Ad

Ad

27 October 2015

ຈັບເຄືອຂ່າຍຄ້າຢາເສບຕິດຕ່າງຊາດ

ຂ່າວ-ພາບ: ຫນັງສືພິມ ປກສ
ທ້າວ ອາເລ ອາຍຸ 62 ປີ ສັນຊາດໄທ, ຢູ່ບ້ານມີມໍ ອໍາເພີເມືອງແມ່ຟ້າຫລວງ ຈັງຫວັດຊຽງຣາຍ ປະເທດໄທ,ຖືກເຈົ້າໜ້າທີ່ຕໍາຫລວດເຂດພິເສດສາມຫລ່ຽມຄໍາ, ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວຈັບຕົວມາດໍາເນີນຄະດີເມື່ອທ້າຍອາທິດຜ່ານມາໃນຂໍ້ຫາຄ້າຢາເສບຕິດພ້ອມຂອງກາງຢາບ້າຈໍານວນ 12 ພັນເມັດ. ຜ່ານການສືບສວນ-ສອບສວນ
ຂອງເຈົ້າໜ້າທີ່ຜູ້ກ່ຽວໄດ້ຮັບສາລະພາບວ່າ: ຢາເສບຕິດດັ່ງກ່າວເອົາມາຈາກເຄືອຂ່າຍຄ້າຢາເສບຕິດໃນເມືອງຕົ້ນເຜີ້ງເພື່ອຈະເອົາໄປຂາຍໃຫ້ລູກຄ້າຕໍ່.

ປັດຈຸບັນຄະດີດັ່ງກ່າວ, ພວມຢູ່ໃນຂັ້ນຕອນການຂະຫຍາຍຜົນຂອງເຈົ້າໜ້າທີ່ເພື່ອຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມລະບຽບກົດໝາຍໂດຍໄວ.

No comments:

Post a Comment