Ad

Ad

22 October 2015

ສະຫາຍເລຂາທິການ​ໃຫຍ່ ຈູມ​ມາລີ ​ໄຊ​ຍະ​ສອນ ​ໃຫ້​ກຽດ​ໂອ້​ລົມ​ຜູ້​ແທນກອງ​ປະ​ຊຸມ​ໃຫຍ່ແມ່ຍິງ​ລາວ​ທົ່ວ​ປະ​ເທດຄັ້ງ​ທີ VII

     ​ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ VII ​ໄດ້ອັດລົງດ້ວຍຜົນສຳເລັດຈົບງາມໃນຕອນແລງວັນທີ 21 ຕຸລານີ້, ຢູ່ຫໍປະຊຸມແຫ່ງຊາດນະຄອນຫລວງວຽງຈັນແລະ ໃນໂອກາດອັນສະຫງ່າລາສີນີ້ ສະຫາຍເລຂາທິການ​​ໃຫຍ່, ປະທານປະເທດ ຈູມມາລີໄຊຍະສອນ ໄດ້​​​ໃຫ້ກຽດໂອ້ລົມຜູ້ແທນກອງປະຊຸມດັ່ງກ່າວວ່າ: ໃນໄລຍະນີ້ ປະເທດເຮົາພວມສືບຕໍ່ເປີດກວ້າງ ການພົວພັນຮ່ວມມືກັບບັນດາປະເທດໃນພາກພື້ນ, ​ໃນໂລກ, ​ ​ເຊື່ອມໂຍງເຂົ້າກັບປະຊາຄົມອາຊຽນແລະ ປະເທດເຮົາກໍຈະໄດ້ເປັນປະທານປະຊາຄົມອາຊຽນໃນທ້າຍປີນີ້, ​ເພື່ອຍາດແຍ່ງແລະ ສ້າງສະພາບແວດລ້ອມອັນເອື້ອຍອຳນວຍໃຫ້ພາລະກິດປົກປັກຮັກສາແລະ ສ້າງສາປະເທດຊາດ,ໂດຍສະເພາະການພັດທະນາແມ່ຍິງລາວແຕ່ຄຽງຄູ່ກັນນັ້ນ ​​ເມື່ອເບິ່ງ​​ເລິກໆແລ້ວຍັງເຫັນ​​​ວ່າ ມີແມ່ຍິງລາວບັນດາເຜົ່າຈຳນວນບໍ່ໜ້ອຍ ຍັງດຳລົງຊີວິດດ້ວຍຄວາມທຸກຍາກລຳບາກເປັນຕົ້ນຢູ່ເຂດຊົນນະບົດຫ່າງໄກສອກຫລີກ, ​ເຂດທຸລະກັນດານລະດັບການສຶກສາຍັງຕ່ຳບໍ່ສາມາ​​ເຂົ້າເຖິງການບໍລິການດ້ານສາທາລະນະສຸກ​​ໄດ້, ຊີວິດການເປັນຢູ່ຍັງຂາດເຂີນດ້ານວັດຖຸແລະ ຈິດໃຈ, ຍັງອອກແຮງງານດ້ວຍຕີນມືທີ່ໜັກໜ່ວງ, ບໍ່ມີອາຊີບທີ່ໝັ້ນຄົງທີ່ສາມາດສ້າງລາຍຮັບໃຫ້ແກ່ຕົນເອງ ​​ແລະ ຄອບຄົວ, ການສຶກສາອົບຮົມການເມືອງແນວຄິດ​, ການເຕົ້າໂຮມຄວາມສາມັກຄີ, ການປຸກລະດົມແມ່ຍິງເຂົ້າສັງກັດຢູ່ໃນການຈັດຕັ້ງສະຫະພັນແມ່ຍິງບໍ່ກກວ້າງຂວາງ, ​ເນື້ອໃນແລະ ຮູບການ
ເຄື່ອນໄຫວຂອງສະຫະພັນແມ່ຍິງແຕ່ລະຂັ້ນບໍ່ທັນອຸດົມສົມບູນແລະ ຫລາຍຮູບຫລາຍສີເທື່ອ, ການສ້າງຂະບວນການແລະ ກິດຈະກຳຕ່າງໆບໍ່ທັນຫລາຍສີສັນ, ຍັງມີແມ່ຍິງຈຳນວນໜຶ່ງທີ່ບໍ່ໄດ້ເຂົ້າສັງກັດການຈັດຕັ້ງສະຫະພັນແມ່ຍິງລາວ. ນອກນັ້ນແລ້ວ ຍັງ​​ມີສະພາບຫຍໍ້ທໍ້ຕ່າງໆເກີດຂຶ້ນໃນຖັນແຖວແມ່ຍິງເຮົາເປັນຕົ້ນການຢ່າຮ້າງມີຈຳນວນເພີ່ມຂຶ້ນ, ການເຊື່ອຖືງົມງວາຍ, ສະພາບຕິດການພະນັນ, ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດແລະ ຄວາມຮຸນແຮງໃນຮູບແບບຕ່າງໆຕໍ່ແມ່ຍິງແລະເດັກນ້ອຍຍັງກວມອັດຕາສ່ວນສູງ, ​ແບບແຜນການດຳລົງຊີວິດການພົວພັນໃນຄອບຄົວແລະ ສັງຄົມ​, ການນຸ່ງຖື-​ແຕ່ງກາຍ ຍັງມີສະພາບແລ່ນນຳຄ່ານິຍົມຂອງຍຸກສະໄໝທີ່ບໍ່ເໝາະກັບຮີດຄອງປະເພນີແລະ ມູນເຊື້ອອັນດີງາມຂອງຊາດ ກໍຄືແມ່ຍິງລາວ.
