Ad

Ad

27 October 2015

ນັກສຶກສາລາວຮ່ວມໂຄງການຮຽນຮູ້ສ້າງສັນຕິພາບທີ່ປະເທດຍີ່ປຸ່ນ

ນັກສຶກສາລາວຈໍານວນ 19 ຄົນທີ່ຜ່ານການຄັດເລືອກຈາກສະຖານທູດຍີປຸ່ນ ແລະ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເພື່ອເຂົາຮ່ວມທັດສະນະສຶກສາໃນໂຄງການເຈນເນສຊີ 2015 ( JENESYS. 2015) ໃນຫົວຂໍ້ການສ້າງສັນຕິພາບແລະການບໍ່ນໍາໃຊ້າວຸດນິວເຄລຍທີ່ປະເທດຍີປຸ່ນແຕ່ລະຫວ່າງ 26 ຕຸລາຫາ 3 ພະຈິກ 2015, ໄດ້ອອກເດີນທາງຈາກສະໜາມບິນສາກົນວັດໄຕ, ນະຄອນຫລວງວຽງຈັນໃນວັນທີ 25 ຕຸລານີ້ແລະຈະເດີນທາງໄປຢ້ຽມຢາມນະຄອນຫລວງໂຕກຽວແລະແຂວງຮີໂຣຊີມະ, ເຊິ່ງເປັນສະຖານທີ່ປະຫວັດສາດໃນການຖືກທໍາລາຍໂດຍອາວຸດນິວເຄລຍເມື່ອວັນທີ 6 ສິງຫາ 1945 ເພື່ອຢ້ຽມຊົມອານຸສາວະລີຮີໂຣຊີມະ ທີ່ເກີດຈາກປະ ຫວັດສາດອັນໜ້າເສົ້າສະຫລົດໃຈ, ນອກນັ້ນ, ນັກສຶກສາລາວຈະໄດ້ຢ້ຽມຢາມພັກເຊົາທີ່ເຮືອນຄົນຍີປຸ່ນແລະພົບປະແລກປ່ຽນກັບນັກຮຽນຢູ່ໂຮງຮຽນຂອງຍີປຸ່ນເພື່ອຮຽນຮູ້ແລະເພີ່ມຄວາມເຂົ້າໃຈກ່ຽວກັບປະຫວັດສາດ, ວັດທະນທໍາແລະສັງຄົມທີ່ຫລາກຫລາຍຂອງປະເທດຍີປຸ່ນ.

ສະຖານທູດຍີປຸ່ນປະຈໍາລາວໃຫ້ຮູ້ວ່າ: ການເດີນທາງໄປທັດສະນະສຶກສາທີ່ປະເທດຍີປຸ່ນຂອງນັກສຶກສາລາວໃນຄັ້ງນີ້, ແມ່ນເປັນການສົ່ງເສີມຄວາມເຂົ້າໃຈເຊື່ອໝັ້ນເຊິ່ງກັນແລະກັນລະຫວ່າງຊາວໜຸ່ມລາວແລະຍີປຸ່ນ, ເພື່ອສ້າງພື້ນຖານມິດຕະພາບແລະການຮ່ວມມືລະຫວ່າງປະຊາຊົນສອງຊາດລາວ-ຍີປຸ່ນ, ທັງເປັນການປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີການພົວພັນຮ່ວມມືລະຫວ່າງລາວແລະຍີປຸ່ນໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.

ສໍາລັບໂຄງການ JENESYS 2015 ແມ່ນໂຄງການສືບເນື່ອງມາຈາກໂຄງການ JENESYS 2.0)ທີ່ລັດຖະບານຍີປຸ່ນສ້າງຕັ້ງຂຶ້ນ, ເຊິ່ງໃນໄລຍະຜ່ານມາໄດ້ມີນັກສຶກສາແລະຊາວໜຸ່ມລາວຫລາຍກວ່າ 650 ຄົນໄດ້ເດີນທາງໄປທັດສະນະສຶກສາປະເທດຍີປຸ່ນໂດຍຜ່ານໂຄງການດັ່ງກ່າວ.

No comments:

Post a Comment