Ad

Ad

26 October 2015

ປະຕູ​ໄຊ​ສ່ອງ​ແສງ​ເປັນສີ​ຟ້າ​ເປັນ​ເວລາ 3 ວັນ ​ໃນ​ວັນ​ສ້າງ​ຕັ້ງອົງການ​ສະຫະ​ປະຊາ​ຊາດຄົບຮອບ 70 ປີ

     ​ໃນວັນທີ 23 ຕຸລານີ້, ຢູ່ປະຕູໄຊ ນະຄອນຫລວງວຽງຈັນ, ​ໄດ້ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງອົງການສະຫະປະຊາຊາດ ຄົບຮອບ 70 ປີແລະ ການຮ່ວມມືລະຫວ່າງລັດຖະບານລາວແລະ ອົງການສະຫະປະຊາຊາດ ຄົບຮອບ 60 ປີໂດຍມີທ່ານ ສະເຫລີໄຊ ກົມມະສິດ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດແລະ ທ່ານນາງ ຄາຣິນາ ອິມໂມເນັນ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳລາວ ພ້ອມດ້ວຍມວນຊົນເປັນຈຳນວນຫລາຍເພື່ອຮ່ວມເປີດໄຟສີຟ້າສ່ອງໃສອານຸສາວະລີດັ່ງກ່າວເປັນເວລາ 3 ວັນ, ຊຶ່ງເປັນສັນຍາລັກຂອງອົງການສະຫະປະຊາຊາດ ທີ່ສະແດງເຖິງສະຖຽນລະພາບແລະ ຄວາມໄວ້ເນື້ອເຊື່ອໃຈແລະ ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາໃນການພັດທະນາແບບຍືນຍົງດັ່ງກອງປະຊຸມໂຕະມົນລະດັບສູງເພື່ອປຶກສາຫາລືກ່ຽວກັບຍຸດທະສາດການພັດທະນາປະເທດ, ​ທີ່ຈະມີຂຶ້ນໃນທ້າຍເດືອນພະຈິກ​ 2015ນີ້. ນອກຈາກປະຕູໄຊຈະເປັນສີຟ້າແລ້ວ ຍັງມີຕຶກອາຄານ, ຂົວແລະ ສະຖານທີ່ສຳຄັນຕ່າງໆ ຫລາຍກວ່າ 150 ​ແຫ່ງໃນ 45 ປະເທດທົ່ວໂລກທີ່ຖືກສ່ອງແສງໃຫ້ເປັນສີຟ້າເໜືອນກັນໃນໂອກາດວັນປະຫວັດສາດສຳຄັນດັ່ງກ່າວ.


     ​ໃນພິທີ ທ່ານລັດຖະມົນຕີຊ່ວຍ​ ​ໄດ້ເນັ້ນເຖິງການຮ່ວມມືລະຫວ່າງ ສປປ ລາວແລະ ອົງການສະຫະປະຊາຊາດ, ​ໂດຍສະເພາະການດົງລົງຢູ່ຂອງອົງການສະຫະປະຊາຊາດໃນປະເທດຂອງພວກເຮົາໄດ້ຊ່ວຍນຳເອົາຜົນສຳເລັດຫລາຍດ້ານມາສູ່ປະຊາຊົນລາວ, ​ໃນປີ 2014 ມີເດັກນ້ອຍ 98,5% ​ໄດ້ເຂົ້າຮຽນໃນຊັ້ນປະຖົມແລະ ງົບປະມານການໃຊ້ຈ່າຍດ້ານການສຶກສາກໍເພີ່ມຂຶ້ນຢ່າງຫລວງຫລາຍ. ​ໃນນັ້ນ ສປປ ລາວໄດ້ບັນລຸເປົ້າໝາຍການຫລຸດ​​ເຄິ່ງໜຶ່ງຂອງຈຳນວນປະຊາຊົນທີ່ມີລາຍຮັບຕ່ຳກວ່າ 1​ໂດລາສະຫະລັດ/ມື້ໃນປີ 2013 ​ແລະ ການປະເມີນຊີ້ໃຫ້ເຫັນວ່າອັດຕາຄວາມທຸກຍາກຢູ່ລາວໄດ້ຫລຸດລົງຈາກ 23% ​ໃນປີ 2013. ນອກຈາກນີ້ ລັດຖະບານລາວ ພ້ອມກັບສະມາຊິກຂອງອົງການສະຫະປະຊາຊາດ ທັງ 192 ປະເທດໄດ້ຮ່ວມລົງນາມຮັບຮອງເອົາ 17 ​ເປົ້າໝາຍຂອງການພັດທະນາແບບ ຍືນຍົງໃນກອງປະຊຸມສະມັດຊາໃຫຍ່ຂອງອົງການສະຫະປະຊາຊາດໃນເດືອນກັນຍາ​ 2015ນີ້, ທີ່ນິວຢອກ ສະຫະລັດອາເມລິການ, ຊຶ່ງເປົ້າໝາຍດັ່ງກ່າວແມ່ນສົ່ງເສີມສັງຄົມທີ່ສະຫງົບສຸກແລະ ຮອບດ້ານ, ສ້າງວຽກເຮັດງານທຳ​​ໃຫ້ດີຂຶ້ນແລະ ຕ້ານສິ່ງທ້າທາຍທາງດ້ານສິ່ງ​​ແວດລ້ອມແລະ ຊ່ວຍຫັນປ່ຽນໂລກເຂົ້າໃນເສັ້ນທາງການພັດທະນາແບບຍືນຍົງໃນປີ 2030.

No comments:

Post a Comment