Ad

Ad

26 October 2015

ລາວຈະໄດ້ຮັບປະໂຫຍດຫລາຍຈາກການຄຸ້ມຄອງປ່າໄມ້

ໃນກອງປະຊຸມເປີດຕົວທີມຊ່ຽວຊານເພື່ອຄຸ້ມຄອງປ່າຜະລິດຈາກສະໜາມ 1-3ແບບຍືນຍົງໃນທົ່ວປະເທດເມື່ອທ້າຍອາທິດຜ່ານມານີ້ໄດ້ຊີ້ໃຫ້ເຫັນວ່າ: ການຕັດໄມ້ທີ່ຜິດກົດໝາຍໄດ້ສ້າງຂໍ້ຫຍຸ້ງຍາກອັນໃຫຍ່ຫລວງໃນການຮັກສາຄວາມມີທ່າແຮງຂອງຕະຫລາດ ແລະ ການຕັດໄມ້ແບບຍືນຍົງໃນຕະຫລາດໂລກທີ່ມີຄວາມຕ້ອງການເພີ່ມຂຶ້ນທາງດ້ານການຮັບປະກັນຄວາມຖຶກຕ້ອງທາງກົດໝາຍ, ການຜະລິດໄມ້ ແລະ ຜະລິດຕະພັນໄມ້ແບບຍືນຍົງ. ຂະນະທີ່ຜົນປະໂຫຍດອັນສໍາຄັນຈາກການແກ້ໄຂບັນຫາການລັກລອບຕັດໄມ້ທີ່ຜິດກົດໝາຍ ແລະ ການສົ່ງເສີມການຄ້າໄມ້ທີ່ຖືກກົດໝາຍຈະຊ່ວຍໃຫ້ລາຍຮັບຂອງພາກລັດເພີ່ມຂຶ້ນ ທັງເປັນການເພີ່ມໂອກາດໃນການພັດທະນາຂະແໜງອຸດສະຫະກໍາໄມ້, ການເພີ່ມມູນຄ່າຂອງຜະລິດຕະພັນໄມ້, ພ້ອມທັງຫລຸດຜ່ອນຜົນກະທົບທາງດ້ານສະພາບແວດລ້ອມ ແລະ ສັງຄົມອື່ນໆ.
ທີມຊ່ຽວຊານຄຸ້ມຄອງປ່າໄມ້ດັ່ງກ່າວປະກອບມີຕົວແທນຈາກກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດ ລ້ອມ, ກະຊວງອຸດສະຫະກໍາ ແລະ ການຄ້າ, ກະຊວງການເງິນ, ສູນກາງແນວລາວສ້າງຊາດມະຫາວິທະ ຍາໄລແຫ່ງຊາດ, ສະມາຄົມເຟີນີເຈີ, ສະມາຄົມປຸງແຕ່ງໄມ້, ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດ, ອົງການອານຸລັກຊັບປະຍາກອນທໍາມະຊາດປະຈໍາລາວ ແລະ ຈາກທ້ອງຖິ່ນຈໍານວນໜຶ່ງ, ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການ GIZ ໃນການຈັດຕັ້ງປະຕິບັດແຜນງານດ້ານກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ລະຫວ່າງລາວກັບສະຫະພາບເອີຣົບເພື່ອຢັ້ງຢືນຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ຈາກບັນດາໂຄງການຕ່າງໆເຊັ່ນ: ໂຄງການເຂື່ອນໄຟຟ້າ, ການກໍ່ສ້າງພື້ນຖານໂຄງລ່າງຕ່າງໆ.

ທີ່ປຶກສາອາວຸໂສຂອງໂຄງການ GIZ ທ່ານຮາຍໂກະວໍເນີນກ່າວວ່າ: ການຄຸ້ມຄອງປ່າໄມ້ແບບຍືນຍົງໃນລາວແມ່ນມີຄວາມຄືບໜ້າໂດດເດັ່ນ ແລະ ເປັນທີ່ຍອມຮັບຂອງສາກົນຫລາຍຂຶ້ນເທື່ອລະກ້າວ, ສປປ ລາວ ແມ່ນໜຶ່ງໃນບັນດາປະເທດທີ່ລິເລີ່ມເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງໄມ້ ແລະການຄ້າໄມ້ (FLEGT) ກັບສະຫະພາບເອີຣົບ(EU) ເພື່ອສະກັດກັ້ນການຂຸດຄົ້ນໄມ້ທີ່ຜິດກົດໝາຍໃນໂລກ, ຂະນະທີ່ສະຫະພາບເອີ

ຣົບ, ພວມກະກຽມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈກັບບັນດາປະເທດຜະລິດໄມ້, ເຊິ່ງລວມມີ ສປປ ລາວ ນໍາດ້ວຍ, ເພື່ອຮັບປະກັນວ່າມີພຽງແຕ່ໄມ້ ແລະ ຜະລິດຕະພັນໄມ້ຖືກກົດໝາຍເທົ່ານັ້ນທີ່ສາມາດນໍາເຂົ້າຕະຫລາດ EU ໄດ້.

No comments:

Post a Comment