Ad

Ad

26 October 2015

ເອ​ເຊຍພັດທະນາ ​ແລະ ກໍ່​ສ້າງ ມອບ​ເງິນ 100 ລ້ານກີບ ​​ຊຸກຍູ້​ກອງ​ປະຊຸມ​ອົງຄະ​ນະ​ພັກກະຊວງ​ແຮງ​ງານ ​


 ວັນທີ 23 ຕຸລານີ້, ບໍລິສັດ ເອເຊຍ ລົງທຶນພັດທະນາ ແລະ ກໍ່ສ້າງ ຈຳກັດໄດ້ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກກະຊວງແຮງງານແລະ ສະຫວັດດີການສັງຄົມ ທີ່ຈັດຂຶ້ນໃນມໍ່ໆນີ້, ຊຶ່ງພິທີມອບໄດ້ມີຂຶ້ນທີ່ນະຄອນຫລວງວຽງຈັນ, ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດດັ່ງກ່າວແລະ ທ່ານ ດຣ. ຄຳແພງໄຊສົມແພງ ລັດຖະມົນຕີວ່າການກະຊວງແຮງງານແລະ ສະຫວັດດີການສັງຄົມ.
       ​ທ່ານປະທານບໍລິສັດເອເຊຍ ລົງທຶນພັດທະນາແລະ ກໍ່ສ້າງ ຈຳກັດກ່າວວ່າ: ​ການສະໜັບສະໜູນດັ່ງກ່າວ ກໍເພື່ອສົ່ງເສີມໃຫ້ກະຊວງແຮງງານແລະ ສະຫວັດດີການສັງຄົມ ນຳໃຊ້ເຂົ້າໃນວຽກງານຈໍາເປັນຕ່າງໆໃນການກະກຽມກອງປະຊຸມໃຫຍ່ອົງຄະນະພັກຂອງຕົນ ທີ່ຈະມີຂຶ້ນໃນວັນທີ 26 ຕຸລານີ້, ທີ່ນະຄອນຫລງວຽງຈັນ ​​ໄດ້ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ.

No comments:

Post a Comment