Ad

Ad

26 October 2015

ຢາກໃຫ້ພາກສ່ວນກ່ຽວຂ້ອງມີວິທີຫລຸດຜ່ອນຂີ້ຝຸ່ນຢູ່ເສັ້ນທາງຕານມີໄຊ-ໜອງບຶກ

ປະຊາຊົນທີ່ອາໄສຢູ່ໃກ້ຄຽງ ແລະ ຜູ້ສັນຈອນຜ່ານໄປມາໃນເສັ້ນທາງແຕ່ສີ່ແຍກໄຟແດງບ້ານຕານມີໄຊຫາສາມແຍກໜອງບຶກ, ຕ້ອງການຢາກໃຫ້ພາກສ່ວນກ່ຽວຂ້ອງມີມາດຕະການເພື່ອຊ່ວຍຫລຸດຜ່ອນມົນລະພິດທາງອາກາດໃນເສັ້ນທາງດັ່ງກ່າວ, ພາຍຫລັງເຫັນວ່າມີຂີ້ຝຸ່ນປິວໄຫງ່ຢ່າງຮ້າຍແຮງຕະຫລອດວັນຍ້ອນບັນຫາເສັ້ນທາງຊຸດໂຊມເປ່ເພໜັກໜ່ວງມາໄດ້ຫລາຍປີ.

ນັກຂ່າວພວກເຮົາໄດ້ລົງໄປຕິດຕາມເບິ່ງສະພາບຕົວຈິງໃນເສັ້ນທາງດັ່ງກ່າວ ແລະ ເຫັນວ່າປະຊາຊົນທີ່ອາໄສຢູ່ເຂດນັ້ນແລະ ຜູ້ທີ່ສັນຈອນໄປມາແມ່ນມີຄວາມຫຍຸ້ງຍາກ ແລະ ເດືອດຮ້ອນຍ້ອນມົນລະຜິດທາງອາກາດທີ່ບໍ່ດີດັ່ງ ກ່າວແທ້, ມີເຮືອນ ແລະ ຮ້ານຂາຍເຄື່ອງຫລາຍບ່ອນຢູ່ຕາມແຄມທາງຕ້ອງປິດກິດຈະການ ແລະ ປະຕູຕະຫອລດມື້ເພື່ອບໍ່ໃຫ້ຂີ້ຝຸ່ນເຂົ້າເຮືອນ, ປະຊາຊົນທ່ານໜຶ່ງເວົ້າວ່າ: ປັດຈຸບັນແມ່ນມີຄວາມລໍາບາກຫລາຍໃນການດໍາລົງຊີວິດທີ່ຕ້ອງໄດ້ຫາຍໃຈສູບເອົາຂີ້ຝຸ່ນໃນແຕ່ລະວັນ, ນອກຈາກນີ້ປະເພດ
ເຄື່ອງນຸ່ງ ແລະ ເຄື່ອງເຮືອນຕ່າງໆກໍເຕັມໄປດ້ວຍຂີ້ຝຸ່ນ ແລະ ເຮັດອະນາໄມນໍາກໍບໍ່ໄຫວ, ຕໍ່ບັນຫາດັ່ງກ່າວຈຶ່ງຢາກສະເໜີໃຫ້ພາກສ່ວນກ່ຽວຂ້ອງໄດ້ມີການນົດນໍ້າເປັນປະຈໍາເພື່ອຊ່ວຍຫລຸດຜ່ອນສະພາບຂີ້ຝຸ່ນ ແລະສ້ອມແປງບາງຈຸດທີ່ເປັນຂຸມໃຫ້ຮາບພຽງ, ເພື່ອຮັບປະກັນໃຫ້ພາຫະນະສັນຈອນຜ່ານເສັ້ນທາງດັ່ງກ່າວມີຄວາມສະດວກ ແລະ ປອດໄພດີ.

No comments:

Post a Comment