     ຄຽງຄູ່ກັນນີ້ເລຂາທິການໃຫຍ່ ຍັງໄດ້ເນັ້ນໃຫ້ຄະນະສະຫະພັນແມ່ຍິງທຸກຂັ້ນໂດຍສະເພາະຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວຊຸດທີ VII ນີ້: ຈົ່ງສືບຕໍ່ນຳພາການຈັດຕັ້ງສະຫະພັນແມ່ຍິງ, ສະມາຊິກສະຫະພັນແມ່ຍິງທຸກຂັ້ນປົກປັກຮັກສາແລະ ສືບທອດມູນເຊື້ອອັນດີງາມຂອງຊາດ, ຂອງແມ່ຍິງ, ​ເສີມຂະຫຍາຍຜົນງານແລະ ທ່າແຮງບົ່ມຊ້ອນຂອງແມ່ຍິງລາວບັນດາເຜົ່າ, ​ເປັນເຈົ້າການເຕົ້າໂຮມຄວາມສາມັກຄີ, ປຸກລະດົມແມ່ຍິງບັນດາເຜົ່າເຂົ້າຮ່ວມໃນການຈັດຕັ້ງປະຕິບັດແນວທາງແລະ ນະໂຍບາຍຂອງພັກ-ລັດຖະທຳມະນູນ-ກົດໝາຍ, ​ແຜນພັດທະນາເສດຖະກິດ​-ສັງຄົມແຫ່ງຊາດ; ​ສືກສາອົບຮົມສະມາຊິກສະຫະພັນແມ່ຍິງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຮູ້ຮັກສາກຽດສັກສີຂອງແມ່ຍິງລາວ, ຮູ້ປົກປັກຮັກສາແລະເສີມຂະຫຍາຍມູນເຊື້ອຂອງແມ່ຍິງລາວ​; ​ເອົາໃຈໃສ່ປັບປຸງການຈັດຕັ້ງຂອງຕົນໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ, ປັບປຸງແບບແຜນວິທີນຳພາ, ວິທີເຮັດວຽກໃຫ້ແທດຕົວຈິງ; ​ໃຫ້ເອົາໃຈໃສ່ແລະ ຕັ້ງໜ້າປະສານສົມທົບກັບຄະນະພັກ, ອົງການປົກຄອງໃນແຕ່ລະຂັ້ນໃນການສ້າງແຜນກຳນົດ, ​ແຜນກໍ່ສ້າງແລະ ບຳລຸງພະນັກງານ​​ເພດຍິງແລະແມ່ຍິງທົ່ວໄປທັງໄລຍະສັ້ນແລະ ຍາວນານເພື່ອຍົກລະດັບຄວາມຮູ້ດ້ານທິດສະດີກາເມືອງ, ວິຊາຊີບ, ການສຶກສາແລະໃຫ້ມີສີມືແຮງງານໃຫ້ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃຫ້ດີຂຶ້ນ, ຈັດຕັ້ງປະຕິບັດເນື້ອໃນຄຳຂວັນແລະ ຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງລາວໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍ, ​ສົມທົບກັບທຸກພາກສ່ວນສ້າງເງື່ອນໄຂເອື້ອອຳນວຍໃຫ້ແມ່ຍິງແລະເດັກທີ່ມີບັນຫາຢູ່ໃນຄອບຄົວແລະ ສັງຄົມໄດ້ເຂົ້າເຖິງຂະບວນການຍຸຕິທຳຫລາຍຂຶ້ນແລະເພີ່ມທະວີການພົວພັນຮ່ວວມມືກັບອົງການຈັດຕັ້ງແມ່ຍິງຂອງບັນດາປະເທດເພື່ອນມິດໃຫ້ຫລາຍຂຶ້ນ, ​ເພື່ອຍາດແຍ່ງທຶນຮອນປະສົບການແລະ ບົດຮຽນມາພັດທະນາປະເທດເຮົາໃຫ້ຈະເລີນຮຸ່ງເຮືອງຂຶ້ນ​​ເລື້ອຍໆ.

     ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ VIIນີ້ໄດ້ເປັນເອກກະສັນຢ່າງສົມບູນເລືອກເອົາທ່ານ ດຣ. ນາງ ອິນລາວັນແກ້ວບຸນພັນເປັນປະທານບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ທ່ານນາງ ບັນດິດ ປະທຸມວັນ, ທ່ານນາງ ທຸມມາລີ ວົງພະຈັນ, ທ່ານນາງ ບົວຈັນ ສີຫານາດແລະ ທ່ານນາງ ສິລິກິດ ບຸບຜາເປັນຮອງປະທານ, ​ໃນນັ້ນໄດ້ເລືອກເອົາທ່ານນາງ ທຸມມາລີ ວົງພະຈັນເປັນປະທານກວດກາຂອງສະຫະພັນແມ່ຍິງລາວຊຸດນີ້.

No comments:

Post a Comment