Ad

Ad

26 October 2015

ບຸນ​ອອກ​ພັນ​ສາ ​ແລະ ຊ່ວງ​ເຮືອ​ປີ​ນີ້​ຈະ​ຈັດ​ໃຫ້​ມີ​ຫຼາຍກິດຈະກຳ​

ວັນທີ 23 ຕຸລານີ້ທ່ານ ສາຍທອງແກ້ວດວງດີ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທັງ​​ເປັນປະທານຄະນະກຳມະການຈັດງານບຸນອອກພັນສາແລະຊ່ວງເຮືອປະຈຳປີ 2015 ​ໄດ້ຖະແຫຼ່ງຕໍ່ສືມວນຊົນວ່າ: ການຈັດງານບຸນອອກພັນສາ ​​ແລະ ຊ່ວງເຮືອປີນີ້ຈະຄົບງັນໃຫຍ່ໃນຄ້ຳຄືນຂອງວັນທີ 25 - 28 ຕຸລານີ້ແລະຈະຈັດໃຫ້ມີຫຼາຍກິດຈະກຳ​​ຫຼາຍກວ່າຊຸມ​​ປີຜ່ານມາເຊັ່ນ​: ງານຕະຫຼາດນັດ​​ ແລະ ວາງສະແດງສິນຄ້າ, ການສະແດງສີລະປະດົນຕີ, ການແຂ່ງ ຂັນກິລາ​, ກິດຈະກຳທາງສາສະໜາ​​ ​ແລະ ຮີດຄອງປະເພນີ້ອື່ນໆທີ່ເຄືຍປະຕິບັດມາໂດຍກຳເອົາເອົາວັດອົງຕື້ເປັນຫຼັກຊຶ່ງມີລາຍລະອຽດດັ່ງນີ້: ​​ເຊົ້າວັນທີ 27 ຊຶ່ງເປັນມື້ 15 ຄ້ຳ(ມື້ອອກພັນສາ) ທຸກໆວັດຢູ່ໃນນະຄອນຫຼວງວຽງຈັນແລະ ທົ່ວປະເທດຈະມີການຕັກບາດຖວາຍສັງຂະທານຕາມປະເພນີ້,​ ຕອນ​​ແລງຈະມີການວຽນທຽນ,​ ລອຍເຮືອໄຟ,ລອຍກະທົງຢູ່ທີ່ທ່າວັດຈັນຕາມປະເພນີ, ສຳລັບການແຂ່ງຂັນຊ່ວງເຮືອປະເພນີແມ່ນຈະຈັດຂື້ນ​​ໃນວັນທີ 27 – 28,​ ຊຶ່ງຈະມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດຫຼາຍວກ່າ 50 ລຳ,​ ໂດຍແບ່ງເປັນ 4 ປະເພດຄື: ​ເຮືອປະເພນີຊາຍ​ ​ແລະ ຍິງ,​
ເຮືອສູດຊາຍ ​​ແລ ​​ເຮືອກິລາ 12 ສີພາຍ,​ ພິເສດການແຂ່ງຂັນເຮືອປີີນີ້ຊຶ່ງນອກຈາກເຮືອໃນນະຄອນຫຼວງວຽງຈັນແລ້ວຍັງໄດ້​​ເຊີນເອົາເຮືອຊ່ວງຈາກ​​ແຂວງຕ່າງໆເຂົ້າຮ່ວມ​​ເຊັ່ນ: ​ແຂວງຫຼວງພະບາງ, ວຽງຈັນແລະໄຊຍະບູລີ, ສ່ວນພາມໄຊ ການເຂ່ງຂັນ​​​ແມ່ນຈະຍັບຂື້ໄປເຂດບ້ານສີຖານເໜືອແລະ ບ້ານຂຸນຕາ,​ ເນື່ອງຈາກນ້ຳຂອງ​​ເຂດທ່າວັດຈັນນັ້ນບົກແຫ້ງລົງຫຼາຍ, ດັ່ງນັ້ນ ຈຶ່ງຂໍແຈ້ງເຖິງປະຊາຊົນຜູ້ທີ່ຈະເຂົ້າຊົມແມ່ນຈະໄດ້ຈອກລົດຢູ່ຕາມຖະໜົນຫຼວງພະບາງແລະ ຢ່າງເຂົ້າມາຕາມທາງຮ່ອມ,​ ເພື່ອຄວາມເປັນລະບຽບຮຽບຮ້ອຍ.

ປະທານຄະນະກຳມະການຈັດງານບຸນກ່າວວ່າ: ສຳລັບງານບຸນປີນີ້ນຄະນະກຳມະການໄດ້ກຳນົດລາຄາຄ່າຝາກລົດໄວ້ດັ່ງນີ້: ລົດໃຫຍ່​​ເກັບບໍ່ໃຫ້ເກີນ 15 ພັນກີບ/ຄັນ, ລົດຕຸກໆຈຳໂບ້ 10 ພັນກີບ/ຄັນ, ລົດຈັກ 5 ພັນກີບ​/ຄັນ, ລົດຖີບ 2 ພັນກີບ/ ຄັນ, ຄ່າບໍລິການຫ້ອງນ້ຳ 2 ພັນກີບ/ຄັ້ງ, ຖ້າຜູ້ໄດ້ພົບເຫັນການລະເມີດຜ່າຜືນຂໍ້ກຳນົດນີ້ຂໍໃຫ້ແຈ້ງມາຍັງທາງຄະນະກຳມະການເພື່ອດຳເນີນມາດຕະການຕໍ່ຜູ້ລະເມີດ, ດັ່ງນັ້ນຮຽກໃຫ້ທຸກພາກສ່ວນກໍຄືທຸກຄົນທີ່​​ເຂົ້າຮ່ວມງານບຸນຈົ່ງມີສະຕິປະຕິບັດລະບຽບທີ່ຄະນະກຳມະການຈັດງານບຸນວາງອອກຢ່າງເຂັ້ມງວດ: ​ເປັນຕົ້ນແມ່ນການນຸ່ງຖືໃຫ້ສຸພາບຮຽບຮ້ອຍ, ການຂັບຂີ່ໃຫ້ມີສະຕິຄ່ອຍໄປຄ່ອຍມາ, ການຈອດລົດຖືກຕ້ອງຕາມຈຸດທີ່ກຳນົດ,​ ເພື່ອຄວາມເປັນລະບຽບຮຽບຮ້ອຍ, ​ຮັກສາໄດ້ມູນເຊື້ອວັດທະນະທຳອັນດີງາມຂອງຊາດ, ສາມາດດຶງດູດນັກທ່ອງທ່ຽວພິເສດສຳລັບມວນຊົນຜູ້ທີ່ມາຈາກຕ່າງແຂວງເວລາເຂົ້າທ່ອງຊົມບຸນ​​ຕ້ອງ​​ເບິ່ງແຍງກັນໃຫ້ດີແລະ ຄວນຕິດຊື່ບ້ານຢູ່​​ໃຫ້ແກ່​​ເດັກນ້ອຍແລະ ຜູ້ເຖົ້າເພື່ອບໍ່ໃຫ້ເກີດການພາດຫຼົງຈາກກັນດັ່ງທີ່ເຄີຍເກີດມາ​​ແລ້ວໃນງານບຸນຂອງຫຼາຍປີຜ່ານມາ.

No comments:

Post a Comment