Ad

Ad

26 October 2015

ລົດ​​ໂດຍສານ ​ເສຍ​ຫລັກ​ປິ້ນລົງ​ຂ້າງ​ທາງ ​​ເສຍ​ຊີວິດ 1 ຄົນຢູ່​ຜົ້ງ​ສາລີ

     ​ເຈົ້າໜ້າທີ່ ຈະລາຈອນແຂວງຜົ້ງສາລີໃຫ້ຮູ້ວ່າ: ​ຕອນບ່າຍຂອງວັນທີ 22 ຕຸລາຜ່ານມານີ້, ​​ຢູ່ເຂດບ້ານພຽງຟ້າເມືອງບຸເໜືອແຂວງຜົ້ງສາລີ ໄດ້ເກີດເຫດລົດ​​ໂດຍສານໝາຍເລກທະບຽນ ບກ 0203 ​ຜົ້ງສາລີ ທີ່ບັນຈຸຜູ້ໂດຍສານ 21 ຄົນ ​​ແລ່ນມາແຕ່ເມືອງຍອດອູ ມຸ້ງໜ້າໄປເມືອງບຸນ​​ເໜືອເມື່ອມາຮອດຈຸເກີດເຫດ, ​ເຊິ່ງເປັນ​​ເຂດຄ້ອຍຊັນ, ບວກກັບເຕັກນິກລົດບໍ່ໄດ້ມາດຕະຖານ, ເບລກບໍ່ຮັບປະກັນ ຈຶ່ງເຮັດໃຫ້ເສຍຫລັກພິກປິ້ນລົງເຫວຂ້າງທາງເລິກປະມານ 20 ກວ່າແມັດ ສົ່ງຜົນໃຫ້ຜູ້ໂດຍສານບາດ​​ເຈັບເລັກຫນ້ອຍ 13 ຄົນ, ສາຫັດ 4 ຄົນແລະເສຍຊີວິດ 1 ຄົນຄື: ນາງ ຈັນເຕົາ ອາຍຸ 55 ປີ, ພະນັກງານບໍານານ ຢູ່ບ້ານນ້ຳງາດເມືອງຫີນບູນແຂວງຄຳ​ມ່ວນ. ປັດຈຸບັນເຈົ້າໜ້າທີ່ໄດ້ກັກຕົວຜູ້ຂັບຂີ່ລົດ​​ດັ່ງກ່າວໄວ້ເພື່ອສືບສວນ-ສອບສວນຕາມລະບຽບກົດໝາຍ.

     ເຈົ້າໜ້າທີ່ ຈະລາຈອນ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 19-23 ຕຸລາຜ່ານມານີ້, ຢູ່
ນະຄອນຫລວງວຽງຈັນໄດ້ມີອຸປະຕິເຫດເກີດຂຶ້ນ 10 ກວ່າເລື່ອງ, ​ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນແລະ ມີຜົນເສຍຫາຍຫລາຍຮ້ອຍລ້ານກີບ. ດັ່ງນັ້ນ ຈຶ່ງ​​ເຕືອນມາຍັງທຸກຄົນໃນສັງຄົມໂດຍສະເພາະໄລຍະງານບຸນປະເພນີທີ່ຈະມີຂຶ້ນນີ້ຈົ່ງເປັນເຈົ້າການຮ່ວມກັນຮັກສາຄວາມປອດໄພ, ມີສະຕິຕໍ່ການຂັບຂີ່, ​ເມື່ອດື່ມສິ່ງມືນເມົາແລ້ວບໍ່ຄວນຂັບຂີ່​​ເພື່ອຊ່ວຍຫລຸດຜ່ອນອຸປະຕິເຫດທາງຖະໜົນ.

No comments:

Post a Comment