Ad

Ad

22 October 2015

ລາວຫາລືການພັດ​ທະນາການ​ຄ້າ

ກອງປະຊຸມປືກສາຫລືລະຫວ່າງພາກລັດ, ຄູ່ຮ່ວມພັດທະນາແລະ ພາກເອກະຊົນກ່ຽວກັບວຽກງານການຄ້າໄດ້ຈັດຂຶ້ນໃນວັນທີ 21 ຕຸລານີ້, ທີ່ນະຄອນ ຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານລັດຖະມົນຕີວ່າການກະຊວງອຸດສະຫະກໍາ ແລະ ການຄ້ານາງເຂັມມະນີ ພົນເສນາເພື່ອລາຍງານແລະ ປຶກສາຫາລືບັນຫາທີ່ສົ່ງຜົນກະທົບຕໍ່ການພັດທະນາຂະແໜງການຄ້າຂອງພາກເອກະຊົນໃນລາວ.
ທ່ານລັດຖະມົນຕີວ່າການກະຊວງອຸດສາຫະກໍາແລະ ການຄ້າ​​ກ່າວວ່າ: ສປປ ລາວ, ສາມາດຍາດໄດ້ຄວາມຄືບໜ້າທີ່ເພີງພໍໃຈໃນການເຊື່ອມໂຍງເສດຖະກິດພາກພື້ນແລະສາກົນເປັນຕົ້ນແມ່ນ​​ແຜນງານຂອງປະຊາຄົມເສດຖະ ກິດອາຊຽນແລະອົງການການຄ້າໂລກ(WTO), ​ຂະນະທີ່ແຜນງານດ້ານກົດໝາຍແລະ ລະບຽບການໃໝ່ຂອງ WTO ​ແລະ ASAEN ກໍໄດ້ຮັບການສ້າງຕັ້ງຂຶ້ນ, ເຊິ່ງລວມມີການເຂົ້າເຖິງຕະຫລາດ, ການອໍານວຍຄວາມສະດວກດ້ານການຄ້າ, ສຸຂະອະນາໄມແລະ ສຸຂະອະນາໄມພືດ, ສິ່ງກີດຂວາງດ້ານການຄ້າແລະ ອື່ນໆ, ແນວໃດກໍຕາມການຈັດຕັ້ງປະຕິບັດບັນດາກົດໝາຍແລະ ລະບຽບການດ້ານທຸລະກິດຢ່າງເຕັມຮູບແບບ​​ໃນໄລຍະຜ່ານມາເຫັນວ່າຍັງມີສີ່ງທ້າທາຍຫລາຍຢ່າງ, ເຊິ່ງ
ແມ່ນບັນຫາ​​ຕົ້ນຕໍທີ່ຂັດຕໍ່ຄວາມອາດສາມາດໃນການແຂ່ງຂັນ, ໂດຍສະເພາະແມ່ນການຂາດແຄນແຮງງານທີ່ມີສີມື, ມີຄວາມຮູ້ຄວາມສາມາດ, ປະລິມານການຜະລິດທີ່ຍັງມີຄຸນະພາບຕໍ່າຂອງໂຮງງານແລະ ຄວາມແຕກໂຕນກັນລະຫວ່າງແຜນງານດ້ານກົດໝາຍທີ່ທັນສະໄໝແລະ ການຈັດຕັ້ງປະຕິບັດຕົວຈິງລວມທັງການບັງຄັບໃຊ້ກົດໝາຍໃນສັງຄົມ.

ທ່ານ ມີແຊນໂກຟິນ ອຸປະທູດສະຫະພາບເອີຣົບປະຈໍາລາວກ່າວວ່າ: ຜົນສໍາເລັດອັນໜຶ່ງຂອງລັດຖະບານລາວ, ແມ່ນການຈະໄດ້ເຮັດໜ້າທີ່ເປັນປະທານອາຊຽນໃນປີ 2016 ​ແລະ ອີຢູຈະເພີ່ມການສະໜັບສະໜູນທີ່ຈໍາເປັນແກ່ ສປປ ລາວໃນການປະຕິບັດໜ້າທີ່ເປັນປະທານອາຊຽນ, ໂດຍສະເພາະການນໍາໜ້າໃນການປຶກສາຫາລືທີ່ປິ່ນອ້ອມສາມຂົງເຂດຕົ້ນຕໍພາຍໃຕ້ເສົາຄໍ້າຂອງປະຊາຄົມອາຊຽນລວມມີວຽກງານການເຊື່ອມໂຍງ,​ ການຄ້າແລະ ການພັດ ທະນາທຸລະກິດຂະໜາດນ້ອຍແລະ ກາງ(SME), ​ເຊິ່ງການສະໜັບສະໜູນອາດຈະຜ່ານໂຄງການພາກພື້ນທີ່ມີຢູ່ໃນປັດຈຸບັນຂອງອີຢູກ່ຽວກັບການສະໜັບສະໜູນການເຊື່ອມໂຍງພາກພື້ນອາຊຽນ.

No comments:

Post a Comment