Ad

Ad

26 October 2015

ຫຼາຍ​ພາກສ່ວນ​ມອບ​ເງິນ​ສະໜັບສະໜູນ​ບຸນ​ອອກ​ພັນ​ສາ ​ແລະ ຊ່ວງ​ເຮືອ​ທ່າ​ວັດ​ຈັນ

ວັນທີ 23 ຕຸລານີ້, ຢູ່ຫ້ອງການປົກຄອງນະຄອນຫຼວງວຽງຈັນ,​ ໄດ້ມີຫຼາຍບໍລິສັດ ຫ້າງຮ້ານ ມາມອບເງິນສະໜັບສະໜູນການຈັດງານບຸນອອກພັນສາປະວໍລະນາແລະ ຊ່ວງເຮືອປະເພນີທີ່ທ່ວັດຈັນປີນີ້​​ເປັນຈຳນວນຫຼາຍຄື: ບໍລິສັດ ເບຍລາວ 521 ລ້ານກີບ, ບໍລິສັດ ຟ້າພັດທະນາ 15 ລ້ານກີບ, ບໍລິສັດ ເພັດບັນດິດກໍ່ສ້າງ 10 ລ້ານກີບ,​ ບໍລິສັດ ໂຕໂຍຕ້າລາວທານີ 10 ລ້ານກີບ, ບໍລິສັດ CP 10 ລ້ານກີບ, ບໍລິສັດ ຜະລິດໄຟຟ້າມະຫາຊົນ 5 ລ້ານກີບ, ບໍລິສັດ ລາວໂຕໂຍຕ້າບໍລິການ 5 ລ້ານກີບ, ບໍລັດສັດ ​​ເອເຊຍລົງທຶນ 5 ລ້ານກີບ, ຕະຫຼາດເຊົ້າຊ໋ອບປີ້ງມໍ 3 ລ້ານກີບ, ນອກນັ້ນຍັງມີບໍລິສັດ ຄູໂບຕ້າ, ບໍລິສັດ ຄຳໄພຊະນະກໍ່ສ້າງແລະ ອີກຫຼາຍບໍລິສັດຫ້າງຮ້ານທີ່ໃຫ້ການສະໜັບສະໜູນການຈັດງານບຸນດັ່ງກ່າວມີບັນຍາກາດຟົດຟື້ນ.

ປະທານຈັດງານບຸນດັ່ງກ່າວ​​ໃຫ້ຮູ້ວ່າ: ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າບຸນອອກພັນສາ ​​ແລະ ຊ່ວງເຮືອປະເພນີປະຈຳປີທີ່ທາວັດຈັນເປັນປາງບຸນໃຫຍ່, ຊຶ່ງຕ້ອງໃຊ້ງົບ​​ປະມານເປັນຈຳນວນຫຼາຍໃນການຈັດແລະ ອາ​​ໃສ່ພຽງງົບປະມານ
ຂອງນະຄອນຫຼວງພຽງຢ່າງດຽວນັ້ນແມ່ນບໍ່ພຽງພໍ, ດັ່ງນັ້ນການປະກອບສ່ວນຊ່ວຍເຫຼືອສະໜັບສະໜູນຂອງບັນດາບໍລິສັດຫ້າງຮ້ານຕ່າງຄືດັງກ່າວນັ້ນແມ່ນສຳຄັນຫຼາຍ,​ ເພື່ອປະກອບສ່ວນເຂົ້າໃນການຈັດງານບຸນດັ່ງກ່າວຄັ້ງນີ້ໃຫ້້ດຳເນີນໄປດ້ວຍຄວາມ​​ເບີກບານມວນຊື່ນ ​​ແລະ ມີບັນຍາກາດຟົດຟື້ນ, ​ເພື່ອຄຳນັບຮັບຕ້ອນວັນຊາດວັນທີ 2 ທັນວາຄົບຮອບ 40​ ໃຫ້ມີຄວາມໝາຍສຳຄັນຍິ່ງຂຶ້ນ.

No comments:

Post a Comment