Ad

Ad

22 October 2015

ໄລຍະບຸນອອກພັນສາເຈົ້າໜ້າທີ່ຮຽກຮ້ອງໃຫ້ຜູ້ຂັບຂີ່ເຂັ້ມງວດເຄົາລົບລະບຽບຈະລາຈອນ

ເມື່ອມໍ່ໆມານີ້, ເຈົ້າໜ້າທີ່ພະແນກຈະລາຈອນນະຄອນຫລວງວຽງຈັນ, ໄດ້ອອກມາຮຽກຮ້ອງຜ່ານສື່ມວນຊົນຂໍໃຫ້ຜູ້ຂັບຂີ່ກໍຄືຜູ້ໃຊ້ລົດໃຊ້ຖະໜົນທຸກຄົນຈົ່ງເພີ່ມທະວີສະຕິເຄົາລົບກົດລະບຽບຈະລາຈອນຢ່າງເຂັ້ມງວດໃນໄລຍະບຸນອອກພັນສາ ແລະ ຊ່ວງເຮືອປະເພນີປະຈໍາປີ 2015, ພາຍຫລັງເຫັນວ່າໃນໄລຍະບຸນດັ່ງກ່າວຈະມີຜູ້ມາທ່ຽວບຸນຫລາຍຂຶ້ນ ແລະ ຈະເຮັດໃຫ້ສະພາບການສັນຈອນມີຄວາມຫຍຸ້ງຍາກສັບສົນ ແລະ ເກີດອຸປະຕິເຫດໄດ້ງ່າຍ.
ທ່ານຫົວໜ້າພະແນກຕໍາຫລວດຈະລາຈອນນະຄອນຫລວງວຽງຈັນພັນໂທ ຍຸດຕະພົງ ສຸວັນນະສິງ ໃຫ້ສໍາພາດວ່າ: ໃນໄລຍະບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີປະຈໍາປີ 2015, ຊຶ່ງຈະມີຂຶ້ນໃນຊ່ວງໄລຍະແຕ່ວັນທີ 24-28 ຕຸລານີ້, ຂໍໃຫ້ຜູ້ຂັບຂີ່ຈົ່ງເພີ່ມທະວີສະຕິລະວັງຕົວໃນການໃຊ້ລົດໃຊ້ຖະໜົນໃຫ້ສູງຂຶ້ນ, ໂດຍສະເພາະແມ່ນໃຫ້ເຄົາລົບກົດລະບຽບຈະລາຈອນຢ່າງເຂັ້ມງວດເຊັ່ນ: ບໍ່ຂັບຂີ່ລົດໄວ, ບໍ່ຈອດລົດຊະຊາຍ,ບໍ່ລ່ວງປ້າຍສັນຍານ, ປ້າຍຫ້າມ ແລະ ໄຟອໍານາດຕ່າງໆ, ສິ່ງສໍາຄັນແມ່ນດື່ມສິ່ງມືນເມົາແລ້ວບໍ່ຄວນຂັບຂີ່ລົດ, ເພື່ອເຮັດໃຫ້ການສັນຈອນໄປມາໃນຕົວເມືອງກໍຄືບໍລິເວນສະຖານທີ່ຈັດງານບຸນໃນເຂດແຄມຂອງມີຄວາມເປັນລະບຽບຮຽບຮ້ອຍ, ສະດວກໂລ່ງລຽນ, ສະຫງົບປອດໄພ ແລະ ບໍ່ມີອຸປະຕິເຫດເກີດຂຶ້ນ.

ທ່ານຫົວໜ້າພະແນກຈະລາຈອນກ່າວວ່າ: ສໍາລັບການປ້ອງກັນເວນຍາມ ແລະ ລະບາຍການສັນຈອນໃນຊ່ວງໄລຍະບຸນດັ່ງກ່າວນັ້ນ, ແມ່ນໄດ້ສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ 3 ເມືອງຄື: ເມືອງສີໂຄດຕະບອງ, ຈັນທະບູລີ ແລະ ສີສັດຕະນາກ, ໂດຍໄດ້ມີການກໍານົດເສັ້ນທາງສັນຈອນຄື: ລົດທີ່ມາຈາກທິດເໜືອມີຈຸດປະສົງມາທ່ຽວບຸນຊ່ວງ ເຮືອແມ່ນອະນຸຍາດໃຫ້ເຂົ້າຈອດຢູ່ເຂດວັດຫົວເມືອງ, ເດີ່ນສະໂມສອນດອກປິກໄກ່ກະຊວງປ້ອງກັນຄວາມສະຫງົບ, ສວນເຈົ້າອານຸວົງ, ພະແນກສຶກສານະຄອນຫລວງວຽງຈັນ, ຖະໜົນສຸພານຸວົງແລະບັນດາເສັ້ນທາງຮ່ອມທີ່ເຫັນວ່າມີ

