູບຊົງສວຍງາມ, ທັນສະໄໝ, ທັງມີຄວາມຫລູຫລາ, ​ເຊິ່ງມີໃຫ້ເລືອກ​ 5 ​ສີເຊັ່ນ: ສີຂາວ, ​ສີເງິນສົດໄສ, ສີເງິນເຂັ້ມ, ສີນ້ຳຕານຕາເສືອແລະ ສີດຳ. ຊຶ່ງຈະຊວຍໃຫ້ຜູ້ຂັບຂີ່ ນິດສັນເອັນວີ 350 ​ເອີແວນ ມີຄວາມໝັ້ນໃຈໄດ້ກັບເຄື່ອງຈັກທີ່ມີປະສິດທິພາບສູງສາມາດຂັບຂີ່ໃນສະພາບເສັ້ນທາງສູງຊັນ​, ດ້ວຍເຄື່ອງຈັກດີເຊເທີໂບ 2,5 ລິດ, ທີ່ມີລະບົບອິນເຕີຄູນເລີ້ທີ່​​ໃຫ້​​ແຮງມ້າຮອດລະດັບ 95 Kw ​ແລະແຮງບິດ 365 Nm, ​ເກຍກະປຸກ 6 ສະປິດທີ່ມີປະສິດທິພາບການປະຢັດນ້ຳມັນໄດ້ຢ່າງພໍໃຈ.

No comments:

Post a Comment