ຄວາມປອດໄພ ແລະ ບໍ່ກີດຂວາງການສັນຈອນຂອງຍານພາຫະນະອື່ນໆ. ສ່ວນລົດທີ່ມາຈາກທິດໃຕ້ແມ່ນອະນຸຍາດໃຫ້ຈອດລົດຢູ່ບໍລິເວນເຂດພະແນກໂຍທາທິການ ແລະ ຂົນສົ່ງ, ໂຮງຮຽນມັດທະຍົມສົມບູນເພຍວັດ, ເດີ່ນຂ້າງສວນເຈົ້າອານຸວົງ, ດ້ານຫລັງໂຮງແຮມດອນຈັນພາເລດ, ເດີ່ນຈອດລົດໂຮງໝໍມະໂຫສົດແລະ ຕາມທາງຮ່ອມທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ເປັນການກີດຂວາງການສັນຈອນຂອງຍານພາຫະນະອື່ນໆ, ສໍາລັບລົດທີ່ມາຈາກເສັ້ນທາງເລກ 13 ໃຕ້ແມ່ນອະນຸຍາດໃຫ້ຈອດຢູ່ບໍລິເວນສະຖານທີ່ຈອດລົດໜ້າສະໜາມກິລາເຈົ້າອານຸວົງ, ຫໍວັດທະນະທໍາແຫ່ງຊາດ, ເດີ່ນຫໍພິພິທະພັນ ແລະ ຕາມທາງຮ່ອມທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ກີດຂວາງການສັນຈອນອື່ນໆ. ສໍາລັບພາຫະນະທີ່ບໍ່ມີຈຸດປະສົງມາທ່ຽວບຸນແມ່ນໃຫ້ນໍາໃຊ້ເສັ້ນທາງເວັ້ນຄື: ລົດມາຈາກເສັ້ນທາງເລກ 13 ເໜືອຈະໄປເສັ້ນທາງເລກ 13 ໃຕ້, ຖະໜົນທ່າເດື່ອ, ໃຫ້ນໍາໃຊ້ເສັ້ນທາງໜອງບຶກ, ດົງໂດກ, ສີທອງ ແລະ ເສັ້ນທາງອາຊຽນ ແລະ ລົດທີ່ມາຈາກເສັ້ນທາງທ່າເດື່ອ, ຂົວມິດຕະພາບທີ່ຈະໄປທາງເລກ 13 ເໜືອໃຫ້ນໍາໃຊ້ເສັ້ນທາງ 450 ປີ, ກໍາແພງເມືອງ ແລະ ເສັ້ນທາງມິດຕະພາບ ແລະ ຫ້າມລົດທຸກປະເພດນໍາໃຊ້ເສັ້ນທາງເຈົ້າຟ້າງູ່ມ(ແຄມຂອງ) ນັບແຕ່ສາມແຍກໂຮງແຮມຊີເຊີນຣີເວີໄຊ ຮອດສາມແຍກປາກປາສັກ ແຕ່ວັນທີ 22-28 ຕຸລາ 2015, ຍົກເວັ້ນລົດທີ່ມີຈຸດປະສົງຂົນສົ່ງສີນຄ້າເຂົ້າໄປຂາຍໃນງານບຸນແຕ່ໃນຊ່ວງເວລາ 5:00 ໂມງ-9:00 ໂມງເທົ່ານັ້ນ.ນອກຈາກນີ້, ແມ່ນຫ້າມບໍ່ໃຫ້ມີການຈັດສັນສະຖານທີ່ບໍລິການຝາກລົດຢູ່ສອງຝາກເສັ້ນທາງເສດຖາທິລາດນັບແຕ່ສີ່ແຍກໄຟແດງສີຫອມຫາສາມແຍກສໍານັກງານປະທານປະເທດ(ຫໍຄໍາ)ຢ່າງເດັດຂາດ, ຖ້າພົບເຫັນມີການລະເມີດແມ່ນຈະດໍາເນີນລະບຽບວິໄນຢ່າງເຂັ້ມງວດ.

No comments:

Post a Comment